Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກ ປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈຳປີ 2021, ໃນຕອນບ່າຍ ວັນທີ 1/4/2021, ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ (ຄຕພ) ປປ ລາວ ພ້ອມດ້ວຍ ບັນດາສະຫາຍ ຕາງໜ້າ ອົງການອ້ອມຂ້າງສູນ ກາງ ໄດ້ຕາງໜ້າການນຳຂອງ ພັກ ປປລາວ ເຂົ້າຮ່ວມກອງປະ ຊຸມພົບປະຜ່ານວິດີໂອທາງໄກ ກັບ ສະຫາຍ ເລ ຮວ່າຍ ຈຸງ ກຳ ມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ, ຕາງໜ້າໃຫ້ການນຳພັກກອມມູນິດຫວຽດນາມ.
ໃນກອງປະຊຸມ, ສະຫາຍ ເລ ຮວ່າຍ ຈຸງ ໄດ້ແຈ້ງໃຫ້ຄະນະ ຝ່າຍລາວຊາບ ກ່ຽວກັບຜົນສຳ ເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ໄດ້ດຳເນີນມາໃນທ້າຍເດືອນ ມັງກອນ ຫາຕົ້ນເດືອນກຸມພາ 2021 ທີ່ຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ຈຸດປະສົງຂອງກອງປະຊຸມ ໂດຍສະເພາະແມ່ນການຕີລາຄາຜົນສຳເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XIV ໄລຍະ 2016-2020 ຊຶ່ງເປັນຂີດໝາຍແຫ່ງການພັດທະນາ ທີ່ເຂັ້ມແຂງຂອງການປະຕິວັດຫວຽດນາມໃນໄລຍະໃໝ່ຕາມທິດ ສາມັກຄີ, ປະຊາທິປະໄຕ, ເດັດດ່ຽວ, ປະດິດສ້າງ, ພັດທະນາ ດ້ວຍການສືບຕໍ່ເພີ່ມທະວີການກໍ່ ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ ເຂັ້ມແຂງ; ເສີມຂະຫຍາຍຄວາມມຸ່ງຫວັງ ໃນການພັດທະນາປະເທດຊາດ, ເສີມຂະຫຍາຍມານະຈິດປະ ຕິວັດ, ເຫງົ້າພະລັງ ແຫ່ງມະຫາສາມັກຄີທົ່ວທັງຊາດໄປຄຽງຄູ່ກັບການສົມທົບແໜ້ນກັບກຳລັງແຮງຂອງຍຸກສະໄໝ; ສືບຕໍ່ຊຸກຍູ້ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ເປັນລະບົບ; ສ້າງສາ ແລະ ປົກປັກຮັກສາ ປະເທດຊາດໃຫ້ໜັກແໜ້ນ; ຮັກ ສາສະພາບແວດລ້ອມສັນຕິ ພາບ, ສະຖຽນລະພາບ; ສູ້ຊົນເພື່ອໃຫ້ປະເທດກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມໃນກາງສະຕະວັດທີ XXI. ສະຫາຍ ເລ ຮວ່າຍ ຈຸງ ໄດ້ເນັ້ນໜັກເຖິງເນື້ອໃນບັນດາເອກະສານທີ່ໄດ້ສະເໜີຜ່ານກອງປະຊຸມໃຫຍ່ເປັນໝາກຜົນ ແຫ່ງການປະສານສົມທົບລະ ຫວ່າງ ທິດສະດີ ແລະ ພຶດຕິກຳຕົວຈິງ, ລະຫວ່າງ ທັດສະນະແຫ່ງການຢຶດໝັ້ນ ແລະ ການປ່ຽນແປງໃໝ່, ລະຫວ່າງ ການສືບທອດ ແລະ ການພັດທະນາ ຢ່າງກົມກຽວ. ກອງປະຊຸມໃຫຍ່ໄດ້ສ່ອງແສງໃຫ້ເຫັນ ບັນດາຜົນສຳເລັດທີ່ຍາດມາໄດ້ຢ່າງພາວະວິໄສ ຮອບດ້ານ, ບັນດາຂໍ້ຄົງຄ້າງ ແລະ ຈຸດອ່ອນ, ຊີ້ໃຫ້ເຫັນເຖິງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້; ກອງປະຊຸມໃຫຍ່ສືບຕໍ່ຢືນຢັນ ຢຶດໝັ້ນລັດທິ ມາກ-ເລນິນ, ແນວຄິດໂຮ່ຈິມິນ ມາໝູນໃຊ້ຢ່າງປະດິດສ້າງ ໂດຍສອດຄ່ອງກັບພຶດຕິກຳຕົວຈິງຂອງຫວຽດນາມ; ຢຶດໝັ້ນຈຸດໝາຍເອກະລາດແຫ່ງຊາດ ຕິດພັນກັບ ລັດທິສັງຄົມນິຍົມ; ເປັນເຈົ້າການສືບຕໍ່ຍູ້ແຮງພາ ລະກິດການປ່ຽນແປງໃໝ່ຮອບ ດ້ານ, ຄົບຊຸດ, ຕັ້ງໜ້າເຊື່ອມໂຍງກັບສາກົນ, ນຳເອົາປະເທດຊາດກ້າວຂຶ້ນມີການພັດທະນາດ້ວຍຈັງຫວະໄວ ແລະ ໝັ້ນທ່ຽງ ກວ່າເກົ່າໃນໄລຍະໃໝ່. ສະ ຫາຍ ເລ ຮ່ວາຍ ຈຸງ ຍັງໄດ້ຢືນ ຢັນຄືນແນວທາງການຕ່າງ ປະ ເທດເອກະລາດ, ເອກະລາດເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍສີ, ຕັ້ງໜ້າເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນຮັກສາສະພາບແວດລ້ອມສັນຕິພາບສະຖຽນລະພາບ, ສືບຕໍ່ຍົກສູງພາລະບົດບາດໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ເລ ຮວ່າຍ ຈຸງ ໄດ້ຢືນຢັນວ່າ ພັກ, ລັດຖະບານ ຫວຽດນາມໃຫ້ບຸລິມະສິດແກ່ການເສີມຂະຫຍາຍສາຍພົວ ພັນພິເສດ ຫວຽດນາມ-ລາວ ແລະ ໄດ້ສະແດງຄວາມຂອບ ໃຈ ມາຍັງຄະນະບໍລິຫານງານສູນກາງພັກ ປປ ລາວ.
ບັນດາການນຳພັກ, ລັດ, ຄະນະອ້ອມຂ້າງສູນກາງພັກ, ກະຊວງ, ຂະແໜງການ, ແນວ ລາວສ້າງຊາດ ແລະ ບັນດາອົງ ການຈັດຕັ້ງມະຫາຊົນຂອງລາວ ທີ່ໄດ້ສົ່ງໂທລະເລກອວຍພອນ ເຖິງກອງປະຊຸມໃຫຍ່ ກໍຄືບັນ ດາຄູ່ຮ່ວມຕຳແໜ່ງຂອງຫວຽດ ນາມ ຊຶ່ງເປັນການສະແດງໃຫ້ ເຫັນເຖິງການພົວພັນພິເສດລະ ຫວ່າງ ຫວຽດນາມ ແລະ ລາວ.
ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ຕີລາຄາສູງຕໍ່ຜົນສຳເລັດການດຳເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຊຶ່ງແມ່ນ ໝາກຜົນແຫ່ງການສັງລວມສະຕິປັນຍາອັນຍອດຍິ່ງຂອງທົ່ວພັກ, ທົ່ວປວງຊົນ, ເປັນການສະແດງເຖິງຄວາມເປັນເອກະພາບ ແລະ ການຕັດສິນໃຈອັນສູງສົ່ງຂອງພັກກອມມູນິດຫວຽດນາມ ໃນການສືບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ ຕາມທິດສັງຄົມນິຍົມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳ ເລັດໃໝ່ໃຫຍ່ຫຼວງ ກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຢ່າງມີໄຊ, ສ້າງສາປະເທດຊາດຫວຽດນາມ ກາຍ ເປັນປະເທດເຂັ້ມແຂງ ແລະ ວັດທະນາຖາວອນໃນສະຕະ ວັດທີ XXI. ສອງຝ່າຍໄດ້ເອກະພາບກັນແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການຖະນຸຖະ ໜອມ ແລະ ເສີມຂະຫຍາຍນັບມື້ເຂົ້າສູ່ລວງເລິກ, ມີຄວາມສະໜິດສະໜົມ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເປັນການພົວພັນທີ່ເປັນແບບຢ່າງ, ຊື່ສັດບໍລິສຸດ ທີ່ຫາຍາກ, ເປັນໜື່ງໃນປັດໃຈຕັດສິນໄຊຊະນະຂອງພາລະກິດປະຕິວັດຂອງສອງປະເທດ ລາວ ແລະ ຫວຽດນາມ. ສອງຝ່າຍຢືນຢັນຈະເຮັດສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ- ຫວຽດນາມ ໃຫ້ນັບມື້ໄດ້ຮັບການ ຂະຫຍາຍຕົວ ແລະ ຂຽວສົດງົດງາມຕະຫຼອດການລະນານ.
ສອງຝ່າຍໄດ້ຢືນຢັນຈະຮ່ວມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ປະສານສົມທົບກັນຢ່າງແໜ້ນ ແຟ້ນໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ປະຕິບັດບັນດາບົດບັນທຶກຂໍ້ຕົກລົງລະ ຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ຢ່າງມີປະສິດທິຜົນ.
(ຂ່າວ: ຄຕພ, ພາບ: ສຸກສະຫວັນ)
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com