Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອົງການຢູນີເຊັບ ແລະ ສະຫະພາບເອີຣົບ ຕິດຕາມການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການ  

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 25/03/2021 10:27:43 ຈຳ​ນວນ​​ຢ້ຽມ​ຊົມ 1675 ຄັ້ງ

          

                                            ໂດຍ: ວັນເພັງ

 

   ການລົງຕິດຕາມການປະຕິບັດວຽກງານດ້ານໂພຊະນາການພາຍໃຕ້ໂຄງການຮ່ວມມືປັບປຸງດ້ານໂພຊະ ນາການ (PIN) ໃນລະຫວ່າງວັນທີ 22-23 ມີນາຜ່ານ​ມານີ້  ຂອງທ່ານນາງ ອີນາ ມາຈູລໍນີແຕ  (Ina Marciulionyte) ເອກະອັກຄະລັດຖະທູດ ສະຫະພາບເອີຣົບ (EU)​ ແລະ ທ່ານ ນາງ ເພຍຣີແບນໂລ ບຣິດໂຕ (Pia Rebello Britto) ຜູ້ຕາງໜ້າອົງການຢູນີເຊັບUNICEF)​ ໄດ້ຢ້ຽມຢາມເມືອງຊໍາເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ.​

  ໃນໂອກາດນີ້,​ ຕາງໜ້າຈາກສະຫະພາບເອີຣົບ ແລະ ອົງການຢູນີເຊັບ ໄດ້ເຂົ້າຢ້ຽມຢາມຂ່ຳນັບ ທ່ານ ພອນສຸກ ອິນທະວົງຮອງເຈົ້າແຂວງຫົວພັນແລະ ບັນດາທ່ານຫົວໜ້າພະແນກທີ່ຫ້ອງວ່າການ ແຂວງຫົວພັນເພື່ອປຶກສາຫາລືແຜນດໍາເນີນງານຢູ່ຂັ້ນແຂວງ ໂດຍສະເພາະສືບຕໍ່ແກ້ໄຂບັນຫາການຂາດ ສານອາຫານ, ອັດຕາການຂາດສານອາຫານແບບຊໍາເຮື້ອ (ເຕ້ຍ) ໃນກຸ່ມເດັກນ້ອຍລຸ່ມ 5 ປີແມ່ນຍັງສູງ ເມື່ອທຽບໃສ່ອັດຕາທົ່ວປະເທດ 33% ອີງຕາມຜົນການສໍາຫຼວດດັດສະນີໝາຍສັງຄົມ (LSISII) 41%. ໃນຊຸມປີທີ່ຜ່ານມາຄວາມຄືບໜ້າໃນການພະຍາຍາມຫຼຸດຜ່ອນອັດຕາເດັກເຕ້ຍແມ່ນໄດ້ຮັບຜົນເປັນທີ່ໜ້າພໍໃຈຊຶ່ງສາມາດຫຼຸດໄດ້ປະມານ 20% ໃນລະຫວ່າງປີ 2011 ແລະ 2017, ແຕ່ອັດຕາຜົນກະທົບຍັງຄົງ ຮຸນແຮງໃນການບັນລຸເປົ້າໝາຍໄລຍະສັ້ນ ແລະ ໄລຍະຍາວຂອງໂພຊະນາການໃນເດັກ. ນອກຈາກນີ້, ອັດຕາການຂາດສານອາຫານແບບກະທັນຫັນ (ຈ່ອຍຜອມ) ໃນເດັກລຸ່ມ 5 ປີ ກໍຍັງເພີ່ມຂຶ້ນຢ່າງ  ໜ້າຕົກໃຈຢູ່ໃນແຂວງຫົວພັນ ຈາກ 2% ໃນປີ 2011 ມາເປັນ 16% ໃນປີ 2017. ເດັກນ້ອຍ 2 ໃນ 5 ຄົນ ແລະ ແມ່ຍິງໃນໄວຈະເລີນພັນ ຍັງປະເຊີນກັບພາວະເລືອດຈາງ.

     ທ່ານນາງ ອີນາ ມາຈູລໍນີແຕ ກ່າວວ່າ: ພາຍໃຕ້ໂຄງການຮ່ວມມືປັບປຸງດ້ານໂພຊະນາການ (PIN), ສະຫະພາບເອີຣົບຮ່ວມກັບອົງການຢູນີເຊັບ, ລັດຖະບານແຫ່ງ ສປປ ລາວ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນອື່ນໆກ່ຽວຂ້ອງ, ໄດ້ໃຫ້ການສະໜັບສະໜູນການຂະຫຍາຍບັນດາກິດຈະກໍາດ້ານໂພຊະນາການ ທີ່ສຸມໃສ່ການປະສານງານຈາກຫຼາຍຝ່າຍ, ການຈັດຕັ້ງປະຕິບັດແຜນງານ, ການສ້າງສິ່ງທີ່ເປັນອັນຢັ້ງຢືນ, ການປຸກລະດົມຈິດສໍານຶກ ແລະ ການເພີ່ມຂີດຄວາມສາມາດຂອງບັນດາສະຖາບັນຕ່າງໆ, ເພື່ອເລັ່ງໃສ່ປັບ ປຸງໂພຊະນາການຂອງແມ່ ແລະ ເດັກພ້ອມທັງຖືເປັນໂອກາດໄດ້ປະເມີນຄືນໃນສິ່ງທີ່ເຮົາຈະສາມາດເຮັດ ໄດ້ໃນອະນາຄົດ, ເພື່ອປັບປຸງວຽກງານໂພຊະນາການໃນ ສປປ ລາວ.

