Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອິນເດຍ ຫຼຸດພາສີທຸລະກິດ ເພື່ອດຶງດູດທຶນຕ່າງປະເທດ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ ເວ​ລາ: 24/01/2020 09:02:20 ຈຳ​ນວນ​​ຢ້ຽມ​ຊົມ 684 ຄັ້ງ

ຮຽບຮຽງ: ລຸ້ງ​ດາວ ບຸນ​ມີ 
(ເນື່ອງ​ໃນ​ໂອກາດ​ວັນຊາດ​ອິນ​ເດຍ 26/1/1788-26/1/2020)

     ອິນ​ເດຍ ເປັນ​ອີກ​ປະເທດ​ໜຶ່ງ ທີ່​ກຳລັງ​ປະສົບ​ກັບ​ສະພາບ​ເສດຖະກິດ​ບໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ໂດຍ​ອັດຕາ​ການ​ເຕີບ​ໂຕ​ໃນ​ໄຕ​ມາດ​ທີ 2 ຂອງ​ປີ 2019 ຢູ່​ທີ່ 5,0% ເຕີບ​ໂຕ​ຕໍ່າ​ທີ່​ສຸດ​ໃນ​ຮອບ 6 ປີ. ໃນ​ຂະນະ​ທີ່​ອັດຕາ​ວ່າງ​ງານ​ຂະຫຍາຍຕົວ​ສູງ​ສຸດ​ໃນ​ຮອບ 45 ປີ, ສົ່ງ​ຜົນ​ໃຫ້​ລັດຖະບານ​ຊອກ​ຫາ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ ໜຶ່ງ​ໃນ​ນັ້ນ ແມ່ນ​ການ​ອາ​ໄສ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ພາກ​ເອກະ​ຊົນ ໂດຍ​ການ​ຫຼຸດ​ອັດຕາ​ພາ​ສີ.
     ສໍາ​ນັກ​ຂ່າວສານ​ບີ​ບີ​ຊີ ລາຍ​ງານ​ວ່າ: ທ່ານ ນິ​ມາລາ ສີ​ທາ​ຣາ​ມານ ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ອິນ​ເດຍ ປະກາດ​ຫຼຸດ​ອັດຕາ​ພາສີ​ລາຍ​ໄດ້​ນິຕິບຸກຄົນ​ຈາກ 30% ລົງ​ມາ 22% ແລະ ເມື່ອ​ລວມ​ພາສີ​ອື່ນໆ ເຮັດ​ໃຫ້​ພາກ​ທຸລະ​ກິດ​ຈະ​ຕ້ອງ​ເສຍ​ພາສີ 25,2% ຈາກ​ເມື່ອ​ກ່ອນ​ຕ້ອງ​ເສຍ 34,9% ໂດຍ​ຈະ​ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ​ງົບປະມານ 2019 ຊຶ່ງ​ເລີ່ມ​ໃນ​ວັນ​ທີ 1 ເມສາ​ທີ່​ຜ່ານ​ມາ.  ສຳລັບ​ອຸດ​ສາຫະ​ກຳ ການ​ຜະລິດ​ທີ່​ລົງທຶນ ແລະ ຈົດ​ທະບຽນ​ໃໝ່ ຫຼັງ​ຈາກ​ວັນ​ທີ 1 ຕຸລາ​ທີ່​ຜ່ານ​ມາ ຈະ​ໄດ້​ຮັບ​ສິດທິ​ພິເສດ​ດ້ານ​ພາສີ 17%, ມີ​ເງື່ອນໄຂ​ຕ້ອງ​ເລີ່ມ​ດຳເນີນ​ຜະລິດ​ພາຍ​ໃນ​ເດືອນ​ມີນາ ປີ 2023. ມາດ​ຕະການ​ປັບ​ຫຼຸດ​ອັດຕາ​ພາສີ​ດັ່ງກ່າວ ເປັນ​ສ່ວນ​ໜຶ່ງ​ຂອງ​ແຜນການ​ກະ​ຕຸ້ນ​ເສດຖະກິດ​ພາຍ​ໃນ​ປະເທດ​ຂອງ​ນາຍົກລັດຖະມົນຕີ ທ່ານ ນາ​ເຣນ​ດຣາ ໂມ​ດີ ທີ່​ເອີ້ນ​ວ່າ; “ແຜນການ Make in India” ໂດຍ​ເນັ້ນ​ໃສ່​ການ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ພາຍ​ນອກ. ການ​ປັບ​ຫຼຸດ​ອັດຕາ​ພາສີ​ນິຕິ​ບຸກຄົນ ຖື​ເປັນ​ບາດກ້າວ​ປະຫວັດສາດ ຊຶ່ງ​ຈະ​ມີ​ຜົນ​ດີ​ຢ່າງ​ຫຼວງຫຼາຍ​ຕໍ່​ແຜນການ  Make In India ໃນ​ການ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ພາກ​ເອກະ​ຊົນ​ທົ່ວ​ໂລກ ເພີ່ມ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ພາກ​ເອກະ​ຊົນ, ສ້າງ​ຕຳແໜ່ງ​ງານ ແລະ ສ້າງ​ຜົນ​ປະໂຫຍດ​ໃຫ້​ກັບ​ປະຊາຊົນ​ອິນ​ເດຍ 1.300 ລ້ານ​ຄົນ, ທ່ານ ໂມ​ດີ ກ່າວ​ໃນ Twitter ສ່ວນ​ຕົວ.
