Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ອອກແຈ້ງການສະບັບເລກທີ 595/ຫສນຍ ໃຫ້ສືບຕໍ່ປະຕິບັດມາດຕະການຕ່າງໆຕາມຄຳສັ່ງ 15/ນຍ ແຕ່ກໍມີການຜ່ອນຜັນບາງມາດຕະການໂດຍສະເພາະໃນເຂດທີ່ບໍ່ມີຜູ້ຕິດເຊື້ອໃນຊຸມຊົນ.
ແຈ້ງການລະບຸວ່າ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ ຜ່ານການຈັດຕັ້ງ ປະຕິບັດ ມາດຕະການຕ່າງໆໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ມາດຕະການຕ່າງໆ ທີ່ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ວາງອອກເຫັນວ່າການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງພາກລັດ, ພາກທຸລະກິດ ແລະ ສັງຄົມ ລ້ວນແຕ່ໄດ້ປະຕິບັດຕາມໜ້າທີ່ ເເລະ ພັນທະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການລະບາດມີທ່າອ່ຽງຫຼຸດລົງຢູ່ຫຼາຍແຂວງ, ແຕ່ເຖິງຢ່າງໃດກໍຕາມການລະບາດໃນຊຸມຊົນ ກໍຍັງມີຢູ່ ບາງແຂວງ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ, ຍ້ອນແນວນັ້ນ ການທີ່ຈະຄວບຄຸມ ແລະ ແກ້ໄຂການລະບາດໃຫ້ໄດ້ນັ້ນຍັງຕ້ອງໃຊ້ເວລາຕື່ມອີກພໍສົມຄວນ ເພາະເຊື້ອພະຍາດ COVID-19 ທີ່ກໍາລັງເເຜ່ລະບາດໃນປັດຈຸບັນແມ່ນມີສາຍພັນທີ່ສາມາດແຜ່ເຊື້ອໄວ. ສະນັ້ນ, ເພື່ອໃຫ້ບັນລຸຄາດໝາຍລວມ ໃນການຄວບຄຸມ ເເລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນຊຸມຊົນໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ, ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ທຸກຄົນໃນສັງຄົມໄດ້ໃຊ້ຊິວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal) ໄດ້ໄວ, ລັດຖະບານ ຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021; ແຈ້ງການ ສະບັບເລກທີ 406/ຫສນຍ, ລົງວັນທີ 26 ເມສາ 2021, ເລກທີ 462/ຫສນຍ, ລົງວັນທີ 05 ພຶດສະພາ 2021, ເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ແລະ ຄໍາແນະນໍາຂອງ ຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 5 ມິຖຸນາ ຫາ ເວລາ 24:00 ໂມງ ຂອງວັນທີ 19 ມິຖຸນາ 2021, ພ້ອມທັງ ສືບຕໍ່ປະຕິບັດມາດ ຕະການວາງອອກ ແລະ ຜ່ອນຜັນບາງມາດຕະການ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງທີ່ຍັງມີການລະບາດດັ່ງນີ້:
1. ບາງມາດຕະການສືບຕໍ່ປະຕິບັດ:
1.1. ເພີ່ມທະວີການຊອກຫາ ຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບລະຫວ່າງອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບ ຄວາມຮັບຜິດຊອບທາງການເເພດດ້ວຍທຸກວິທີການ;ເພີ່ມການສັກວັກຊິນໃຫ້ເປົ້າໝາຍຕ່າງໆເທົ່າທີ່ຈະຫຼາຍໄດ້.
1.2. ປິດຮ້ານກິນ-ດື່ມ, ສວນອາຫານ, ຄາຣາໂອເກະ, ສະຖານບັນເທິງ, ຮ້ານສະນຸກເກີ,ຮ້ານນວດ, ຮ້ານເສີມສວຍ, ຮ້ານສະປາ, ສະຖານທີ່ທ່ອງທ່ຽວ, ຮ້ານເກມທຸກປະເພດ.
1.3. ປິດສູນກິລາໃນຮົ່ມທຸກປະເພດ, ພ້ອມທັງ ຫ້າມບໍ່ໃຫ້ຫຼິ້ນກິລາທີ່ຮ່າງກາຍມີການສໍາຜັດກັນ ເຊັ່ນ: ບານເຕະ, ຕີມວຍ ເເລະ ອື່ນໆ.
1.4. ປິດການຮຽນ-ການສອນ ຢູ່ສະຖາບັນການສຶກສາທຸກຊັ້ນ ຢູ່ນະຄອນຫຼວງວຽງຈັນ.
1.5. ປິດບັນດາໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫົວໜ່ວຍຫັດຖະກໍາ ຢູ່ ໃນເຂດ ຫຼື ບ້ານທີ່ຖືກກໍານົດເປັນເຂດແດງ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງເເຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການໃຫ້ເເກ່ແຮງງານເຫຼົ່ານັ້ນຖືກຕ້ອງ, ຄົບຖ້ວນຕາມລະບຽບການຂອງຂະແໜງການກ່ຽວຂ້ອງຂອງລັດວາງອອກ.
1.6. ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼືເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈໍາເປັນ ເຊັ່ນ: ໄປປະຕິບັດວຽກໂຄງການ, ໄປທໍາການຜະລິດ, ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ການໄປບິນທະບາດ ຂອງພະສົງ, ໄປໂຮງໝໍ, ໄປຮັບວັກຊິນ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຕັ້ງດ່ານເພື່ອກວດສຸຂະພາບ, ເອກະສານທີ່ກ່ຽວຂ້ອງ ເເລະ ເກັບກໍາຂໍ້ມູນຢ່າງຮັດກຸມ.
