Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປັດໃຈຊຸກຍູ້ໃຫ້ ກູບາ ກ້າວໄປສູ່ສັງຄົມນິຍົມ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 20/04/2021 09:03:19 ຈຳ​ນວນ​​ຢ້ຽມ​ຊົມ 619 ຄັ້ງ

(ເນື່ອງໃນໂອກາດລະນຶກວັນໄຊຊະນະຮີຣົງຂອງກູບາ 19/4/1961-19/4/2021)

ຮຽບຮຽງໂດຍ: ລຸ້ງດາວ ບຸນມີ

ກ່ອນໜ້ານີ້ 56 ປີ, ກອງທັບ ແລະ ປະຊາຊົນກູບາ ພາຍໃຕ້ການຊີ້ນຳໂດຍກົງຂອງ ທ່ານ ຟີແດນ ກາສໂຕຣ ຜູ້ບັນຊາການສູງສຸດ ໄດ້ຕີເອົາຊະນະ ທະຫານຮັບຈ້າງ ແລະ ພວກແຊກແຊງຂອງຕ່າງປະເທດ, ສາມາດປົກປັກຮັກສາອຳນາດການປົກຄອງປະຕິວັດ ອັນໜຸ່ມນ້ອຍຢ່າງມີໄຊ. ນັ້ນແມ່ນ ໄຊຊະນະຮີຣົງ ແມ່ນປະຫວັດສາດຂອງປະຊາຊົນກູບາ.

ຫຼັງຈາກປະກາດເອກະລາດ, ອຳນາດການປົກຄອງປະຕິວັດກູບາ ໄດ້ດຳເນີນການປະຕິຮູບເສດຖະກິດ-ສັງຄົມ ຫັນບັນດາບໍລິສັດທຶນນິຍົມຂອງຕ່າງປະເທດ ມາເປັນຂອງລັດ, ປະຕິຮູບຕົວເມືອງ, ສ້າງຕັ້ງບັນດາສະຫະກອນ ເພື່ອເພີ່ມພູນຜະລິດຜົນ, ລົບລ້າງໄພກືກໜັງສື, ສ້າງຕັ້ງສັງຄົມໃໝ່ ຊຶ່ງແມ່ນປະຊາຊົນຜູ້ອອກແຮງງານ ເປັນເຈົ້າຂອງ. ເຖິງຢ່າງໃດກໍຕາມ, ພວກຝືນປະຕິວັດ ຍາມໃດກໍບໍ່ລົດລະຢາກມ້າງເພທຳລາຍການປະຕິວັດຂອງປະຊາຊົນກູບາ.

ຕອນເຊົ້າວັນທີ 15 ເມສາ ປີ 1961, ເຮືອບິນສູ້ຮົບຂອງສັດຕູ ນັບສິບໆລຳ ໄດ້ຍິງໃສ່ເຂດການທະຫານ, ລະບົບເດີ່ນບິນ, ຂົວ-ທາງຕ່າງໆຂອງກູບາ. 2 ມື້ຕໍ່ມາ, ວັນທີ 17 ເມສາ ການຕໍ່ສູ້ໄດ້ແຜ່ລາມອອກໄປທົ່ວນ່ານຟ້າຂອງກູບາ. ຕາມແຜນການຂອງສັດຕູ ແມ່ນຢາກຢຶດດິນແດນຕອນໜຶ່ງເປັນຂອງເຂົາ, ແຕ່ຍ້ອນມີການຕອບໂຕ້ຢ່າງດຸເດືອດ ແລະ ທັນການຂອງກອງທັບ ແລະ ປະຊາຊົນຢູ່ທ້ອງຖິ່ນ ຮ່ວມກັບບັນດາຊາວນາ ຈັບປືນລຸກຂຶ້ນຕໍ່ສູ້ຢ່າງພິລະອາດຫານ ແລະ ໄດ້ທຳລາຍກຳລັງປະກອບອາວຸດຂອງສັດຕູ ຢູ່ແຄມທະເລຮີຣົງ. ການຕໍ່ສູ້ສຸດທີ່ຂ້ຽວຂາດ ແລະ ແກ່ຍາວມາຮອດຕອນແລງຂອງວັນທີ 19 ເມສາ 1961, ທະຫານຝ່າຍສັດຕູ ໄດ້ຖືກຕີຖອຍຢ່າງສີ້ນເຊີງ ແລະ ຖືກດັບສູນ 117 ຄົນ ແລະ 1.180 ຄົນຖືກບາດເຈັບ. ຈາກຈຸດສູງສຸດ ແຫ່ງໄຊຊະນະຮີຣົງ, ປະຊາຊົນກູບາ ສືບຕໍ່ເດັດດ່ຽວຍົກສູງຄັນທຸງເອກະລາດ ແລະ ຍິ່ງເຊື້ອໝັ້ນຕໍ່ລັດທິສັງຄົມນິຍົມ. ສະນັ້ນ, ຈຶ່ງຖືໄດ້ວ່າ: ໄຊຊະນະຮີຣົງ ແມ່ນປັດໃຈໜຶ່ງທີ່ຊຸກຍູ້ໃຫ້ ກູບາ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

ປັດຈຸບັນ, ກູບາ ໄດ້ເປີດກ້ວາງບັນດາການປະຕິຮູບເສດຖະກິດ ຕາມກົນໄກເສດຖະກິດຕະຫຼາດ ແລະ ອະນຸຍາດ ໃຫ້ພາກເອກະຊົນປະກອບສ່ວນເຂົ້າໃນຂົງເຂດບໍລິການຄ້າຂາຍຍ່ອຍຈຳນວນໜຶ່ງ. ນັບແຕ່ເດືອນມັງກອນ ປີ 2012, ບັນດາຜູ້ເຮັດອາຊີບເຊັ່ນ: ຊ່າງໄມ້, ຊ່າງຊ່ຽນກະແຈ, ຊ່າງຖ່າຍຮູບ ແລະ ບັນດາຜູ້ເຮັດອາຊີບສ້ອມແປງອື່ນໆ ໄດ້ຮັບການອະນຸຍາດເປີດຮ້ານເປັນຂອງຕົນເອງ. ນີ້ກໍ່ແມ່ນບັນດາວິທີການປະຕິຮູບໃໝ່ ແນໃສ່ຟື້ນຟູພື້ນຖານເສດຖະກິດຂອງກູບາ ດ້ວຍຈິດໃຈເປັນເຈົ້າຕົນເອງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com