Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຈີນ - ອາເມຣິກາ ປະກາດຖະແຫຼງການຮ່ວມ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 20/04/2021 09:01:29 ຈຳ​ນວນ​​ຢ້ຽມ​ຊົມ 406 ຄັ້ງ

ຂ່າວສານຊີອາໄອລາຍງານວ່າ: ໃນລະຫວ່າງວັນທີ 15-16 ເມສາຜ່ານມ, ຢູ່ກຳແພງນະຄອນຊຽງໄຮ້, ຈີນ ແລະ ອາເມຣິກາ ໄດ້ຈັດການເຈລະຈາເພື່ອຫາລືບັນຫາວິກິດການດິນຟ້າອາກາດ. ຫຼັງການເຈລະຈາ, ສອງຝ່າຍໄດ້ປະກາດຖະແຫຼງການຮ່ວມ.

ຖະແຫຼງການຮ່ວມລະບຸວ່າ: ຈີນ ແລະ ອາເມຣິກາ ຈະສຸມໃສ່ການຮ່ວມມືກັນ ພ້ອມທັງຮ່ວມກັບປະເທດອື່ນໆ ເພື່ອແກ້ໄຂວິກິດການດິນຟ້າອາກາດ ໂດຍຈະຮັບມືຕາມຄວາມຮຽກຮ້ອງຕ້ອງການຢ່າງຂ້ຽວຂາດ ແລະ ຄວາມຮີບດ່ວນ, ລວມທັງການເພີ່ມທະວີການເຄື່ອນໄຫວຂອງໃຜລາວ ແລະ ການຮ່ວມມືກັນຢູ່ພາຍໃຕ້ສົນທິສັນຍາຂອບການປ່ຽນແປງດິນຟ້າອາກາດຂອງອົງການສະຫະປະຊາຊາດ, ສັນຍາປາຣີ ແລະ ຂະບວນການຫຼາຍຝ່າຍອື່ນໆ.

ນອກນີ້, ສອງຝ່າຍ ຍັງຈະໃຊ້ການເຄື່ອນໄຫວໄລຍະໃກ້ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂວິກິດການດິນຟ້າອາກາດຕື່ມອີກ ຊຶ່ງລວມການຈັດວາງຍຸດທະສາດໄລຍະຍາວຂອງແຕ່ລະຝ່າຍ ເພື່ອບັນລຸການປອດການລະບາຍກາກບອນດີອອກຊິດ ຫຼື ອາຍອຸ່ນເຮືອນແກ້ວ, ທຳຄວາມພະຍາຍາມສຸດຂີດໃນການເພີ່ມທະວີການລົງທຶນ ແລະ ການລະດົມທຶນ ເພື່ອສະໜັບສະໜູນປະເທດພວມພັດທະນາ ຫັນປ່ຽນຈາກການນຳໃຊ້ພະລັງງານຊາກຫີນທີ່ມີກາກບອນສູງ ໄປສູ່ພະລັງງານທີ່ລະບາຍກາກບອນຕ່ຳ, ພະລັງງານໝູນວຽນ ແລະ ອື່ນໆ.

ພາຍຫຼັງຈີນ - ອາເມຣິກາ ປະກາດຖະແຫຼງການຮ່ວມ, ທ່ານ ຊິດດາສ ຈັດເຕີຈີ ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈຳ ສປຈີນ ກ່າວວ່າ: ຈີນ-ອາເມຣິກາ ຮ່ວມມືກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນແມ່ນເລື່ອງສຳຄັນທີ່ສຸດຕໍ່ປະຊາຄົມໂລກ. ທ່ານ ກ່າວຕື່ມວ່າ: ໃນຖານະທີ່ເປັນ 2 ກຸ່ມເສດຖະກິດຕົ້ນຕໍທີ່ໃຫຍ່ສຸດໃນໂລກ, ຈີນ ແລະ ອາເມຣິກາ ຮ່ວມມືກັນໃນດ້ານການປ່ຽນແປງຂອງດິນຟ້າອາກາດນັ້ນ ຈະປ່ຽນແປງອະນາຄົດໃນທົ່ວຂົງເຂດການປ່ຽນແປງຂອງດິນຟ້າອາກາດ. ລະບົບອົງການສະຫະປະຊາຊາດ ສາມາດສະໜອງເວທີຫຼາຍຝ່າຍທີ່ດີທີ່ສຸດ ໃຫ້ແກ່ການຊຸກຍູ້ການເຈລະຈາໃນດ້ານການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມື ຈີນ ອາເມຣິກາ ສາມາດເຮັດໃຫ້ໂລກຈົບງາມກວ່າເກົ່າໄດ້. ໂລກພວມປະເຊີນໜ້າກັບວິກິດການດ້ານດິນຟ້າອາກາດ, ການຮ່ວມມື ລະຫວ່າງ ຈີນ ກັບ ອາເມຣິກາ ຈະເສີມຂະຫຍາຍບົດບາດອັນໃຫຍ່ຫຼວງໃນດ້ານການຊົມໃຊ້ເຕັກນິກ, ຊົມໃຊ້ຄວາມຮູ້, ການຖອດຖອນບົດຮຽນ ແລະ ດ້ານອື່ນໆ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com