Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

WHO ຊີ້ວ່າ ປະເທດທີ່ມີລາຍໄດ້ຕ່ຳສຸດສີດວັກຊີນປ້ອງກັນພະຍາດໂຄວິດ-19 ພຽງ 1%

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 22/04/2021 08:50:42 ຈຳ​ນວນ​​ຢ້ຽມ​ຊົມ 671 ຄັ້ງ

ຂ່າວຕ່າງປະເທດລາຍງານ ວັນທີ 20 ເມສາທີ່ຜ່ານມານີ້, ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານວ່າ ໃນຕະຫຼອດອາທິດທີ່ຜ່ານມາມີການສີດວັກຊີນປ້ອງກັນພະຍາດໂຄວິດ-19 ໃນກຸ່ມປະເທດທີ່ມີລາຍໄດ້ຕ່ຳສຸດຄິດເປັນອັດຕາສ່ວນພຽງ 1% ຂອງວັກຊີນຈຳນວນ 100 ລ້ານໂດສ ຂະນະທີ່ WHO ຍັງຄົງສືບຕໍ່ດໍາເນີນການເຮັດວຽກຮ່ວມກັບກຸ່ມຜູ້ຜະລິດວັກຊີນເພື່ອຂະຫຍາຍການຜະລິດທົ່ວໂລກ.

ທ່ານ ບຼູຊ ໄອວາດ ທີ່ປຶກສາອາວຸໂສຂອງ WHO ໄດ້ອອກຖະແຫຼງການວ່າ ສຳລັບກຸ່ມປະເທດລາຍໄດ້ສູງ ລາຍໄດ້ປານກາງເຖິງສູງ ແລະ ປະເທດລາຍໄດ້ຕ່ຳເຖິງປານກາງບາງປະເທດສາມາດສີດວັກຊີນໄປໄດ້ແລ້ວເກືອບ 99 ລ້ານໂດສ ແຕ່ກຸ່ມປະເທດລາຍໄດ້ຕ່ຳທີ່ສຸດສາມາດສີດວັກຊີນໄດ້ພຽງ 1% ຂອງຈຳນວນດັ່ງກ່າວ. ສຳລັບບັນຫາການເພີ່ມກຳລັງການຜະລິດວັກຊີນນັ້ນທ່ານ ໄອວາດ ກ່າວວ່າ ການເພີ່ມການຜະລິດວັກຊີນສາມາດເຮັດໄດ້ງ່າຍ ແຕ່ວັກຊີນທີ່ຖືກຜະລິດຂຶ້ນມາພັດຖືກນຳໄປຈັດສັນຢ່າງຜິດທີ່ຜິດທາງ. ປັດຈຸບັນ, WHO ໄດ້ປະສານງານກັບບັນດາຜູ້ຜະລິດເພື່ອຊ່ວຍເພີ່ມຄວາມສາມາດໃນການຜະລິດວັກຊີນໃຫ້ແກ່ໂຄງການໂຄແວັກເພື່ອແຈກຢາຍໃຫ້ແກ່ກຸ່ມປະເທດທີ່ມີລາຍໄດ້ຕ່ຳເຖິງປານກາງ. ທ່ານ ໄອວາດ ກ່າວຕື່ມວ່າ ຂະບວນການດັ່ງກ່າວອາດຈະໃຊ້ເວລາຫຼາຍອາທິດ ຫຼື ຫຼາຍເດືອນ ໂດຍໃນຂະນະນີ້, WHO ຕ້ອງຕັດສິນໃຈເຖິງການຈັດສັນວັກຊີນທີ່ມີຢູ່ໃນປັດຈຸບັນຢ່າງຮີບດ່ວນ.

ທາງດ້ານທ່ານ ໂສມຢາ ສະວາມິນາຖານ ຫົວໜ້າຄະນະນັກວິທະຍາສາດຂອງ WHO ກ່າວວ່າ ຄວາມຈຳເປັນຮີບດ່ວນຂອງໂຄງການໂຄແວັກຄື ການຮ່ວມມືກັບບັນດາຜູ້ຜະລິດ ແລະ ຜູ້ຈັດຫາເພື່ອເພີ່ມປະລິມານວັກຊີນ ແລະ ກຳຈັດອຸປະສັກຕ່າງໆລວມເຖິງການສ້າງຫຼັກປະກັນວ່າ ຄຳສັ່ງຫ້າມສົ່ງອອກວັກຊີນຈະບໍ່ກີດຂວາງຂະບວນການຜະລິດ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com