     ພ້ອມນີ້, ຍັງໄດ້ໄປຢ້ຽມຢາມບ້ານຫ້ວຍໂຄ ເມືອງຊຳເໝືອ ເພື່ອຕິດຕາມບັນດາກິດຈະກໍາທີ່ໄດ້ຈັດ ຕັ້ງປະຕິບັດຢູ່ໃນບ້ານດັ່ງກ່າວພາຍໃຕ້ ໂຄງການຮ່ວມມືປັບປຸງດ້ານໂພຊະນາການ (SCALING) ຊຶ່ງ ມີຈຸດປະສົງເພື່ອປັບປຸງໂພຊະນາການໃຫ້ແກ່ໄວໜຸ່ມຍິງ, ແມ່ຍິງຖືພາ, ແມ່ໃຫ້ນົມລູກ ແລະ ເດັກລຸ່ມ 5 ​ປີ ຊຶ່ງໂຄງການນີ້ຍັງໄດ້ຈັດຕັ້ງປະຕິບັດຢູ່ 14 ເມືອງ ຂອງ ແຂວງຫຼວງພະບາງ, ຫຼວງນໍ້າທາ, ຜົ້ງສາລີ ແລະ ຫົວພັນ ໃນເຂດພາກເໜືອຂອງ ສປປ ລາວ ໂດຍຮ່ວມມືກັບອົງການແຄ (Care), ຄະນະກໍາມະ ການຮ່ວມມືກັບປະເທດລາວ (CCL) ແລະ ອົງການກອງທຶນສຳລັບເດັກນ້ອຍ (ChildFund) ໂດຍໄດ້ຮັບ ທຶນສະໜັບສະໜູນຈາກສະຫະພາບເອີຣົບ ໂດຍຜ່ານໂຄງການຮ່ວມມືປັບປຸງດ້ານໂພຊະນາ ການ (PIN) ແລະ ຢ້ຽມຢາມບ້ານນາແທ່ນເມືອງວຽງໄຊ ເພື່ອຕິດຕາມການໃຫ້ບໍລິການດ້ານ ສາທາລະນະສຸກ ຂັ້ນພື້ນຖານ ແລະ ບັນດາກິດຈະກໍາດ້ານໂພຊະນາການທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການ UNICEF ແລະ ສະຫະພາບເອີຣົບ. ບັນດາວຽກງານເຫຼົ່ານີ້ລວມມີ: ການຝາກທ້ອງ, ການດູ ແລຫຼັງເກີດ, ຕິດຕາມການເຕີບໃຫຍ່ຂອງເດັກ, ການສັກຢາກັນພະຍາດ, ການສະໜອງວິຕາມິນອາ ແລະ ອາການຖອກ ທ້ອງໃນເດັກອາຍຸລະຫວ່າງ 659 ເດືອນ, ການຄັດກອງເດັກລຸ່ມ 5 ປີ ທີ່ຂາດສານ ອາຫານແບບກະ ທັນຫັນພ້ອມທັງໃຫ້ສຸຂະສຶກສາກ່ຽວກັບການເບິ່ງແຍງສຸຂະພາບ ແລະ ໂພຊະນາການ ທີ່ໃຫ້ບໍລິການ ຜ່ານໜ່ວຍເຄື່ອນທີ່ແບບເຊື່ອມສານຊຶ່ງເປັນໜຶ່ງໃນຍຸດທະສາດການໃຫ້ບໍລິການທີ່ລັດ ຖະບານເປັນເຈົ້າ ການເພື່ອອໍານວຍຄວາມສະດວກໃນການເຂົ້າເຖິງການຮັບບໍລິການດ້າສຸຂະພາບ ແລະ ໂພຊະນາການ ໃຫ້ແກ່ ປະຊາຊົນໃນເຂດບ້ານທີ່ຍັງບໍ່ມີໂຮງໝໍນ້ອຍ. ພ້ອມກັນນັ້ນ, ຄະນະຍັງໄດ້ໄປຢ້ຽມຢາມໂຮງໝໍ ຊຸມຊົນ ເມືອງວຽງໄຊ ທີ່ໃນປັດຈຸບັນ ແລະ ສືບຕໍ່ໃນອະນາຄົດຈະໄດ້ຮັບການຊ່ວຍເຫຼືອໃນການສ້າງ ຂີດຄວາມ ສາມາດ ໃຫ້ແກ່ບຸກຄະລາກອນ ແລະ ຮັບການສະໜອງໂພຊະນາການທີ່ຈໍາເປັນຈາກ ສະຫະ ພາບເອີຣົບ ແລະ ອົງການ UNICEF ພາຍໃຕ້ ການຮ່ວມມືໃນການປັບປຸງວຽກງານໂພຊະນາການ ເພື່ອ ປ້ອງກັນ ແລະ ປິ່ນປົວການຂາດສານອາຫານ.

