Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂ່າວສານຊີອາໄອລາຍງານວ່າ: ໃນໄລຍະມໍ່ໆນີ້, ຫຼາຍເຂດຂອງຈີນ ໂດຍສະເພາະນະຄອນອູຮັ້ນແຂວງຫູເປີຍ ໄດ້ເກີດພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື NCOV.
ຂ່າວລະບຸວ່າ: ພາຍຫຼັງເກີດພະຍາດດັ່ງກ່າວ, ສູນກາງ ພັກ ແລະ ລັດຖະບານຈີນ ໄດ້ໃຫ້ຄວາມສຳຄັນຢ່າງສູງ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ອອກຄຳສັ່ງຊີ້ນຳສຳຄັນວ່າ: ນະຄອນອູຮັ້ນແຂວງຫູເປີຍ ແລະ ແຫ່ງອື່ນໆ ໄດ້ເກີດພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໃນໄລຍະມໍ່ໆນີ້, ຕ້ອງມີສະຕິລະວັງຕົວ ແລະ ໃຫ້ຄວາມສຳຄັນຢ່າງສູງ, ອອກແຮງຈົນສຸດຄວາມສາມາດປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດ.
ທ່ານ ສີຈິ້ນຜິງ ກ່າວວ່າ: ປັດຈຸບັນ, ກຳລັງຢູ່ໃນໄລຍະບຸນຕຸດຈີນ, ປະຊາຊົນຈຳນວນຫຼວງຫຼາຍເດີນທາງພາຍໃນຂອບເຂດກວ້າງຂວາງ ຈຶ່ງມີຄວາມສຳຄັນ ແລະ ເລັ່ງດ່ວນທີ່ສຸດໃນການເຮັດວຽກປ້ອງກັນ ແລະ ຄວບຄຸມພະຍາດໃຫ້ດີ. ຄະນະພັກ ແລະ ອົງການປົກຄອງທຸກຂັ້ນກໍຄືພາກສ່ວນທີ່ກ່ຽວຂ້ອງຕ້ອງຖືຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຂອງປະຊາຊົນໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງ, ຕ້ອງວາງແຜນຢ່າງຖີ່ຖ້ວນລະອຽດ, ຈັດຕັ້ງກຳລັງຝ່າຍຕ່າງໆດຳເນີນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ, ໃຊ້ມາດຕະການຕົວຈິງ ທີ່ມີປະສິດທິຜົນເຂົ້າໃນການສະກັດກັ້ນທ່ວງທ່າແຜ່ລະບາດຂອງພະຍາດຢ່າງເດັດຂາດ. ຕ້ອງອອກແຮງປິ່ນປົວຜູ້ຕິດພະຍາດຢ່າງສຸດຄວາມສາມາດ, ສືບຫາສາເຫດຕົວຈິງທີ່ພາໃຫ້ຕິດພະຍາດ ແລະ ພະຍາດແຜ່ລະບາດໂດຍໄວ, ເພີ່ມທະວີເຝົ້າຕິດຕາມຜູ້ຕິດພະຍາດ, ປະຕິບັດຕາມ ຂັ້ນຕອນປິ່ນປົວໃຫ້ເປັນລະ ບຽບແບບແຜນ. ຕ້ອງແຈ້ງໃຫ້ ປະຊາຊົນຮູ້ສະພາບການແຜ່ລະບາດຂອງພະຍາດຢ່າງທັນການ, ລົງເລິກການຮ່ວມມືກັບ ສາກົນໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດ. ຕ້ອງ ເພີ່ມທະວີການນຳພາຫາງ ສຽງດ້ວຍການເພີ່ມທະວີການ ໂຄສະນາ ແລະ ອະທິບາຍມາດຕະການ, ນະໂຍບາຍທີ່ກ່ຽວຂ້ອງ, ປົກປ້ອງສະຖຽນລະພາບທາງສັງຄົມຢ່າງເດັດດ່ຽວ, ຮັບປະກັນໃຫ້ປະຊາຊົນສະ ຫຼອງບຸນຕຸດຈີນດ້ວຍຄວາມສະຫງົບສຸກ ແລະ ເປັນງານສີລິມຸງຄຸນ.
19/05/2020 10:11:43
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
23/09/2020 09:29:31
24/09/2020 09:02:48
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com