Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປະເພນີຕ້ອນຮັບປີໃໝ່ຂອງຊາວຫວຽດນາມ ແລະ ຊາວຈີນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ ເວ​ລາ: 23/01/2020 08:44:07 ຈຳ​ນວນ​​ຢ້ຽມ​ຊົມ 718 ຄັ້ງ

ຮຽບຮຽງ​ໂດຍ: ສີ​ວັນ
     ການ​ຕ້ອນຮັບ​ລະດູບານ ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ ແມ່ນ​ມີ​ຄວາມ​ໝາຍ​ສໍາ​ລັບ​ຊາວ​ຫວຽດນາມ ແລະ ຊາວ​ຈີນ ທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ຈາກ​ປະເທດ​ຊາດ, ບໍ່​ພຽງ​ແຕ່​ເປັນ​ຂອງ​ຂວັນ​ສໍາ​ລັບ​ຊາວ​ຫວຽດນາມ ແລະ ຊາວ​ຈີນ ທີ່​ອາໄສ​ຢູ່​ຕ່າງປະເທດ​ໃນ​ຍາມ​ທ້າຍ​ປີ​ເທົ່າ​ນັ້ນ, ແຕ່​ຫາກ​ຍັງ​ຕອບ​ສະໜອງ​ໄດ້​ບັນດາ​ຄວາມ​ຮູ້ສຶກ, ຄວາມ​ມຸ່ງ​ມາດ​ປາຖະໜາ ທີ່​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ໃນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່ ຂອງ​ເຂົາເຈົ້າ​ອີກ​ດ້ວຍ.
     ເມື່ອ​ບຸນປີໃໝ່​ປະ​ຈໍາ​ຊາດ ຫຼື ບຸນ​ເຕັດ ແລະ ລະດູບານໃໝ່​ວຽນມາ, ຊາວ​ຫວຽດນາມ ແລະ ຊາວ​ຈີນ ທີ່​ອາໄສ​ຢູ່​ທຸກ​ແຫ່ງ​ຫົນ​ໃນ​ທົ່ວ​ໂລກ ກໍ​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ເພື່ອ​ຕ້ອນຮັບ​ບຸນປີໃໝ່​ປະ​ຈໍາ​ຊາດ, ທຸກ​ຄົນ​ໄດ້​ເຕົ້າໂຮມ​ກັນ, ພ້ອມ​ກັນ​ເຈືອ​ຈານ​ເຂົ້າ​ກັບ​ບັນຍາກາດ​ຂອງ​ລະດູບານໃໝ່​ຢ່າງ​ອົບ​ອຸ່ນ, ເບີກ​ການ​ມ່ວນ​ຊືນ ຕາມ​ຮີດ​ຄອງ​ປະເພນີ​ຂອງ​ເຂົາເຈົ້າ​ທີ່​ໄດ້​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ຫຼາຍ​ພັນ​ປີ. 
     ສໍາ​ລັບ​ຫວຽດນາມ, ໄດ້​ຈັດ​ໃຫ້​ມີ​ລາຍການ​ພິເສດ “ຕ້ອນຮັບ​ລະດູບານໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ” ໂດຍ​ຄະ​ນະ​ກໍາ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະເທດ, ສັງກັດ​ກະຊວງ​ການ​ຕ່າງປະເທດ​ຫວຽດນາມ ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ຂຶ້ນ. ລາຍການ​ດັ່ງກ່າວ ໄດ້​ກາຍເປັນ​ເຫດການ​ໃຫຍ່ ແລະ ເປັນ​ທີ່​ຄອງ​ຄອຍ​ຂອງ​ປະຊາ​ຄົມ​ຊາວ​ຫວຽດ ນາມ ທີ່​ອາໄສ​ຢູ່​ຕ່າງປະເທດ ເນື່ອງໃນ​ໂອກາດ​ນີ້, ອັນ​ໄດ້​ປະກອບສ່ວນ​ປຸກລະດົມ ແລະ ແຜ່​ຂະ​ຫຍາ​ຍນໍ້າ​ໃຈ​ຂອງ​ຊາດ, ຂອງ​ຊາວ​ຫວຽດນາມ​ທຸກ​ຄົນ ທີ່ຢູ່​ຫ່າງ​ໄກ​ບ້ານ​ເກີດ​ເມືອງ​ນອນ.