1.7. ຫ້າມໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ ຢູ່ສະຖານທີ່ບໍ່ສາມາດຮັບປະກັນການຮັກສາໄລຍະຫ່າງ 1 ເມັດໄດ້.
1.8. ຫ້າມຈັດງານລ້ຽງສັງສັນ ຫຼື ຊົມເເຊວທຸກຮູບແບບ ຢູ່ທຸກສະຖານທີ່.
1.9. ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ເເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊຸບເປີມາ ເກັດ, ຕະຫຼາດ ເເລະ ເຂດສ່ຽງ.
2. ບາງມາດຕະການຜ່ອນຜັນ:
2.1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ,ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ເເລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມື.
2.2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກໍາລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສໍາຜັດກັນ. ສໍາລັບກິລາກ໊ອບ ກໍເຫັນດີໃຫ້ສືບຕໍ່ໄດ້, ແຕ່ພະນັກງານ ບໍລິການ ໃນສະໜາມກ໊ອບ ລ້ວນແຕ່ໄດ້ສັກວັກຊິນ ຄົບຕາມກໍານົດແລ້ວ ແລະ ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ COVID-19 ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນເປັນຜູ້ອະນຸມັດ ເປັນແຕ່ລະກໍລະນີໄປ ແລະ ເມື່ອໄດ້ຮັບອະນຸຍາແລ້ວ ຕ້ອງປະຕິບັດຕາມແຜນທີ່ໄດ້ສະເໜີ ແລະ ມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
2.3. ອະນຸຍາດໃຫ້ເປີດຮ້ານຕັດຜົມ ຢູ່ນອກເຂດເເດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ແຜ່ເຊື້ອຢ່າງເຂັ້ມງວດ.
2.4. ອະນຸຍາດໃຫ້ນັ່ງກິນ, ດື່ມ ຢູ່ຮ້ານອາຫານ, ຮ້ານກາເຟ ທີ່ບໍ່ຢູ່ໃນເຂດແດງ ໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ບໍລິການເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ.
2.5. ອະນຸຍາດໃຫ້ເປີດການຮຽນ-ການສອນ ຢູ່ສະຖານການສຶກສາທຸກຊັ້ນຮຽນ ຢູ່ໃນບັນດາແຂວງທີ່ບໍ່ມີການລະບາດ ໃນຊຸມຊົນ.
2.6. ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ທີ່ບໍ່ແມ່ນຢູ່ໃນເຂດແດງ ແຕ່ຕ້ອງສາມາດຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ໂດຍການຈັດກອງປະຊຸມດັ່ງກ່າວ ຕ້ອງໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
2.7. ອະນຸຍາດໃຫ້ດໍາເນີນກິດຈະການກາຊີໂນ ທີ່ບໍ່ຢູ່ໃນເຂດແດງ, ແຕ່ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ COVID-19 ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ອະນຸມັດເປັນແຕ່ລະກໍລະນີໄປ.
2.8. ອະນຸຍາດໃຫ້ນໍາໃຊ້ເຮືອຫາປາ ເພື່ອຫາປາຕາມລໍານ້ໍາເຂດຊາຍແດນລະຫວ່າງປະເທດໃນໄລຍະເວລາ ແຕ່ 8:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ອອກລະບຽບການຄຸ້ມຄອງ, ກໍານົດ ຈໍານວນເຮືອ ຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ເເລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍໃຫ້ຕິດຕາມກວດກາການຈັດຕັ້ງປະຕິບັດຢ່າງໃກ້ຊິດ ແລະ ເຂັ້ມງວດ.
2.9. ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.
2.10. ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ລະຫວ່າງ ແຂວງຕໍ່ເເຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ກັກໂຕ, ແຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນແທກອຸນຫະພູມ, ການຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດ, ໃສ່ຜ້າອັດປາກ- ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມືຄັກແນ່.
2.11. ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ແລະ ທາງອາກາດ ລະຫວ່າງນະຄອນຫຼວງວຽງຈັນ ກັບ ບັນດາແຂວງທົ່ວປະເທດ ສໍາລັບຜູ້ໂດຍສານທີ່ສັກວັກຊິນ ຄົບ 2 ເຂັມ ໄດ້ 1 ເດືອນຂຶ້ນໄປ ໂດຍບໍ່ໃຫ້ມີການກັກກັນ14 ວັນ, ແຕ່ພະນັກງານຮັບຜິດຊອບສາຍການບິນ, ພະນັກງານລົດຂົນສົ່ງ ແລະ ຜູ້ໂດຍສານຕ້ອງມີຄວາມຮັບຜິດຊອບໃຫ້ມີການແທກອຸນຫະພຸມ, ກວດກາການໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມື້.
2.12. ອະນຸຍາດໃຫ້ຜູ້ຂັບຂີ່ລົດ ເເລະ ພະນັກງານຂົນສົ່ງສິນຄ້າເຂົ້າ-ອອກ ລະຫວ່າງ ແຂວງຕໍ່ແຂວງສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈໍາເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ແລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງປາຍທາງ 14 ວັນ, ເເຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສໍາລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ເເລະ ຄໍາແນະນໍາ ຂອງກະຊວງໂຍທາທິການ ແລະຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
3. ມອບໃຫ້ຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ, ບ້ານ ຫຼື ເຈົ້າໜ້າທີ່ໜ່ວຍປະຕິບັດງານ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຕາມມາດ ຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ກໍລະນີພົບເຫັນຜູ້ ລະເມີດ ແມ່ນຕ້ອງດໍາເນີນມາດຕະການເດັດຂາດ ຕາມກົດໝາຍ ເເລະ ລະບຽບການກໍານົດໄວ້
19/05/2020 10:11:43
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
23/09/2020 09:29:31
24/09/2020 09:02:48
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com