Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 29 ມີນາ 2021, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ອົສຕຣາລີ ທີ່ກະຊວງການຕ່າງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດລາວ ແລະ ອົສຕຣາລີ. ໃນໂອກາດດັ່ງກ່າວ, ທ່ານ ນາງ ມາຣີສ ເພນ (Marise Payne), ໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສໍາ ເລັດຂອງກອງປະຊຸມໃຫຍ່ພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI ແລະ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ IX ພ້ອມໄດ້ສະແດງຄວາມຍິນດີຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຖືກແຕ່ງຕັ້ງເປັນ ກຳມະການກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ອີກສະໄໝໜຶ່ງ.
ໃນການໂອ້ລົມໂທລະສັບທາງໄກໃນຄັ້ງນີ້, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ຕະຫຼອດໄລຍະຜ່ານມາ, ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952, ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ ຊຶ່ງໄດ້ເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະ ເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນີ້, ທັງສອງຝ່າຍເຫັນດີ ທີ່ຈະຈັດກິດຈະກໍາຕ່າງໆຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ອົສຕຣາລີ ຄົບຮອບ 70 ປີ ໃນປີ 2022 ທີ່ຈະມາເຖິງນີ້. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ລັດຖະບານ ແລະ ປະຊາຊົນອົສຕຣາລີ ທີ່ໄດ້ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະ ການຊ່ວຍເຫຼືອເພື່ອການພັດທະ ນາ (ODA) ໃນຂົງເຂດວຽກ ງານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ສາທາລະນະສຸກ, ການຄ້າ- ການລົງທຶນ ແລະ ຍັງຈະໃຫ້ ການຊ່ວຍເຫຼືອເພີ່ມຕື່ມເຂົ້າໃນການຈັດຊື້ວັກຊິນ, ການຂົນສົ່ງ ແລະ ການຊ່ວຍເຫຼືອດ້ານເຕັກນິກອື່ນໆ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆອີກດ້ວຍ. ພ້ອມກັນນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ທີ່ກໍາລັງຈັດຕັ້ງປະຕິບັດຮ່ວມກັນ ແລະ ຜົນສໍາເລັດຕ່າງໆທີ່ຍາດມາໄດ້ ໃນໄລຍະຜ່ານມາ.
ນອກຈາກນີ້, ສອງຝ່າຍ ຍັງໄດ້ປືກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ ລວມທັງການຮັດແໜ້ນການຮ່ວມມືໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ການຮ່ວມມືໃນຂອບອາຊຽນ, ອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດ ແລະ ອື່ນໆ. ໃນໂອກາດດັ່ງກ່າວນີ້, ຝ່າຍອົສຕຣາລີ ຍັງໄດ້ເຊື້ອເຊີນ ທ່ານ ສະເຫຼີມໄຊ ກົມມະສິດ ເດີນທາງຢ້ຽມຢາມປະເທດອົສຕຣາລີ ພາຍຫຼັງສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ສາມາດຄວບຄຸມໄດ້ ແລະ ກັບເຂົ້າສູ່ສະພາບປົກກະຕິ.
(ຂ່າວ: ກະຊວງການຕ່າງປະເທດ)
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com