Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນຊາດ ໂຮນລັງ 29 ເມສາ 2021)
ຮຽບຮຽງ : ລຸ້ງດາວ ບຸນມີ
ໂຮນລັງ ຫຼື ມີຊື່ທາງການແມ່ນ ຣາຊະອານາຈັກ ໂຮນລັງ ຕັ້ງຢູ່ເຂດທະວີບເອີຣົບ ປະ ກອບດ້ວຍ 12 ແຂວງ ແລະ ມີອີກ 3 ເກາະ ຢູ່ເຂດກາລີບຽນ. ປະເທດນີ້ ມີເນື້ອທີ່ທັງໝົດປະມານ 41.543 ກິໂລຕາແມັດ. ພາກສ່ວນທີ່ຢູ່ເອີຣົບຂອງໂຮນລັງ ມີຊາຍແດນທາງດ້ານເໜືອ ແລະ ດ້ານຕາເວັນຕົກຕິດກັບທະເລເໜືອ, ທາງດ້ານໃຕ້ແມ່ນຕິດກັບ ປະເທດແບນຊິກ, ຕິດກັບປະເທດເຢຍລະມັນທາງດ້ານຕາເວັນອອກ. ນະຄອນຫຼວງແມ່ນ ອາມສະເຕີດຳ.
ສະພາບພູມປະເທດຮາບພຽງກວ້າງໃຫຍ່, ພື້ນທີ່ສ່ວນໃຫຍ່ເຄີຍເປັນນ້ຳທະເລມາກ່ອນ. ດັ່ງນັ້ນ, ປະເທດນີ້ ຈຶ່ງຢູ່ຕໍ່າກວ່າລະດັບໜ້ານ້ຳທະເລ ມີພຽງທາງຕາເວັນອອກສ່ຽງໃຕ້ ໃນເຂດລິມເບຣີກເທົ່ານັ້ນສາມາດພົບເຫັນເນີນພູໄດ້. ແມ່ນໍ້າໄຣ ທີ່ໄຫຼມາຈາກປະເທດເຢຍລະມັນ ເປັນແມ່ນ້ຳສາຍສຳຄັນຂອງປະເທດ. ເນື່ອງຈາກເປັນປະເທດຕໍ່າກວ່າລະດັບໜ້ານ້ຳທະເລ ຈຶ່ງເຮັດໃຫ້ຕ້ອງສ້າງເຂື່ອນເພື່ອບໍ່ໃຫ້ນ້ຳທະເລໄຫຼຖ້ວມ. ຍ້ອນວ່າ ໂຮນລັງ ມີທີ່ຕັ້ງຢູ່ແຄມຝັ່ງທະເລເໜືອ ຈຶ່ງໄດ້ຮັບອິດທິພົນຂອງກະແສນ້ຳອຸ່ນ, ເຮັດໃຫ້ພູມອາກາດຂອງປະເທດອົບອຸ່ນກວ່າປະເທດອື່ນໆໃນເອີຣົບ ແລະ ມີຝົນຕົກຫຼາຍໃນລະດູໃບໄມ້ປົ່ງ ແລະ ລະດູໃບໄມ້ຫຼົ່ນຫຼາຍເຖິງ 700 ມິນລີແມັດຕໍ່ປີ. ນອກຈາກນັ້ນ, ປະເທດໂຮນລັງ ຍັງເປັນສູນກາງການຄ້າ, ການຂົນສົ່ງ ແລະ ເປັນປະຕູຜ່ານໄປສູ່ເອີຣົບ. ໂຮນລັງ ມີຄວາມຊ່ຽວຊານດ້ານເຕັກໂນໂລຊີການບໍລິ ການຈັດການນ້ຳ ແລະ ການຟື້ນຟູສະພາບດິນ ເພື່ອໃຊ້ປະໂຫຍດ, ໂລຈິສຕິກ, ເຕັກໂນໂລຊີລະດັບສູງໃນສາຂາອຸດສາຫະກຳການກະເສດ, ເຄື່ອງກົນຈັກ ແລະ ການຂົນສົ່ງສິນຄ້າ.