     ລາຍການ​ຕ້ອນຮັບ​ລະດູ ບານໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ ແມ່ນ​ລາຍ​ການ​ທີີ່​ມີ​ຄວາມ​ໝາຍ​ສໍາ​ລັບ ຊາວ​ຫວຽດນາມ ທີ່ຢູ່​ຫ່າງ​ໄກ​ບ້ານ​ເກີດ​ເມືອງ​ນອນ, ຈາກ​ປະເທດ​ຊາດ, ບໍ່​ພຽງ​ແຕ່​ເປັນ​ຂອງ​ຂວັນ​ສໍາ​ລັບ​ຊາວ​ຫວຽດນາມ ທີ່​ອາໄສ​ຢູ່​ຕ່າງປະເທດ​ໃນ​ຍາມ​ທ້າຍ​ປີ​ເທົ່າ​ນັ້ນ, ແຕ່​ຫາກ​ຍັງ​ຕອບ​ສະໜອງ​ໄດ້​ຄວາມ​ຮູ້ສຶກ, ຄວາມ​ມຸ່ງ​ມາດ​ປາຖະໜາ ທີ່​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ໃນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ ຂອງ​ເຂົາເຈົ້າ​ອີກ​ດ້ວຍ. ນີ້​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາໃຈໃສ່​ຂອງ​ພັກ ແລະ ລັດ ຫວຽດນາມ ທີ່​ມີ​ຕໍ່​ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະເທດ ບົນ​ເນື້ອ​ໃນ​ຈິດໃຈ ທີ່​ວ່າ: ຊາວ​ຫວຽດນາມ ທີ່​ອາໄສ​ຢູ່​ຕ່າງປະເທດ ແມ່ນ​ປະຊາ​ຄົມ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດນາມ​ໄດ້ ແລະ ທັງ​ແມ່ນ​ແຫຼ່ງ​ກໍາ​ລັງ​ສໍາ​ຄັນ​ອີກ​ດ້ວຍ. ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ກັບ​ເມືອ​ປະເທດ​ຕ້ອນຮັບ​ບຸນ​ເຕັດ, ໄດ້​ເຕົ້າໂຮມ​ພ້ອມ​ກັບ​ຄອບຄົວ ແລະ ແມ່ນ​ໂອກາດ​ເພື່ອ​ໃຫ້​ເຂົາເຈົ້າ​ໄດ້​ພົບ​ປະ​ແລກປ່ຽນ, ສ້າງ​ສາຍ​ສໍາ​ພັນ​ເຊື່ອມ​ຕໍ່​ສະໜິດ​ຕິດ​ພັນ ລະຫວ່າງ ຊາວ​ຫວຽດນາມ ທີ່​ອາໄສ​ຢູ່​ບັນດາ​ປະເທດ​ໃນ​ໂລກ. ສິ່ງ​ພິເສດແມ່ນ ເຂົາເຈົ້າ​ໄດ້​ມີ​ໂອກາດ​ພົບ​ປະ​ກັບ​ການ​ນໍາ​ພັກ, ລັດ, ທ້ອງຖິ່ນ ເພື່ອ​ສະເໜີ​ຄວາມ​ຮູ້ສຶກ, ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ຕົນ ແລະ ຊອກ​ຮູ້​ບັນດາ​ກາລະ​ໂອກາດ​ລົງ​ທຶນ​ດໍາ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ. ເຫັນ​ປະຈັກ​ຕາ​ການ​ປ່ຽນແປງ, ການ​ພັດທະນາ​ຂອງ​ປະເທດ​ຊາດ. 
     ວັນ​ບຸນ​ປະ​ຈໍາ​ຊາດ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ແມ່ພີ່ນ້ອງ​ຊາວ​ຫວຽດນາມ ກໍ​ຄື​ຊາວ​ຈີນ ດໍາ​ລົງ​ຊີວິດ​ໃນ​ທົ່ວ​ໂລກ ໄດ້​ກັບ​ເມືອ​ປະເທດ, ເຕົ້າໂຮມ​ກັບ​ຄອບຄົວ​ຍາດຕິ​ພີ່​ນ້ອງ. ໃນ​ຫຼາຍ​ປີ​ມາ​ນີ້, ເຖິງ​ວ່າ​ຈະ​ດໍາ​ລົງ​ຊີວິດ​ຢູ່​ແຫ່ງ​ຫົນ​ໃດ​ໃນ​ໂລກ​ກໍ​ຕາມ, ແຕ່​ສໍາ​ລັບ​ເລື່ອງ ຮ່ວມ​ສາຍເລືອດ​ອັນ​ດຽວ​ກັນ ແລະ ຄວາມ​ສະໜິດ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ​ນັ້ນ, ຊາວ​ຫວຽດນາມ ທີ່​ອາໄສ​ຢູ່​ຕ່າງປະເທດ ໄດ້​ປະກອບສ່ວນ​ປັບປຸງ ແລະ ພັດທະນາ​ກຸ່ມ​ກ້ອນ​ມະຫາ​ສາ​ມັກ​ຄີີ​ຂອງ​ຊາດ, ແມ່ນ​ປັດ​ໄຈ​ທີ່​ບໍ່​ອາດ​ຂາດ​ໄດ້​ໃນ​ຂະບວນ​ວິວັດ​ການ​ພັດທະນາ​ຂອງ​ຫວຽດນາມ. 
     ບຸນ​ເຕັດ ແມ່ນ​ສໍາ​ລັບ​ຊາວ​ຫວຽດນາມ ແລະ ຊາວ​ຈີນ​ແມ່ນ ຕຸດ​ຈີນ ແມ່ນ ຈຸດ​ເວລາ​ສັກກາ​ລະ​ບູຊາ​ທີ່​ສຸດ, ແມ່ນ​ວັນ​ແຫ່ງ​ການ​ເຕົ້າໂຮມ, ວັນ​ກັບ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ. ປັດ​ຈຸ​ບັດ, ຊາວ ຫວຽດນາມ ແລະ ຊາວ​ຈີນ ເຖິງ​ຈະ​ດຳລົງ​ຊີວິດ​ຢູ່​ຫ່າງ​ໄກ​ບ້ານ​ເກີດ​ເມືອງ​ນອນ, ບໍ່​ວ່າ​ຢູ່​ແຫ່ງ​ຫົນ​ໃດ​ກໍຕາມ ເຂົາເຈົ້າ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ, ບັນພະບຸລຸດ​ຂອງ​ຕົນ. ເມື່ອ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງ​ນອນ, ບ່ອນ​ຕັດ​ສາຍ​ແຮ່ ແຜ່​ສາຍ​ບື ແລະ ໄດ້​ເຫັນ​ປະຈັກ​ຕາ​ການ​ປ່ຽນແປງ​ໃໝ່, ການ​ພັດທະນາ​ຂອງ​ປະເທດ​ຊາດ​ນັ້ນ ແມ່ນ​ຄວາມ​ຜາ​ສຸກ​ຂອງ​ຊາວ​ຫວຽດນາມ ກໍ​ຄື​ຊາວ​ຈີນ ທີ່​ອາໄສ​ຢູ່​ຕ່າງ​ປະ​ເທດ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com