Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສ່ວຍສາອາກອນປະຈຳແຂວງອັດຕະປື ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງອັດຕະປື, ທະນາຄານສົ່ງເສີມກະສິກຳ ສາຂາແຂວງອັດຕະປື ໄດ້ເຄື່ອນໄຫວເປີດຂະບວນ ການຮັບຊຳລະຄ່າທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2021 ຜ່ານລະບົບທະນາຄານຂຶ້ນຢູ່ 2 ຈຸດ ຄື: ຢູ່ສຳນັກງານສ່ວຍສາອາກອນປະຈຳແຂວງ ແລະ ຢູ່ສຳນັກງານອົງການປົກຄອງແຂວງ ເມື່ອບໍ່ດົນມານີ້.
ທ່ານ ຄອນສະຫັວນ ໄຊຍະສອນ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງອັດຕະປື ກ່າວວ່າ: ການເປີດຂະບວນການໃນຄັ້ງນີ້, ແມ່ນໄດ້ແບ່ງເປັນ 2 ຂັ້ນຕອນໃນການຈັດຕັ້ງປະຕິບັດຄື: 1. ເລັ່ງໃສ່ບັນ ດາອົງການຈັດຕັ້ງຂັ້ນຕ່າງໆ ແລະ ພະນັກງານ-ລັດຖະກອນ ຕ້ອງເປັນແບບຢ່າງນຳໜ້າ ໃນການປະກອບ ສ່ວນປະຕິບັດພັນທະຂອງຕົນໃຫ້ຖືກຕ້ອງ, ຄົບຖ້ວນ; 2. ສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດມາດຕະ ການກວດກາຢູ່ຈຸດຕ່າງໆຕາມສາຍທາງ.
ທ່ານ ຄອນສະຫັວນ ໄຊຍະສອນ ຍັງໄດ້ກ່າວຕື່ມອີກວ່າ: ສຳລັບພາຫະນະທີ່ຖືກເສຍຄ່າທຳນຽມ ທາງປະຈຳປີ ແມ່ນພາຫະນະປ້າຍຟ້າ, ປ້າຍແດງ ປກສ, ປ້າຍແດງກອງທັບ, ປ້າຍເຫຼືອງ, ປ້າຍຂາວ. ນອກຈາກທີ່ໄດ້ຍົກເວັ້ນຢູ່ໃນມາດຕາ 6 ຂອງລັດຖະບັນຍັດ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017. ທັງນີ້ກໍເພື່ອເປັນການເຮັດໜ້າທີີ່ປຸກລະດົມຊຸກຍູ້ໃຫ້ບັນດາບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕະ ຫຼອດຮອດປະຊາຊົນບັນດາເຜົ່າໃນຂອບເຂດທົ່ວແຂວງທີ່ນຳໃຊ້ຍານພາຫະນະ ແລະ ເປັນເຈົ້າຂອງກຳມະ ສິດນຳໃຊ້ທີ່ດິນ ໄດ້ມີຄວາມຕື່ນຕົວປະກອບສ່ວນພັນທະຂອງຕົນຢ່າງຕັ້ງໜ້າ ແລະ ຫັນເຂົ້າສູ່ລະບຽບ, ກົດ ໜາຍໃຫ້ດີຂຶ້ນເທື່ອລະກ້າວ.
(ຂ່າວ: ວັດທະນາ)
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com