Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ໄຊຊະນະ 30 ເມສາ ແມ່ນບາດກ້າວຫັນປ່ຽນຢ່າງແຮງຂອງຫວຽດນາມ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 30/04/2021 09:28:32 ຈຳ​ນວນ​​ຢ້ຽມ​ຊົມ 1801 ຄັ້ງ

( ເນື່ອງ​ໃນ​ໂອກາດ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ຄົບຮອບ 46 ປີ 30/4/1975 - 30/4/2021 )

ໂດຍ: ສີ​ວັນ

ເຫດການ​ປະຫວັດສາດ ​ກ່ອນ​ນີ້ 46 ປີ ໄດ້​ເປີດ​ໜ້າ​ປະຫວັດສາດ​ໃໝ່​ຂອງ​ຊາດ​ຫວຽດນາມ. ນັບ​ແຕ່​ນັ້ນ​ມາ, ແມ່​ນໍ້າ​ລຳເຊ, ພູຜາ​ປ່າດົງ ໄດ້​ໂຮມ​ເຂົ້າກັນ​ເປັນ​ໜຶ່ງ​ດຽວ, ປະຊາຊົນ​ຫວຽດນາມ ສາມັກຄີ​ກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ພ້ອມ​ກັນ​ສ້າງສາ​ປະເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮຸ່ງເຮືອງ​ສີວິໄລ ແລະ ສວຍ​ງາມ​ກວ່າ​ເກົ່າ. ວັນ​ທີ 30 ເມສາ ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດນາມ ມີ​ຄວາມ​ເບີກບານ​ມ່ວນຊື່ນ​ສະເຫຼີມສະຫຼອງ​ຄົບຮອບ 46 ປີ ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ, ທ້ອນໂຮມ​ປະເທດ​ຊາດ​ເປັນ​ເອກະ​ພາບ (30/4/1975 - 30/4/2020).

ມະຫາ​ໄຊ​ລະດູບານໃໝ່ ປີ 1975 ແມ່ນ​ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ອົງອາດ​ໃນ​ປະຫວັດ ສາດ​ແຫ່ງ​ການ​ສ້າງສາ ແລະ ປົກ​ປັກ​ຮັກສາ​ປະເທດ​ຊາດ​ອັນ​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດນາມ ເມື່ອ​ໄດ້​ເຮັດ​ສຳເລັດ​ພາລະ​ກຳ​ປະຫວັດ​ສາດ​ອັນ​ສະຫງ່າ​ງາມ​ນັ້ນ ແມ່ນ​ການ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ​ຢ່າງ​ສົມບູນ, ທ້ອນໂຮມ​ປະເທດ​ຊາດ​ເປັນ​ເອກະ​ພາບ, ນຳ​ປະເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່ - ສັງ ກາດ​ແຫ່ງ​ເອກະລາດ, ເອກະ​ພາບ.

ຕາມ​ແຫຼ່ງ​ຂ່າວສານ​ຫວຽດນາມ, ເວລາ 11 ໂມງ 30 ນາທີ ຂອງ​ວັນ​ທີ 30 ເມ ສາ 1975, ທຸງ ແນວ​ໂຮມ​ປະ ເທດ​ຊາດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ໄດ້​ປິວ​ສະ​ບັດ​ຢູ່​ຈອມ​ທຳ​ນຽບ​ເອກະລາດ (ໄຊ​ງ່ອນ), ອັນ​ໄດ້​ສ້າງ​ຂີດ​ໝາຍ​ຈຸດ​ເວລາ​ປະຫວັດສາດ​ສິ້ນ​ສຸດ​ລົງ ດ້ວຍ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່ ຂອງ​ຊຸມ​ເດືອນ​ປີ​ແຫ່ງ​ການ​ຕໍ່ສູ້​ທີ່​ຍືດ​ເຍື້ອ​ຍາວ​ນານ, ລຳບາກ​ກາກ​ກຳ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້, ທ້ອນໂຮມ​ປະເທດ​ຊາດ​ເປັນ​ເອກະ​ພາບ.