ຊັບພະຍາກອນທຳມະຊາດ ທີ່ເປັນທ່າແຮງໃຫ້ກັບປະເທດ ແມ່ນແກັສທຳມະຊາດ, ປີໂຕຣລຽມ ແລະ ຖ່ານຫີນ. ອຸດສາຫະກຳທີ່ເປັນທ່າແຮງຕົ້ນຕໍຂອງປະເທດ ແມ່ນອຸດສາຫະກຳການບໍລິການ, ຜະລິດ ຕະພັນໂລຫະ ແລະ ວິສະວະກຳ, ອຸດສາຫະກໍາການກະເສດ. ຕະຫຼາດສົ່ງອອກທີ່ສຳຄັນ ແມ່ນເຢຍລະມັນ, ແບນຊິກ, ອັງກິດ ແລະ ອາເມຣິກາ. ຕະຫຼາດນຳເຂົ້າ ແມ່ນເຢຍລະມັນ, ແບນຊິກ, ອາເມຣິກາ, ອັງກິດ ແລະ ຈີນ. ສິນຄ້າສົ່ງອອກຂອງປະເທດ ແມ່ນເຄື່ອງຈັກ ແລະ ອຸປະກອນການຂົນສົ່ງຄົມມະນາຄົມ, ເຄມີ, ເຊື້ອໄຟ, ອາຫານ, ເຄື່ອງດື່ມ ແລະ ຢາສູບ. ສິນຄ້ານຳເຂົ້າ ແມ່ນເຄື່ອງຈັກ ແລະ ອຸປະກອນການຂົນສົ່ງຄົມມະນາຄົມ, ເຄມີ, ອາຫານ, ເຄື່ອງດື່ມ, ຢາສູບ ແລະ ເຊື້ອໄຟ.
ປະເທດໂຮນລັງ ໃຊ້ກັງຫັນລົມເພື່ອຜະລິດພະລັງງານໃຊ້ໃນອຸດສາຫະກໍາຫຼາຍຢ່າງເຊັ່ນ: ການຕໍ່ເຮືອ, ການຜະລິດເຈ້ຍ, ການຜະລິດສີທາໄມ້, ການຜະລິດນໍ້າມັນ, ການຜະລິດມັສຕາດ (ສານເຄມີຊະນິດໜຶ່ງລັກສະນະເປັນຂອງແຫຼວຄ້າຍຄືນໍ້າມັນ) ຊຶ່ງມີມາຕັ້ງແຕ່ດົນນານ ໃນຍຸກປະຕິວັດອຸດສາຫະກຳ. ຖ້າໃຜມາທ່ຽວ ໂຮນລັງ ແລະ ຢາກມາເບິ່ງກັງຫັນລົມບູຮານ (original) ຕ້ອງມາທີ່ໝູ່ບ້ານກັງຫັນລົມບູຮານ Zaanse Schans ເມືອງ ຊານດໍາ. ຍ້ອນວ່າທີ່ນີ້ຢູ່ໃກ້ກັບອາມສະເຕີດໍາ ແລະ ທີ່ນີ້ຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກ ສະເລ່ຍປະມານ 1 ລ້ານຄົນໃນແຕ່ລະປີ ແລະ ຕິດອັນດັບຕົ້ນໆຂອງສະຖານທີ່ທ່ອງທ່ຽວ.ຖ້າມາທ່ຽວປະເທດໂຮນລັງ ເຮົາສາມາດເຊົ່າລົດຖີບເພື່ອທ່ຽວຊົມພາຍໃນໝູ່ບ້ານກັງຫັນລົມບູຮານ ຫຼື ຈະຂີ່ເຮືອຊົມບັນຍາກາດຂອງໝູ່ບ້ານກໍໄດ້. ພາຍໃນໝູ່ບ້ານກັງຫັນລົມບູຮານ ມີສິ່ງທີ່ໜ້າສົນໃຈຫຼາຍຢ່າງເຊັ່ນ: ພິພິທະພັນ, ສູນຝຶກອົບຮົມ, ໂຮງງານຜະລິດຊີດ, ໂຮງງານຜະລິດເກີບ. ມີຮ້ານຂາຍເຄື່ອງທີ່ລະນຶກ ແລະ ອື່ນໆອີກຫຼາຍຢ່າງ.