 ທ່ານນາງເພຍຣີເເບນໂລ ບຣິດໂຕ ຍັງກ່າວວ່າ: ການໄດ້ຮັບໂພຊະນາການທີ່ຄົບຖ້ວນໃນໄລ​ຍະ 1.000 ວັນທໍາອິດ ຂອງຊີວິດສົ່ງຜົນເຖິງຄວາມອາດສາມາດໃນການເຕີບໃຫຍ່, ການຮຽນຮູ້ ແລະ ຄວາມສໍາເລັດໃນອະນາຄົດຂອງເດັກ. ການຮ່ວມມືໃນການປັບປຸງດ້ານໂພຊະນາການຊ່ວຍໃຫ້ເຮົາສາ ມາດຍາດໄດ້ໂອກາດໃນການປະກອບສ່ວນ ເພື່ອໃຫ້ບັນລຸໄດ້ເປົ້າໝາຍອັນສໍາຄັນຕາມແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8 ແລະ ພ້ອມດຽວກັນນີ້, ມັນຍັງເປັນສິ່ງທີ່ໜ້າຍິນດີທີ່ຈະໄດ້ເຫັນ ວ່າແຂວງຫົວພັນມີຄວາມຄືບໜ້າສູງໃນການຮັບ ມືກັບຈໍານວນເດັກເຕ້ຍທີ່ເກີດຂຶ້ນໃນຊຸມປີທີ່ຜ່ານມາ. ເຖິງ ຢ່າງໃດກໍຕາມມັນກໍຍັງມີອີກຫຼາຍສິ່ງຫຼາຍຢ່າງ ທີ່ພວກເຮົາຍັງສາມາດເຮັດໄດ້ເພື່ອຮັບປະກັນວ່າເດັກນ້ອຍ ຢູ່ໃນແຂວງຫົວພັນຈະໄດ້ຮັບອາຫານທີ່ມີຄຸນຄ່າ ທາງໂພຊະນາການ, ການບໍລິການ ແລະ ການດູແລທີ່ ຈໍາເປັນທີ່ສໍາຄັນຕໍ່ການເຕີບໃຫຍ່ ແລະ ຄວາມອາດສາມາດໃນການຮັບຮູ້ ເຖິງສັກກະຍາພາບທີ່ຕົນເອງມີ.

     ໂຄງການນີ້,​ ເປັນໂຄງການລິເລີ່ມຂອງສະຫະພາບເອີຣົບ ໄດ້ຮ່ວມມືກັບຫຼາຍຝ່າຍ. ການຮ່ວມມື ຂອງໂຄງການ PIN ກັບ ອົງການຢູນີເຊັບ ເລີ່ມຕົ້ນຂຶ້ນໃນເດືອນກໍລະກົດ 2016 ແລະ ມີແຜນຈະ ສິ້ນສຸດລົງໃນວັນທີ 15 ທັນວາ 2021 ລວມມູນຄ່າທັງໝົດຂອງໂຄງການ 14.​750.​000 ເອີໂຣ ຊຶ່ງ ສະຫະພາບເອີຣົບປະກອບສ່ວນ 11.​500.​000 ເອີໂຣ ແລະ 2.​250.​000 ເອີໂຣ ແມ່ນການປະກອບ ສ່ວນຈາກອົງການ UNICEF  ຊຶ່ງດໍາເນີນການຈັດຕັ້ງປະຕິບັດໃນທັງໝົດ 10 ແຂວງຂອງ ສປປ ລາວ ແນໃສ່ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງວຽກງານດ້ານໂພຊະນາການທີ່ເປັນການເຮັດວຽກຮ່ວມກັນຂອງຫຼາຍຂະແໜງການເພື່ອຂະຫຍາຍການບໍລິການໂພຊະນາການທາງກົງທີ່ຈໍາເປັນທີ່ສຸດອີງຕາມຫຼັກຖານ ທີ່ຈະນໍາໄປສູ່ການປັບປຸງໂພຊະນາການໃນເດັກນ້ອຍ ແລະ ແມ່ໃນ ສປປ ລາວ ເພື່ອສອດຄ່ອງກັບຍຸດ ທະສາດໂພຊະນາການແຫ່ງຊາດ ປີ 2016-2025, ເປົ້າໝາຍທີ 2 ຂອງເປົ້າໝາຍການພັດທະ ນາແບບຍືນຍົງ ລຶບລ້າງຄວາມອຶດຫີວ, ບັນລຸໄດ້ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພ ຊະນາການ ແລະ ສົ່ງເສີມກະສິກໍາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2016-2020 ຂອງ ສປປ ລາວ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com