ການ​ຍາດ​ໄດ້​ໄຊຊະນະ​ດັ່ງກ່າວ ແມ່ນ​ຍ້ອນ​ມີ​ມູນເຊື້ອ​ຮັກ​ຊາດ, ຄວາມ​ໄຝ່​ຝັນ​ຢາກ​ມີ​ເອກະລາດ, ເສລີພາບ, ສັນຕິພາບ, ທ້ອນໂຮມ​ປະ ເທດ​ຊາດ​ເປັນ​ເອກະ​ພາບ. ພິເສດ ແມ່ນ​ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ຫວຽດນາມ. ໄຊຊະນະ ໃນ​ວັນ​ທີ 30 ເມສາ 1975 ໄດ້​ຕອບ​ສະໜອງ​ຄວາມ​ລໍຄອຍ​ມາ​ແຕ່​ດົນ​ນານ​ຂອງ​ປະຊາຊົນ​ຫວຽດນາມ ທີ່​ຢາກ​ມີ​ສັນຕິພາບ, ເອກະລາດ ແລະ ເສລີ​ພາບ.

ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ນີ້ ແມ່ນ​ສົງຄາມ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ. ໃນ​ຈຸດ​ເວລາ​ທີ່​ຕັດສິນ​ຊີ້​ຂາດ​ນີ້​ປະຊາຊົນ​ຫວຽດນາມ ໄດ້​ລຸກຂຶ້ນ​ພ້ອມ​ກັບ​ທະຫານ​ຢູ່​ທຸກ​ທິດ ບຸກ​ເຂົ້າ​ໄຊ​ງ່ອນ (ນະຄອນ​ໂຮ່​ຈິ​ມິນ ປັດ​ຈຸ​ບັນ). ນີ້​ກໍ​ແມ່ນ​ຜົນງານ​ອັນ​ຍິ່ງ​ໃຫຍ່ ໃນ​ພາລະກິດ​ແຫ່ງ​ການ​ປົດ​ປ່ອຍປະ​ເທດ​ຊາດ ໂດຍ​ພັກ​ກອມ​ມູ​ນິດ​ຫວຽດນາມ ແລະ ປະທານ​ໂຮ່​ຈິ​ມິນ ນໍາ​ພາ. ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ ແມ່ນ​ໄຊຊະນະ​ຂອງ​ແນວທາງ​ການເມືອງ, ແນວທາງ​ການ​ທະຫານ​ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ ແລະ ຖືກຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ພັກ. ຍ້ອນ​ມີ​ການ​ລະດົມ​ໄດ້​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ ເຂົ້າ​ຮ່ວມ​ການ​ຕີ​ສັດຕູ, ສົມທົບ​ການ​ຕໍ່ສູ້​ດ້ວຍ​ອາວຸດ ກັບ​ການ​ຕໍ່ສູ້​ດ້ານ​ການເມືອງ, ມີ​ເງື່ອນໄຂ ສົມທົບ​ກັນ​ລະຫວ່າງ​ການ​ຕໍ່ສູ້​ດ້ານ​ການ​ທະຫານ ກັບ​ການ​ລຸກ​ຮື້​ຂຶ້ນ​ຂອງ​ປະຊາຊົນ ດ້ວຍ​ທິດ​ນຳ​ທີ່​ວ່າ; “ທົ່ວ​ປວງ​ຊົນ​ຕໍ່ຕ້ານ, ຕໍ່ຕ້ານ​ຢ່າງຮອບດ້ານ”.

ໄຊຊະນະ ໃນ​ວັນ​ທີ 30 ເມສາ 1975 ປະຫວັດສາດ​ໄດ້​ກ້າວ​ເຂົ້າ​ສູ່​ໂສມ​ໜ້າ​ໃໝ່. ໃນ​ຕະຫຼອດ 46 ປີຜ່ານມາ, ປະຊາຊົນ​ຫວຽດນາມ ໄດ້​ພະຍາຍາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ແລະ ບືນ​ຕົວ​ຂຶ້ນ​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ ໃນ​ຂະບວນ​ວິວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ. ຜົນງານ​ບຸກ​ທະລຸ​ຂອງ​ຫວຽດນາມ ໄດ້​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ.

