Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກຽມຄວາມພ້ອມແຮງງານອາຊຽນ ສຳລັບໄລຍະຫຼັງ COVID -19

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 22/04/2021 08:52:53 ຈຳ​ນວນ​​ຢ້ຽມ​ຊົມ 1350 ຄັ້ງ

ຂ່າວສານຫວຽດນາມລາຍງານວ່າ: ການຫັນເປັນດີຈີຕອນ ແລະ ເຕັກໂນໂລຢີ ກໍ່ຄືການປະຕິວັດອຸດສາຫະກຳ ຄັ້ງທີ 4 ໄດ້ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດ, ອຸດສະຫະກຳ ແລະ ວຽກເຮັດງານທຳໃນທົ່ວອາຊຽນ.

ຂ່າວລະບຸວ່າ: ວັນທີ 20 ເມສາ, ຄະນະເລຂາອາຊຽນ ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າເສດຖະ ກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ແລະ ກະຊວງສຶກສາຟີລິບປິນ - ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນກ່ຽວກັບການສຶກສາ (SOMED) ໄດ້ຈັດກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ "ການກະກຽມກຳລັງແຮງງານອາຊຽນ ສຳລັບໄລຍະຫຼັງ COVID -19."

ກອງປະຊຸມສຳມະນານີ້ແມ່ນນອນໃນຂອບເຂດກອງປະຊຸມສຳມະນາດ້ວຍຫົວຂໍ້ກ່ຽວກັບອາຊຽນ, ຊຶ່ງຮ່ວມກັນ ໂດຍກອງເລຂາອາຊຽນ ແລະ ERIA ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຮູ້, ປະສົບການ ແລະ ສະເໜີນະໂຍບາຍຕ່າງໆ ເພື່ອຊຸກຍູ້ການຊຸກຍູ້ການຟື້ນຟູຫຼັງໂຣກລະບາດ COVID-19.

ໃນບົດກ່າວປາໄສເປີດກອງປະຊຸມ, ທ່ານ ຄຸງ ພົວກາກ ຮອງເລຂາທິການໃຫຍ່ອາຊຽນຮັບຜິດ ຊອບປະຊາຄົມວັດທະນະທຳ-ສັງຄົມ ໄດ້ເນັ້ນໜັກວ່າ ໃນສະພາບການຂອງໂຣກລະບາດ COVID-19 ມີຜົນກະທົບໃນບັນດາປະເທດ, ການຮ່ວມມືໃນພາກພື້ນແມ່ນສຳຄັນຂຶ້ນກວ່າເກົ່າ. ອາຊຽນ ຄວນໃຊ້ປະ ໂຫຍດຈາກໂອກາດນີ້ໃນການແກ້ໄຂບັນຫາຊອງຫວ່າງຄວາມສາມາດ ແລະ ການຫວ່າງງານ ໂດຍຜ່ານຫຼາຍວິທີການ.

ຕໍ່ບັນຫານີ້, ບັນດາຜູ້ນຳອາຊຽນ ໄດ້ຕົກລົງທີ່ຈະສົ່ງເສີມການສຶກສາ ແລະ ການຝຶກອົບຮົມດ້ານວິຊາການ (TVET). ໂດຍຮັບຮູ້ເຖິງຄວາມສຳຄັນຂອງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນການສົ່ງເສີມ TVET, ອາຊຽນໄດ້ສ້າງຕັ້ງສະພາ TVET ໃນເດືອນມິຖຸນາປີ 2020 ເພື່ອອຳນວຍຄວາມສະດວກໃຫ້ແກ່ການປະສານງານ, ການຄົ້ນຄວ້າ ແລະ ການພັດທະນາກ່ຽວກັບການປະດິດສ້າງໃໝ່ ແລະການຕິດຕາມກວດກາຂອງໂຄງການ TVET ໃນພາກພື້ນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com