Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການຮ່ວມມືເພື່ອສ້າງສັນຕິພາບ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 23/04/2021 08:24:05 ຈຳ​ນວນ​​ຢ້ຽມ​ຊົມ 1142 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວາລະປຶກສາຫາລື, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ໄດ້ຮັບຮອງເອົາຖະແຫຼງການປະທານຂອງ ສະພາຄວາມໝັ້ນຄົງ ສປຊ ໂດຍ ຫວຽດນາມ ສະເໜີ ເພື່ອແນໃສ່ຢັ້ງຢືນຄວາມສະໜິດຕິດພັນ ລະຫວ່າງ ສປຊ, ສະພາຄວາມໝັ້ນຄົງ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ, ໃນການສະກັດກັ້ນ, ແກ້ໄຂການປະທະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາແມ່ນບັນດາປັດໄຈທີ່ຈຳເປັນ.

ຂ່າວລະບຸວ່າ: ວາລະປຶກສາຫາລືຂັ້ນສູງຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ດຳເນີນໃນວັນທີ 19 ເມສາຜ່ານມາ, ຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຂອງ ທ່ານ ຫງວຽນ ຊວັນຟຸກ ປະທານປະເທດ ຫວຽດນາມ. ຜູ້ນໍາບັນດາປະເທດທົ່ວໂລກ, ບັນດາຜູ້ຕາງໜ້າລັດຖະບານ, ບັນດາອົງການຈັດຕັ້ງສາກົນ ທີ່ເຂົ້າຮ່ວມປຶກສາຫາລືຄັ້ງນີ້, ຕ່າງກໍຍົກໃຫ້ເຫັນວ່າ: ນີ້ເປັນການເພີ່ມທະວີການຮ່ວມມື ລະຫວ່າງ ບັນດາພາກພື້ນ, ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ຈະຊຸກຍູ້ການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ຫຼຸດຜ່ອນຄວາມສ່ຽງເກີດການປະທະກັນ ແລະ ເພີ່ມທະວີການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ.

ໃນວາລະປຶກສາຫາລືຂັ້ນສູງ, ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ແລະ ການນຳບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ຕີລາຄາສູງ ຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດເຫດການສໍາຄັນນີ້, ຢັ້ງຢືນການສະໜັບສະໜູນເພີ່ມທະວີການຮ່ວມມື ລະຫວ່າງ ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນໃນພາກພື້ນ. ທ່ານ ກູເຕີເຣສ ໄດ້ເນັ້ນໜັກວ່າ: ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ພວມເກີດຂຶ້ນໃນໂລກ, ລວມມີບັນດາບັນຫາເກີດຈາກໂຣກລະບາດໂຄວິດ - 19 ຈະໄດ້ຮັບການແກ້ໄຂ ກໍຕໍ່ເມື່ອບັນດາປະເທດຮ່ວມແຮງຮ່ວມໃຈຮ່ວມມືກັນ. ທ່ານ ກູເຕີເຮສ ກໍ່ໄດ້ຕີລາຄາສູງການຮ່ວມມື ລະຫວ່າງ ສະຫະປະຊາຊາດ ແລະ ອາຊຽນ ກໍຄືບົດບາດເປັນໃຈກາງຂອງ ອາຊຽນ ໃນພາກພື້ນ ເພື່ອແນໃສ່ສະກັດກັ້ນການປະທະກັນ ແລະ ສ້າງສັນຕິພາບ.

ໃນຂະນະນັ້ນ, ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ເອສ ໃຈຄານກາ ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ແລະ ທ່ານ ຊີມອນ ໂອເວນີ ລັດຖະມົນຕີກະຊວງການຕ່າງປະເທດ ໄອແລນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມຫຍຸ້ງຍາກ ຊຶ່ງບັນດາປະເທດພວມປະເຊີນໜ້າໃນປັດຈຸບັນ, ພິເສດແມ່ນບັນດາສິ່ງທ້າທາຍ ກ່ຽວກັບໄພທຳມະຊາດ, ໂຣກລະບາດ, ຮຽກຮ້ອງຕ້ອງມີກົນໄກຮ່ວມມືທີ່ແທດຈິງກວ່າ, ມີປະສິດທິຜົນກວ່າ ແລະ ມີການແບ່ງປັນຂໍ້ມູນຊຶ່ງກັນ ແລະ ກັນ.

ໃນໂອກາດດັ່ງກ່າວ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ໄດ້ຮັບຮອງເອົາຖະແຫຼງການປະທານຂອງ ສະພາຄວາມໝັ້ນຄົງ ສປຊ ໂດຍ ຫວຽດນາມ ສະເໜີ ເພື່ອແນໃສ່ຢັ້ງຢືນຄວາມສະໜິດຕິດພັນ ລະຫວ່າງ ສປຊ, ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ ໃນການສະກັດກັ້ນ, ແກ້ໄຂການປະທະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາແມ່ນບັນດາປັດໄຈທີ່ຈຳເປັນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com