ພາຍຫຼັງ​ທ້ອນໂຮມ​ປະ ເທດ​ຊາດ​ເປັນ​ເອກະ​ພາບ, ແມ່​ນໍ້າ​ລຳເຊ, ພູຜາ​ປ່າດົງ ໄດ້​ໂຮມ​ເຂົ້າກັນ​ເປັນ​ໜຶ່ງ​ດຽວ, ປະຊາຊົນ​ຫວຽດນາມ ໄດ້​ສຸມ​ກຳລັງ​ເຫື່ອແຮງ​ເພື່ອ​ຟື້ນ​ຟູ​ເສດຖະກິດ, ສ້າງ​ປະເທດ​ຊາດ​ຄືນ​ໃໝ່. ໃນ​ຕະຫຼອດ​ໄລຍະ 30 ກວ່າ​ປີ ແຫ່ງ​ການ​ປ່ຽນແປງ​ໃໝ່ (ນັບ​ແຕ່​ປີ 1986), ພື້ນຖານ​ເສດຖະກິດ​ຫວຽດນາມ ໄດ້​ເຕີບ​ໂຕ​ຢ່າງ​ກະໂດດ​ຂັ້ນ. ລາຍ​ຮັບ​ສະເລ່ຍ​ຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ທົບ​ສິບ​ເທົ່າ ເມື່ອ​ທຽບໃສ່​ກ່ອນ​ນີ້. ການ​ເຕີບ​ໂຕ​ຂອງ​ຫວຽດນາມ ມີ​ລັກສະນະ​ກວມ​ລວມ, ດ້ວຍ​ອັດຕາ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ຕ່ຳ​ກວ່າ 4% ເມື່ອ​ທຽບໃສ່​ລະດັບ​ກວ່າ 60% ໃນ​ທ້າຍ​ຊຸມ​ປີ 1980. ຫວຽດນາມ ກໍ​ແມ່ນ​ປະເທດ​ສົ່ງ​ອອກ​ທີ່​ມີ​ການ​ພັດທະນາ​ຢ່າງ​ແຮງ ແລະ ພວມ​ຫັນ​ຈາກ​ປະເທດ​ສົ່ງ​ອອກ​ພຽງ​ແຕ່​ນ້ຳມັນ​ດິບ, ກາເຟ ແລະ ເກີບ ກາຍ​ມາ​ເປັນ​ສູນ​ຜະລິດ ທີ່​ມີ​ຄວາມ​ດູດດື່ມ​ສຳລັບ​ບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ທົ່ວ​ໂລກ. ພ້ອມ​ກັນ​ນີ້, ຫວຽດນາມ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ແລະ ມີ​ປະຊາກອນ​ຫຼາຍ​ພໍ​ສົມຄວນ, ລະດັບ​ການ​ເຕີບ​ໂຕ GDP ມີ​ການ​ພັດທະນາ​ດີ​ພໍ​ສົມ​ຄວນ.

ກ່ຽວ​ກັບ​ການ​ພົວພັນ​ກັບ​ສາກົນ, ຫວຽດນາມ ມີ​ສາຍ​ພົວພັນ​ເປັນ​ປົກກະຕິ​ກັບ​ບັນດາ​ປະເທດ​ໃຫຍ່, ມີ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ ກັບ​ຫຼາຍ​ກວ່າ 200 ປະເທດ ແລະ ເຂດ​ແຄວ້ນ. ພິເສດ, ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ມີ​ປະສິດ​ທິ​ຜົນ ແລະ ດຳລົງ​ຫຼາຍ​ຕຳແໜ່ງ​ຫຼັກ​ແຫຼ່ງ​ສຳເລັດ​ຜົນ ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ທຸກ​ລະດັບ ແລະ ຂົງເຂດ ເປັນຕົ້ນ​ແມ່ນ ເປັນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງ ສປຊ, ສະມາຄົມ​ປະຊາ ຊາດ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ ອາຊີ - ປາ​ຊີ​ຟິກ (APEC), ເວທີ​ປາ​ໄສ​ຮ່ວມ​ມື ອາຊີ - ເອີ​ຣົບ (ASEM).

