Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍຂອງວັນທີ 25 ມີນາ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາ ສສຊ ໄດ້ຮັບຮອງເອົາມະຕິ ຈໍານວນ 2 ສະບັບ ຄື: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ, ມະຕິກອງປະ ຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ຂອງອົງການກວດ ກາແຫ່ງລັດ, ວັນທີ 25 ມີນານີ້ ທີ່ຫ້ອງປະຊຸມຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX.
ກອງປະຊຸມໄດ້ເຫັນດີເປັນເອກະພາບ ຮັບຮອງເອົາບົດສະຫຼຸບຜົນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ ຜ່ານມາຂອງອົງການກວດສອບແຫ່ງລັດ ທີ່ສະເໜີໂດຍທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ຊຶ່ງນັບແຕ່ປີ 2016-2020 ອົງການກວດສອບແຫ່ງລັດ ໄດ້ເຄື່ອນໄຫວ ແລະ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມກົດໝາຍວ່າດ້ວຍການກວດສອບແຫ່ງລັດກຳນົດ ໂດຍມີຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບ ຈຳນວນ 557 ເປົ້າໝາຍ, ແຜນກວດສອບ 590 ເປົ້າໝາຍ, ສະເພາະປີ 2020 ແຜນກວດສອບຈໍານວນ 136 ເປົ້າໝາຍ ແລະ ສາມາດປະຕິບັດໄດ້ 136 ເປົ້າໝາຍ. ຄຽງຄູ່ກັນນັ້ນ, ກອງປະຊຸມ ເຫັນວ່າຍັງມີຂໍ້ຄົງຄ້າງບາງດ້ານ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນການຜັນຂະຫຍາຍ ບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ເປັນນິຕິກຳໃຕ້ກົດໝາຍຍັງຊັກຊ້າ ແລະ ແກ່ຍາວ, ການປະຕິບັດມາດຕາ 19 ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການແກ້ໄຂການລະເມີດຍັງບໍ່ທັນເດັດຂາດ ແລະ ມີຜົນສັກສິດເທົ່າທີ່ຄວນ, ການກວດສອບຍັງບໍ່ທັນມີການວິເຄາະ, ວິໄຈ ໃຫ້ເຫັນລາຍລະອຽດຂອງການລະເມີດຢ່າງຈະແຈ້ງ ເພື່ອມີມາດຕະການແກ້ໄຂໃຫ້ຖືກຈຸດ ແລະ ທັນເວລາ, ການຫັນເປັນທັນສະໄໝເພື່ອເຊື່ອມຕໍ່ລະບົບຂໍ້ມູນຍັງບໍ່ທັນເປັນລະບົບ ແລະ ອື່ນໆ. ສ່ວນການເຄື່ອນໄຫວຂອງອົງການກວດກາແຫ່ງລັດ ສະພາແຫ່ງຊາດກໍໄດ້ເຫັນດີຕາມການລາຍງານຂອງທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ຊຶ່ງໃນໄລຍະ 5 ປີ ຜ່ານມາ ອົງການກວດກາແຫ່ງລັດ ໄດ້ມີຜົນສຳເລັດໃນຫຼາຍດ້ານ, ເປັນຕົ້ນ, ໄດ້ກວດກາ 4.129 ເປົ້າໝາຍ, ໄດ້ເກັບກໍາ ແລະ ໄລ່ລຽງມູນຄ່າການລົງທຶນຂອງລັດ ຈໍານວນ 4.601 ໂຄງການ ໃນນີ້ກວດກາສໍາເລັດ 692 ໂຄງການ, ກວດເຫັນຜົນເສຍຫາຍ 5.689,12 ຕື້ກວ່າກີບ, 31,77 ລ້ານໂດລາ ແລະ 36,89 ລ້ານບາດ. ພ້ອມນັ້ນ, ຍັງໄດ້ ກວດກາການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ພົບເຫັນຜູ້ລະເມີດກົດໝາຍ 1.119 ຄົນ, ໄດ້ຮັັບຄໍາຮ້ອງຄໍາສະເໜີ 4.817 ສະບັບ, ແກ້ໄຂ 1.524 ສະບັບ ຊຶ່ງເປັນການປະກອບສ່ວນສຳຄັນໃນ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ເຮັດໃຫ້ບັນດາປະກົດການຫຍໍ້ທໍ້ໃນກົງ ຈັກລັດ ໄດ້ຮັບການແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ທ່ານ ນາງ ປີ່ງຄໍາ ລາຊະສິມມາ ຕາງໜ້າສະພາແຫ່ງຊາດ ໄດ້ຂຶ້ນຜ່ານຮ່າງມະຕິກອງປະ ຊຸມສະພາແຫ່ງຊາດ 2 ສະບັບດັ່ງກ່າວ, ສະພາແຫ່ງຊາດ ເຫັນວ່າຍັງມີບາງບັນຫາທີ່ອົງການກວດກາແຫ່ງລັດຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນການຜັນຂະຫຍາຍແຜນຍຸດທະສາດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຍັງຊັກຊ້າ, ການສຶກສາອົບຮົມ ຜົນຮ້າຍຂອງການສໍ້ລາດບັງຫຼວງຕໍ່ເປົ້າໝາຍ ຕ່າງໆໃນທົ່ວສັງຄົມຍັງບໍ່ເລິກເຊິ່ງ, ບັນດາປະກົດການສວຍໃຊ້ໜ້າທີ່ຕໍາແໜ່ງ ສໍ້ລາດບັງຫຼວງ ດ້ວຍຫຼາຍ ຮູບການ ແລະ ຫຼາຍລະດັບແຕກຕ່າງກັນຍັງແຜ່ຫຼາຍ, ສັງຄົມທັກທ້ວງຕິຕຽນຫຼາຍແຕ່ການກວດກາ ແລະ ສະກັດກັ້ນຍັງເຮັດໄດ້ໜ້ອຍ, ມີຫຼາຍກໍລະນີກວດເຫັນແຕ່ບໍ່ໄດ້ຮັບການແກ້ໄຂຈິງຈັງ, ການກວດກາຕາມ ຜົນການກວດສອບ ໂດຍສະເພາະແມ່ນການກວດກາຂົງເຂດການລົງທຶນ, ການຄຸ້ມຄອງງົບປະມານ, ການເກັບລາຍຮັບ, ການຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດຍັງເຮັດໄດ້ໜ້ອຍ, ມີບາງເປົ້າໝາຍ ກວດພົບເຫັນຄວາມເສຍຫາຍຫຼາຍ ແຕ່ການເກັບກູ້ເງິນຄືນໃຫ້ລັດໄດ້ໜ້ອຍ.
ຂ່າວ-ພາບ: ແສງຈັນ
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com