ອາມສະເຕີດໍາ ເປັນເມືອງຫຼວງຂອງປະເທດໂຮນລັງ ຕັ້ງຢູ່ແຄມແມ່ນ້ຳອໍາສະເຕິນ ແຂວງນໍຮອນແລນ, ປັດຈຸບັນ ເປັນເມືອງໃຫຍ່ທີ່ສຸດໃນປະເທດ ມີປະຊາກອນປະມານ 872.680 ຄົນ, ແຕ່ຖ້ານັບລວມປະຊາກອນໃນເມືອງອ້ອມຂ້າງທັງໝົດຈະມີປະມານ 1.380.872 ລ້ານຄົນ (ຂໍ້ມູນປີ 2019). ຊື່ ອາມສະເຕີດໍາ ແມ່ນມາຈາກຄໍາວ່າ “ອໍາສເຕີຣີດໍາມີ” ໝາຍເຖິງເມືອງທີ່ຕັ້ງຢູ່ແຄມເຂື່ອນຂອງແມ່ນ້ຳອໍາສະເຕິນ ມີປະຫວັດສາດເລີ່ມຕົ້ນຈາກການເປັນໝູ່ບ້ານຫາປາ (ບ້ານປະມົງ) ໃນສະຕະວັດທີ 12 ກ່ອນທີ່ຈະກາຍເປັນສູນກາງການຄ້າ, ການເງິນ ແລະ ການເດີນທະເລ (ເຮືອ) ທີ່ສຳຄັນໃນລະຫວ່າງ ສະຕະວັດທີ 17 ຊຶ່ງເປັນຍຸກຄໍາຂອງໂຮນລັງ ແລະ ຂະຫຍາຍຕົວອອກໄປອີກໃນສະຕະວັດທີ 19 ແລະ 20, ແຕ່ລະບົບຄອງນໍ້າ ສ້າງຂຶ້ນໃນສະຕະວັດທີ 17 ແລະ ຍັງຮັກສາໄວ້ເປັນຢ່າງດີ ຈົນກາຍເປັນສ່ວນໜຶ່ງຂອງມໍລະດົກໂລກ ທີ່ໄດ້ຮັບການຂຶ້ນທະບຽນກັບອົງການອຸຍແນັສໂກ (UNESCO).
ປັດຈຸບັນ, ອາມສະເຕີດໍາ ເປັນສູນການຄ້າ, ການເງິນ ແລະ ນະຄອນຫຼວງທາງວັດທະນະທຳ ຂອງປະເທດ, ແຕ່ສູນກາງຂອງລັດຖະບານ ແມ່ນຢູ່ໃນນະຄອນເຮັກ. ບັນດາບໍລິສັດໃຫຍ່ຫຼາຍແຫ່ງຂອງໂຮນລັງ ມີສຳນັກງານໃຫຍ່ຕັ້ງຢູ່ອາມສະເຕີດໍາເຊັ່ນ: ຟີລິບ, ອັກໂຊໂນເບິນ, ໂຕມໂຕມ ແລະ ໄອເອັນຈີ. ສ່ວນບໍລິສັດຂ້າມຊາດຍັກໃຫຍ່ຫຼາຍແຫ່ງ ມີສຳນັກງານໃຫຍ່ສາຂາເອີຣົບ ຕັ້ງຢູ່ອາມສະເຕີດໍາເຊັ່ນ: ອູເບີ ເນັດຟລິກ ແລະ ເທສລາມໍເຕີ. ອາມສະເຕີດໍາ ເປັນທີ່ຕັ້ງຂອງສະໜາມ ບິນອາມສະເຕີດໍາ ສຄິບໂຮນ ຊຶ່ງແມ່ນສະໜາມບິນທີ່ມີຜູ້ໂດຍສານມາໃຊ້ບໍລິການຫຼາຍເປັນອັນດັບ 3 ຂອງເອີຣົບ ແລະ ທີ່ຕັ້ງຂອງສະຖານທີ່ທ່ອງທ່ຽວສຳຄັນຄື: ພິພິທະພັນເຣ, ພິພິທະພັນຟັນໂຄດ, ພິພິທະພັນສະຕາເດລິກ, ເຮືອນ ອັນເນີຟຣັ່ງ ແລະ ຍັງເປັນເຮືອນຂອງຜູ້ທີ່ມີຊື່ສຽງຫຼາຍທ່ານເຊັ່ນ: ແຮັມບຣັນ, ຟິນເຊນ ຟັນ ໂຄດ ບາຣຸດ ສປີໂນຊາ ແລະ ອັນເນີ ຟຣັງ ຈຶ່ງມີນັກທ່ອງທ່ຽວມາຢ້ຽມຊົມຫຼາຍກວ່າ 5 ລ້ານຄົນຕໍ່ປີ.
ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ໂຮນລັງ ສ້າງ ຕັ້ງສາຍພົວພັນທາງການທູດນຳກັນ, ໃນວັນທີ 17 ພະຈິກ ປີ 1975.
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com