Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 6 ເມສາຜ່ານມາ, ແຂວງເຊກອງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການກະກຽມ ແລະ ການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍປະທານ-ຮອງປະທານ, ບັນດາທ່ານຄະນະກໍາ ມະການເລືອກຕັ້ງຂັ້ນແຂວງ-ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ພ້ອມທັງສະຫຼຸບຕີລາຄາກ່ຽວກັບການກະກຽມ ແລະ ການດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະອະນຸກໍາມະການ ໂດຍບັນດາຄໍາເຫັນທີ່ນໍາມາປຶກສາຫາລືກັນຄັ້ງນີ້ແມ່ນຈະເປັນຂໍ້ມູນໃຫ້ແກ່ການປັບປຸງບົດສະຫຼຸບຕີລາຄາໃຫ້ມີເນື້ອໃນຄົບ ຖ້ວນ, ຊັດເຈນ ແລະ ເປັນບົດຮຽນໃຫ້ແກ່ການປັບປຸງກົດໝາຍ, ນິຕິກໍາລຸ່ມກົດໝາຍກ່ຽວກັບການກະກຽມ ແລະ ການດໍາເນີນການເລືອກຕັ້ງ ສສຊ ແລະ ສສຂ ໃນຕໍ່ໜ້າ.
ໂອກາດດັ່ງກ່າວ, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍທຸກພາກ ສ່ວນທີ່ໄດ້ຮ່ວມການກະກຽມ ແລະ ດໍາເນີນການເລືອກຕັ້ງ ຈົນໄດ້ຮັບຜົນສໍາເລັດຕາມຄາດໝາຍ, ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ກໍຄືບັນດາສາເຫດທີ່ ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນແຕ່ລະບັນຫາ, ພ້ອມທັງສະເໜີມາດຕະການ ແລະ ວິທີການແກ້ໄຂ ເພື່ອເປັນບົດຮຽນທີ່ດີໃຫ້ແກ່ການກະກຽມການເລືອກຕັ້ງໃນຊຸດຕໍ່ໄປ ເປັນຕົ້ນການ ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ວຽກງານເລືອກຕັ້ງ ແລະ ການອອກນິຕິກໍາຕ່າງໆ ເພື່ອເປັນບ່ອນອີງແກ່ການປະຕິບັດວຽກງານຂອງຄະນະກຳມະການເລືອກຕັ້ງຂັ້ນຕ່າງໆ; ຄວາມຮັບຜິດ ຊອບຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນ ໃນການຄັດ ເລືອກເປົ້າໝາຍຜູ້ສະໝັກຮັບເລືອກຕັ້ງ; ການໂຄສະນາປຸກລະດົມຂະບວນການ; ການໂຄສະນາພົບປະກັບຜູ້ມີສິດປ່ອນບັດເລືອກຕັ້ງ; ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ການນໍາໃຊ້ງົບປະມານ ແລະ ວຽກງານອື່ນໆ ທີ່ກ່ຽວກັບການກະກຽມ ແລະ ການດໍາເນີນການເລືອກຕັ້ງ.
(ຂ່າວ-ພາບ: ສັນຍາ)
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com