Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 7 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກກັບ ທ່ານ ຊູງະ ໂຢຊິຮິເດະ (H.E. Mr. SUGA Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ.
ໃນການສົນທະນາຄັ້ງນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ທີ່ໄດ້ໂອ້ລົມກັບ ທ່ານ ຊູງະ ໂຢຊິຮິເດະ ອີກຄັ້ງ ພາຍຫຼັງທີ່ໄດ້ມີໂອກາດພົບປະກັນໃນການຢ້ຽມຢາມຍີ່ປຸ່ນ ເພື່ອຮັບຫຼຽນກຽດຕິຄຸນອາທິດອຸໄທ ໃນເດືອນພະຈິກ 2019 ທີ່ຜ່ານມາ ແລະ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ຕໍ່ຄໍາຊົມເຊີຍອັນອົບອຸ່ນ ໃນໂອກາດທີ່ໄດ້ຮັບຕໍາແໜ່ງໃໝ່. ພ້ອມກັນນີ້, ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມພ້ອມທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ທ່ານ ຊູງະ ໂຢຊິຮິເດະ ຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ແລະ ປະກາດຮັບຮອງແຜນປະຕິບັດງານ ເພື່ອຄວາມກ້າວໜ້າຂອງການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.
ໃນໂອກາດດຽວກັນ, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີ ຕໍ່ການສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (5 ມີນາ 1955-5 ມີນາ 2020) ແລະ ການເປັນຄູ່ຮ່ວມຍຸດທະສາດ ຄົບຮອບ 5 ປີ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນປີ 2020 ຜ່ານມາ, ເຖິງແມ່ນວ່າຈະມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ສອງປະເທດ ກໍພ້ອມພາກັນສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວ ດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມກັນນີ້, ສອງຝ່າຍຍັງຕີລາຄາສູງທີ່ເຫັນວ່າ ຕະຫຼອດໄລຍະເວລາ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ສອງປະເທດ ໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໃນດ້ານຕ່າງໆໃນຫຼາຍຂົງເຂດ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການຮ່ວມມືທາງດ້ານວຽກງານປ້ອງກັນປະເທດ, ການລົງທຶນ ຢູ່ ສປປ ລາວ ແລະ ໂຄງການຊ່ວຍເຫຼືອຕ່າງໆຈາກຍີ່ປຸ່ນ ແລະ ສອງຝ່າຍຍັງໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ໃນຕອນທ້າຍ, ທ່ານ ພັນຄຳ ວິພາວັນ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນອຸປະສັກ ຕໍ່ການພັດທະນາເສດຖະກິດ ກໍຄືການດໍາລົງຊີວິດຂອງປະຊາຊົນໃນທົ່ວໂລກ ແລະ ອວຍພອນໃຫ້ ທ່ານ ຊູງະ ໂຢຊິຮິເດະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ.
ຂ່າວ : ກະຊວງການຕ່າງປະເທດ-ພາບ : ສຳນານ
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com