Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບ-ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຂຶ້ນເມື່ອວັນທີ 22 ມັງກອນນີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະ ບໍລິຫານງານຊາວໜຸ່ມປະຊາ ຊົນ ປະຕິວັດລາວ, ມີຄະນະບໍ ລິຫານງາມຊາວໜຸ່ມກະຊວງ, ບັນດາຄະນະຊາວໜຸ່ມອ້ອມຂ້າງກະຊວງເຂົ້າຮ່ວມ.
ທ່ານ ວຽງພອນ ສຸກຂະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທໄດ້ ຜ່ານບົດສະຫຼຸບການຈັດຕັ້ງຂໍ້ແຂ່ງຂັນ 4 ບຸກປະຈຳປີ 2016 ຫາ 2019 ແລະ ທິດທາງແຜນການປີ 2020 ໂດຍຍົກໃຫ້ເຫັນວ່າ: ບຸກດ້ານແນວຄິດໃນໄລຍະທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງ ຖວທ ໄດ້ຢຶດຖືເອົາການນຳພາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃຫ້ແກ່ຊາວໜຸ່ມ-ໄວໜຸ່ມຂອງຕົນ ດ້ວຍການສ້າງໂອກາດ, ຊຸກຍູ້-ສົ່ງເສີມ ແລະ ຈັດຕັ້ງນຳພາ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຊາວໜຸ່ມໄດ້ຍົກລະດັບວິຊາສະເພາະໃນຊັ້ນຕ່າງໆລວມ 195 ສະຫາຍ, ຍິງ 67 ສະຫາຍ, ໃນນັ້ນ ຂັ້ນປະລິນຍາເອກ 2 ສະຫາຍ, ໂທ 99 ສະຫາຍ, ຕີ 92 ສະຫາຍ ແລະຊັ້ນສູງ 1 ສະຫາຍ, ຮຽນທິດສະດີການເມືອງ-ການປົກ ຄອງ ທັງພາຍໃນ ແລະ ຕ່າງ ປະເທດ 34 ສະຫາຍ, ຍິງ 10 ສະຫາຍ, ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ ຊຶ່ງພາຍຫຼັງສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ຖວທ ຄັ້ງທີ VII ໃນຕົ້ນປີ 2015 ຄະນະບໍລິຫານງານຊາວໜຸ່ມກະຊວງໄດ້ມີການປະຊຸມຄົ້ນຄ້ວາ ແລະ ຕົກລົງແບ່ງຄວາມຮັບຜິດຊອບວຽກງານແຕ່ລະດ້ານຢ່າງລະອຽດຈະແຈ້ງ ໄດ້ປັບປຸງແບບແຜນວິທີເຮັດວຽກ, ປັບປຸງການຈັດຕັ້ງຂອງຊາວໜຸ່ມຢ່າງຖືກຕ້ອງຕາມລະບຽບຫຼັກການ ແລະ ສອດຄ່ອງກັບສະພາບຈຸດພິເສດຂອງກະຊວງ, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳໂດຍອີງໃສ່ສະພາບຈຸດພິເສດຂອງກະຊວງ ປະກອບມີ 4 ຂົງເຂດໃຫຍ່ຄື: ຂົງເຂດເສນາທິການ, ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຮັດສຳເລັດໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງຕົນ ສາມາດມີຜົນງານເດັ່ນຄື: ຊາວໜຸ່ມໃນຂົງເຂດເສນາທິການມີທັງໝົດ 113 ສະຫາຍ, ຊາວໜຸ່ມໃນຂົງເຂດສື່ມວນຊົນ ມີທັງໝົດ 397 ສະຫາຍ, ຊາວໜຸ່ມໃນຂົງເຂດວັດທະນະທຳມີທັງໝົດ 774 ສະຫາຍ ແລະ ຊາວໜຸ່ມຂົງເຂດທ່ອງທ່ຽວ ມີທັງໝົດ 95 ສະຫາຍ, ປັດຈຸບັນ ຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ມີ 17 ສະຫາຍ, ຍິງ 5 ສະຫາຍ, ມີ 2 ຮາກຖານ, 44 ໜ່ວຍຊາວໜຸ່ມຮາກຖານ ມີສະມາຊິກທັງໝົດ 1.349 ສະຫາຍ, ຍິງ 622 ສະຫາຍ.
ໃນໂອກາດດັ່ງກ່າວ ທ່ານ ບຸນຕາ ເທບພະວົງ ໄດ້ໃຫ້ກຽດຂຶ້ນມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ຄະ ນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ກະຊວງ ຖວທ ອີກດ້ວຍ.
(ຂ່າວ: ສຳນານ)
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com