ໃນ​ຂະນະ​ທີ່​ຂ່າວສານ​ຣອຍ​ເຕີ ລາຍ​ງານ​ວ່າ: ການ​ເດີນທາງ​ຢ້ຽມຢາມ​ອາ​ເມ​ຣິ​ກາ ຄັ້ງ​ຫຼ້າ​ສຸດ​ຂອງ ທ່ານ ໂມ​ດີ ໄດ້​ພົບ​ປະ​ກັບ​ຊາວ​ອາ​ເມ​ຣິ​ກາ ເຊື້ອສາຍ​ອິນ​ເດຍ ລວມ​ເຖິງ​ນັກທຸລະກິດ​ເອກະ​ຊົນ​ລາຍ​ໃຫຍ່​ຂອງ​ອາ​ເມ​ຣິ​ກາ​ເຊັ່ນ: JP Morgan Chase  ຜູ້​ໃຫ້​ບໍລິການ​ດ້ານ​ການ​ເງິນ ແລະ ການ​ລົງທຶນ, Lockheed Martin, ຜູ້​ຜະລິດ​ເຮືອບິນ​ອະ​ວະ​ກາດ ແລະ ການ​ປ້ອງ​ກັນ​ປະເທດ, MasterCard ບໍລິສັດ​ໃຫ້​ບໍລິການ​ລະບົບ​ຊຳລະ​ເງິນ ແລະ Walmart  ບໍລິສັດລາຍ ​ໃຫຍ່​ຂາຍຍ່ອຍ ໂດຍ​ໄດ້​ສົນທະ ນາ​ແລກປ່ຽນ​ເພື່ອ​ເພີ່ມ​ໂອກາດ​ໃນ​ການ​ລົງທຶນ​ໃນ​ອິນ​ເດ​ຍ.
     ທ່ານ ມູ​ເກສ ອາ​ຄິ ປະທານກອງ​ປະຊຸມ​ຫຸ້ນ​ສ່ວນ​ຍຸດທະສາດ ອາ​ເມ​ຣິ​ກາ - ອິນ​ເດຍ ລະບຸ​ວ່າ: ການ​ຫຼຸດ​ພາສີ​ຄັ້ງ​ນີ້ ຈະ​ເຮັດ​ໃຫ້​ບໍລິສັດ​ຂອງ​ອິນ​ເດຍ ມີ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ລະດັບ​ໂລກ. ຂະນະ​ດຽວ​ກັນ​ກໍ​ເຮັດ​ໃຫ້ ອິນ​ເດຍ ກາຍເປັນ​ທາງ​ເລືອກ​ທີ່​ໜ້າ​ສົນໃຈ​ໃຫ້​ກັບ​ບໍລິສັດ​ຕ່າງ ປະເທດ ໄດ້​ເຂົ້າ​ມາ​ຂະຫຍາຍ​ຖານ​ການ​ຜະລິດ​ໃນ​ອິນ​ເດ​ຍ​ຫຼາຍ​ຂຶ້ນ. ອັດຕາ​ພາສີ​ທີ່​ຕໍ່າ​ລົງ​ຈະ​ເຮັດ​ໃຫ້​ອິນ​ເດຍ ມີ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ສູງ​ກວ່າ​ປະເທດ​ເພື່ອນ​ບ້ານ​ເຊັ່ນ: ບັງ​ກລາ​ເດັດ ແລະ ອາດ​ກ້າວ​ຂຶ້ນ​ມາ​ເປັນ​ທາງ​ເລືອກ​ທີ່​ດີ​ ທຽບ​ເທົ່າ​ກັບ​ຫວຽດນາມ ແລະ ໄທ. ສຳລັບ​ນັກທຸລະກິດ​ຕ່າງ​ຊາດ ທີ່​ຕ້ອງການ​ຫາ​ສະຖານ ທີ່​ການ​ຜະລິດ​ແຫ່ງ​ໃໝ່ ເພື່ອ​ຫຼີກ​ລ່ຽງ​ຜົນ​ກະທົບ​ຈາກ​ສົງຄາມ​ການ​ຄ້າ ລະຫວ່າງ ຈີນ ກັບ ອາ​ເມ​ຣິ​ກາ.
     ນອກຈາກ​ນັ້ນ, ຄວາມ​ສຳພັນ​ທີ່​ດີ ລະຫວ່າງ ອາ​ເມ​ຣິ​ກາ ແລະ ອິນ​ເດຍ ສະແດງ​ໃຫ້​ເຫັນ​ໃນ​ການ​ພົບ​ປະ ລະຫວ່າງ ທ່ານ ໂດ​ໂນ ທຣຳ ປະທານາທິບໍດີ ອາ​ເມ​ຣິ​ກາ ກັບ ທ່ານ ໂມ​ດີ ນາຍົກລັດຖະມົນຕີ ອິນ​ເດຍ ທີ່​ເມືອງ​ຮີ​ວສ​ຕັນ​ປະເທດ​ອາ​ເມ​ຣິ​ກາ ຍັງ​ຊ່ວຍ​ໃຫ້​ບໍລິສັດ​ຕ່າງ​ຊາດ​ເຫັນ​ໂອກາດ​ການ​ລົງທຶນ​ໃນ ອິນ​ເດ​ຍ​ຫຼາຍ​ຂຶ້ນ. 
     ສປປ ລາວ ແລະ ສາທາ ລະນະ​ລັດ ອິນ​ເດຍ ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 2 ກຸມພາ ປີ 1956.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com