Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານ ວ.ອ.ເລນິນ 22/4/1870-22/4/2021)
ຮຽບຮຽງໂດຍ: ລຸ້ງດາວ ບຸນມີ
ວັນທີ 22 ເມສາ ແມ່ນວັນຄ້າຍວັນເກີດຄົບຮອບ 151 ປີຂອງທ່ານ ວະລາດິີເມຍ ອີລິສ ເລນິນ, ນັກທິດສະດີ ແລະ ຜູ້ນຳທີ່ຍິ່ງໃຫຍ່ຂອງຊາວຜູ້ອອກແຮງງານໃນທົ່ວໂລກ.
ທ່ານ ເລນິນ ແມ່ນຜູ້ນຳເອົາທິດສະດີເສດຖະກິດແຜນໃໝ່ ຫຼື “ແນບ” ມາປະຕິບັດຢູ່ຣັດເຊຍ (ໂຊວຽດ) ໂດຍຫັນຈາກນະໂຍບາຍກອມມູນິດສະໄໝສົງຄາມ ໄປສູ່ການນຳໃຊ້ຫຼາຍພາກສ່ວນເສດຖະກິດທີ່ມີຫຼາຍກຳມະສິດ, ຫຼາຍຮູບການ ຈັດຕັ້ງການຜະລິດນັບທັງການເປີດກວ້າງ ການພົວພັນເສດຖະກິດກັບຕ່າງປະເທດ, ໝາຍຄວາມວ່າ ລົບລ້າງກົນໄກຄຸ້ມຄອງລວມສູນອາດຍາສິດ, ບໍລິຫານເກື້ອກູນ ໄປສູ່ການນຳໃຊ້ຫຼາຍພາກສ່ວນເສດຖະ ກິດ ທີ່ມີຫຼາຍກຳມະສິດ, ຫຼາຍຮູບການຈັດຕັ້ງການຜະລິດ ນັບທັງການເປີດກວ້າງການພົວ ພັນເສດຖະກິດກັບຕ່າງປະເທດ. ໝາຍຄວາມວ່າ ລົບລ້າງກົນໄກຄຸ້ມຄອງລວມສູນອາດຍາສິດ, ບໍລິຫານເກື້ອກູນ ໄປສູ່ການນຳໃຊ້ກົນໄກຕະຫຼາດທີ່ມີການໄລ່ລຽງ.
ທ່ານ ເລນິນ ແມ່ນຜູ້ນຳທີ່ເປັນແບບຢ່າງຄວາມສະດຸ້ງໄວ ແລະ ກ້າຫານ ປັບປ່ຽນແນວທາງນະໂຍບາຍ. ໃນໄລຍະດຳເນີນສົງຄາມກາງເມືອງ ເພື່ອປົກປັກຮັກສາລັດໂຊວຽດທີ່ອ່ອນນ້ອຍ ຕ້ານກັບການແຊກແຊງຂອງບັນດາປະເທດທຶນນິຍົມຈັກກະພັດ, ທ່ານ ເລນິນ ໄດ້ໃຊ້ກົນໄກເສດຖະກິດການທະຫານ ຕັ້ງແຕ່ເມື່ອສົງຄາມສີ້ນສຸດລົງ ເພື່ອພັດທະນາປະເທດຊາດ, ເພີ່ນໄດ້ວາງແນວທາງ ແລະ ຊີ້ນຳການປະຕິບັດ ແນວທາງເສດຖະກິດແຜນ ໃໝ່ ແລະ ນຳເອົາກຳລັງແຮງອັນຫ້າວຫັນຟົດຟື້ນ ມາສູ່ສັງຄົມໂຊວຽດ.
ການຕໍ່ສູ້ຢ່າງທໍລະຫົດອົດທົນຂອງ ທ່ານ ເລນິນ ແມ່ນອຸທິດເພື່ອຄວາມຄວາມສົມບູນພູນສຸກຂອງຄົນຮຸ້ນຫຼັງ. ມາຮອດປັດຈຸບັນນີ້, ຄຸນສົມບັດສິນທຳປະຕິວັດ ອັນບໍ ລິສຸດຜຸດຜ່ອງຂອງ ທ່ານ ເລນິນ ຍັງເປັນພະລັງງານແຫ່ງການຕໍ່ສູ້ ສຳລັບປະຊາຊົນທີ່ປາຖະໜາຈະກໍ່ສ້າງຊີວິດໃໝ່, ເຖິງແມ່ນວ່າ ສະພາບການຂອງໂລກຈະມີການຜັນແປໄປຢ່າງສັບສົນ ແລະ ສະຫຼັບຊັບຊ້ອນ, ແຕ່ອຸອົດການ ຫົວຄິດປະດິດສ້າງຂອງເພິ່ນ ຍັງເປັນຄັງຄວາມຮູ້ ເພື່ອຄວາມຜາສຸກ ຍຸດຕິທຳ ແລະ ຍັງສ່ອງແສງເຍືອງທາງໃຫ້ແກ່ຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ຄວາມຮັ່ງມີເຂັ້ມແຂງ ເພື່ອມິດຕະພາບ ແລະ ຄວາມຜາສຸກຂອງປະຊາຊົນ ຜູ້ຮັກຫອມສັນຕິພາບໃນທົ່ວໂລກ.
ວັນເວລາໄດ້ຜ່ານພົ້ນໄປ, ແຕ່ຜົນງານອັນຍິ່ງໃຫຍ່ ແລະ ແບບຢ່າງອັນໂດດເດັ່ນ ແຫ່ງແບບແຜນເຄື່ອນໄຫວນຳພາຂອງ ທ່ານ ເລນິນ ນັ້ນຍັງມີຄຸນຄ່າອັນປະເສີດທີ່ສຸດສຳ ລັບພາລະກິດການສ້າງສາປະເທດຊາດ ແລະ ການນຳພາຂອງພັກເຮົາໃນເງື່ອນໄຂປັດຈຸບັນ.
ເດີນຕາມ ທ່ານ ເລນິນ ແລະ ຢຶດຖືລັດທິ ມາກ-ເລນິນ ເປັນພື້ນຖານດ້ານທິດສະດີນັ້ນ ແມ່ນການເສີມຂະຫຍາຍທິດສິດີຂອງເພິ່ນ ແມ່ນການເຫັນໄດ້ລັກສະນະປະຫວັດສາດ ຂອງລະບົບແນວຄິດທິດສະດີ ແລະ ການເຫັນໄດ້ຄວາມປີຊາສາມາດ ການປະກອບສ່ວນອັນຍິ່ງໃຫຍ່ຂອງເພິ່ນຕໍ່ມວນມະນຸດ.
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com