ສິ່ງ​ທີ່​ໜ້າ​ສົນໃຈ, ປີ 2020, ເປັນ​ຄັ້ງ​ທຳອິດ​ໃນ​ປະຫວັດສາດ, ຫວຽດນາມ ດຳລົງ 2 ຕຳ​ແໜ່​ງສໍາ​ຄັນ​ໄປ​ພ້ອມໆ​ກັນ​ເຊັ່ນ: ເປັນ​ປະທານ ອາ​ຊຽນ 2020 ແລະ ກຳມະການ​ບໍ່​ຖາວອນ​ສະພາ​ຄວາມ​ໝັ້ນຄົງ ສປຊ ສົກ​ປີ 2020 - 2021. ນັ້ນ​ແມ່ນ​ໜ້າທີ່​ຮັບຜິດຊອບ​ສຳຄັນ​ຂອງ​ພາກ​ພື້ນ ແລະ ສາກົນ ທີ່​ມີ​ຄວາມ​ໝາຍ​ສຳຄັນ, ອັນ​ໄດ້​ສະແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຫວັງ​ອັນ​ໃຫຍ່​ຫຼວງ ຈາກ​ເພີື່ອນ​ມິດສາ​ກົນ​ທີ່​ມີ​ຕໍ່​ຫວຽດນາມ.

ອາດ​ເວົ້າ​ໄດ້​ວ່າ: ຫວຽດ ນາມ ບໍ່​ພຽງ​ແຕ່​ແມ່ນ​ປະເທດ ທີ່​ເປັນ​ແບບຢ່າງ​ໃນ​ຂະບວນ​ວິວັດ​ແຫ່ງ​ການ​ພັດທະນາ, ບືນ​ຕົວ​ຂຶ້ນ​ຈາກ​ສົງຄາມ​ເທົ່າ​ນັ້ນ, ແຕ່ ຫວຽດນາມ ຍັງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ໂລກ​ວ່າ: ແມ່ນ​ສັນຍາ​ລັກ​ແຫ່ງ​ຂົວ​ຕໍ່​ສັນຕິພາບ ດ້ວຍ​ການ​ເລືອກ​ເອົາ​ຫວຽດນາມ ເປັນ​ບ່ອນ​ຈັດ​ຕັ້ງ​ເຫດການ​ທາງ​ການ​ທູດ​ສຳຄັນ​ແຖວ​ໜ້າ​ໂລກ​ເຊັ່ນ: ກອງ​ປະຊຸມ​ສຸດ​ຍອດ ລະຫວ່າງ ຜູ້​ນໍາ ສປປ.ເກົາຫຼີ - ອາ​ເມ​ຣິ​ກາ ຊຶ່ງ​ໄດ້​ດຳເນີນ​ໃນ​ທ້າຍ​ເດືອນ​ກຸມພາ 2019. ນີ້​ສະແດງ​ໃຫ້​ໂລກ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຫວຽດນາມ, ເຊື່ອ​ໝັ້ນ​ຕໍ່​ອະນາຄົດ​ແຫ່ງ​ການ​ພັດທະນາ​ຂອງ​ຫວຽດນາມ. ເພາະວ່າ ຫວຽດນາມ ເປັນ​ປະເທດ​ໝັ້ນຄົງ​ເຂັ້ມແຂງ, ວັດທະນາ​ຖາວອນ ແລະ ເອກະລາດ ສາມາດ​ເຮັດ​ໄດ້​ດ້ວຍ​ຖານະ​ເປັນ​ການ​ນຳ​ໃນ​ພາກ​ພື້ນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com