Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ໄປອວຍພອນປີໃໝ່ ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອ ກາດປີໃໝ່ຫວຽດນາມ ເມື່ອທ້າຍອາທິດທີ່ຜ່ານມາ ໃນໂອ ກາດດັ່ງກ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ກ່າວຄຳອວຍ ພອນອັນປະເສີດມາຍັງຄະນະນຳ ແລະ ພະນັກງານຄະນະພົວ ພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ແລະ ໄດ້ຕາງໜ້າໃຫ້ພັກ-ລັດຝາກຄຳອວຍພອນຜ່ານຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດ ນາມໄປຍັງການນຳຂັ້ນສູງພັກ -ລັດຖະບານຫວຽດນາມເນື່ອງ ໃນໂອກາດປີໃໝ່ ຈົ່ງມີສຸຂະ ພາບແຂງແຮງ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ປີ 2019 ຜ່ານມາຫວຽດ ນາມຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ຮອບດ້ານ ແລະ ເລິກເຊິ່ງ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆບົດບາດ ແລະ ອິດທິພົນຂອງສສ ຫວຽດນາມໄດ້ເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ທ່ານ ຫງວຽນ ຮູຍດັງ ຮອງ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກໄດ້ສະແດງຄວາມຂອບໃຈຕໍ່ທ່ານ ແສງເພັດ ຮຸ່ງບຸນຍວງ ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືລະຫວ່າງ ລາວ-ຫວຽດນາມ, ຕະຫຼອດຮອດຜົນສຳເລັດຂອງຫວຽດນາມໃນປີຜ່ານມາ. ສະ ເພາະປີ 2020 ນີ້ ຫວຽດນາມຈະມີຫຼາຍເຫດການສຳຄັນເປັນຕົ້ນ ວັນເກີດປະທານ ໂຮ່ຈິມິນ ຄົບ ຮອບ 130 ປີ, ວັນສ້າງຕັ້ງພັກ ກອມມູນິດຫວຽດນາມ ຄົບຮອບ 90 ປີ, ວັນສ້າງຕັ້ງ ສສ ຫວຽດ ນາມ ຄົບຮອບ 75 ປີ ສຳລັບ ວຽກງານຕ່າງປະເທດກໍຈະໄດ້ເປັນປະທານອາຊຽນ, ປະທານ AIPA 41 (ໄອປາ) ໃນການເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງຂອງສະ ຫະປະຊາຊາດ. ນອກນັ້ນແມ່ນ ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ. ດັ່ງ ນັ້ນ, ຈຶ່ງມີຄວາມຫວັງວ່າ ສອງຝ່າຍພວກເຮົາຄວນຈະສືບຕໍ່ມູນເຊື້ອການພົວພັນຮ່ວມມືຢ່າງແໜ້ນແຟ້ນ ເພື່ອພ້ອມກັນປະຕິບັດໃຫ້ສຳເລັດໃນທຸກວຽກງານພິເສດແມ່ນການປະຕິບັດຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງປະເທດໃຫ້ມີປະສິດທິຜົນສູງ.
ໃນວັນດຽວກັນ, ທີ່ກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ ພ້ອມດ້ວຍຄະນະກໍໄດ້ໄປອວຍ ພອນປີໃໝ່ຄະນະນຳກະຊວງ ການຕ່າງປະເທດ ແຫ່ງ ສສ ຫວຽດ ນາມ. ທ່ານ ຫງວຽນ ມິງ ວູ່ ຮອງລັດຖະມົນຕີກະຊວງການຕ່າງ ປະເທດໄດ້ສະແດງຄວາມຂອບ ອົກຂອບໃຈຕໍ່ທ່ານທູດລາວ ທີ່ມາອວຍພອນ ເນື່ອງໃນໂອ ກາດປີໃໝ່ຫວຽດນາມ, ທ່ານຍັງ ໄດ້ເນັ້ນຕື່ມວ່າ ປີ 2020 ຫວຽດ ນາມຈະມີຫຼາຍເຫດການທີ່ສຳ ຄັນທີ່ສອງຝ່າຍຈະຕ້ອງໄດ້ປະ ສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການນຳຂັ້ນສູງມາເຄື່ອນໄຫວຢູ່ຫວຽດ ນາມ ໃນໄລຍະຫວຽດນາມເປັນ ປະທານອາຊຽນ ແລະ ເປັນ ສະ ມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງຂອງສະຫະປະ ຊາຊາດປີ 2020-2021.
(ພາບ-ຂ່າວ: ໂອລຳ ຈັນ ທະວິໄລ)
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com