Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນລະຫວ່າງວັນທີ 22-23 ມັງກອນນີ້, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ ພ້ອມຄະນະລົງເຄື່ອນໄຫວຊຸກຍູ້-ຊີ້ນຳການກະກຽມດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນ ໂດຍສະເພາະແມ່ນຂັ້ນແຂວງ ແລະ ຂັ້ນເມືອງ ແລະ ວຽກງານ ໂຄສະ ນາອົບຮົມ ຢູ່ແຂວງຫຼວງພະ ບາງ ແລະ ແຂວງໄຊຍະບູລີຊຶ່ງໄດ້ຮັບການຕ້ອນຮັບຈາກການນໍາ ແລະ ພະນັກງານຄະ ນະໂຄສະນາອົບຮົມຂອງແຕ່ລະແຂວງດັ່ງກ່າວຢ່າງອົບອຸ່ນ.
ການລົງເຄື່ອນໄຫວເຮັດວຽກຂອງຄະນະຄັ້ງນີ້ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການກະກຽມດຳເນີນກອງປະຊຸມໃຫຍ່ຂັ້ນແຂວງ, ຂັ້ນເມືອງ ຈາກຕາງໜ້າຄະນະປະຈໍາພັກແຂວງ, ຫົວໜ້າອະນຸກໍາມະການເນື້ອໃນກອງປະຊຸມໃຫຍ່ຂອງແຂວງ. ມາຮອດປັດຈຸບັນ ເຫັນວ່າການກະກຽມວຽກງານດັ່ງກ່າວ ມີຄວາມຄືບໜ້າຕາມແຜນການ ແລະ ຈະສືບຕໍ່ກະກຽມ ໂດຍສະເພາະແມ່ນດ້ານເນື້ອໃນ ໃຫ້ມີຄວາມພ້ອມ ແລະ ໄດ້ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຕາມໄລຍະເວລາທີ່ກໍານົດໄວ້. ພ້ອມກັນນັ້ນ, ຫົວໜ້າຄະນະໂຄສະນາອົບຮົມແຕ່ລະແຂວງ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ແລະ ການປະກອບສ່ວນເຂົ້າຮ່ວມຂະບວນການກະກຽມກອງປະຊຸມໃຫຍ່ຂອງແຂວງ, ຂອງເມືອງ ຊຶ່ງເຫັນໄດ້ຫຼາຍອັນທີ່ຕັ້ງ ແລະ ບາງວຽກງານທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງຕື່ມ.
ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ພົມມະທັດ ກໍ່ໄດ້ມີຄວາມເຫັນແລກປ່ຽນ ແລະ ເນັ້ນໜັກບາງອັນ ຕໍ່ການກະກຽມເນື້ອໃນກອງປະຊຸມໃຫຍ່ຂອງແຂວງ, ຂອງເມືອງ ແລະ ວຽກງານໂຄສະນາອົບ ຮົມ ຊຶ່ງກ່ອນອື່ນໝົດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາວຽກງານທີ່ມີຄວາມຄືບໜ້າ ແລະ ພົ້ນເດັ່ນ, ພ້ອມນັ້ນ ທ່ານໄດ້ມີຄວາມເຫັນຕື່ມ ດັ່ງນີ້:
- ກ່ຽວກັບການກະກຽມກອງປະຊຸມໃຫຍ່ຂັ້ນແຂວງ, ຂັ້ນເມືອງ: ກອງປະຊຸມໃຫຍ່ຂອງພັກ ແຕ່ລະຂັ້ນ ແມ່ນມີຄວາມສໍາຄັນຫຼາຍ, ຫາກບໍ່ແມ່ນການເຮັດໃຫ້ຄົບຕາມວາລະຊື່ໆ, ການກະກຽມ - ດໍາເນີນກອງປະຊຸມໃຫຍ່ແຕ່ລະຄັ້ງ ຖືເປັນບັ້ນປັບປຸງ, ສ້າງການຫັນປ່ຽນທີ່ຕັ້ງໜ້າ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ໃນທົ່ວລະບົບການເມືອງ, ສະນັ້ນ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າກະກຽມຢ່າງເລິກເຊິ່ງຮອບດ້ານ.
ໃນການກະກຽມດ້ານເນື້ອໃນ ຕ້ອງໄດ້ວິເຄາະວິໄຈໃຫ້ເຫັນແຈ້ງສະພາບແວດລ້ອມພາຍໃນ ແລະ ສາກົນ ມີການປ່ຽນແປງແນວໃດ ກໍຄືທ່າຂະຫຍາຍໃນຕໍ່ໜ້າ ຊຶ່ງມັນຮຽກຮ້ອງໃຫ້ພວກເຮົາ ຕ້ອງມີການສ້າງການຫັນປ່ຽນຢ່າງເລິກເຊິ່ງ, ແຂງແຮງ ແລະ ຮອບດ້ານ ເພື່ອຕອບສະໜອງການເລັ່ງທວງຂອງໜ້າທີ່ການເມືອງ ໃນປັດຈຸບັນ ແລະ ຕໍ່ໜ້າ. ສະນັ້ນ ຕ້ອງໄດ້ຄົ້ນຄວ້າເບິ່ງອັນໃດທີ່ເຮົາສາມາດປັບປ່ຽນໄດ້, ສ້າງນະໂຍບາຍຮັບມືກັບບັນຫາຂ້າງໜ້າ (ທ່າອ່ຽງ, ທ່າຂະຫຍາຍ, ຄາດຄະເນ ບັນຫາຈະເກີດຂຶ້ນ). ສະພາບການຂອງໂລກ ອັນໃດທີ່ມັນຈະສົ່ງຜົນກະທົບແທ້, ຫາກບໍ່ແມ່ນການເວົ້າແບບລວມໆ ພໍໃຫ້ຄົບຕາມທີ່ເຄີຍເຮັດຜ່ານມາ; ຕ້ອງໄດ້ຄົ້ນຄວ້າກໍານົດວິໄສທັດ, ແຜນພັດທະນາແຕ່ລະໄລຍະ ຢ່າງມີວິທະຍາສາດ, ພາວະວິໄສ.
ການກະກຽມເນື້ອໃນ ຕ້ອງຢຶດໝັ້ນຕາມຈິດໃຈຊີ້ນໍາຂອງສູນກາງພັກ: ຄົ້ນຫາຄວາມເປັນຈິງໃນທຸກໆດ້ານ, ຍົກບັນຫາຢ່າງເຈາະຈົງ ຕົງປະເດັນ ເພື່ອເຫັນແຈ້ງດ້ານດີ ແລະດ້ານອ່ອນ, ພາກພູມໃຈ-ສັນລະເສີນ ຕໍ່ຜົນສໍາເລັດ, ເປີດໃຈຍອມຮັບໃນສິ່ງທີ່ຄົງຄ້າງເຮັດບໍ່ທັນໄດ້, ນັບທັງອັນທີ່ຜິດພາດໃນໄລຍະຜ່ານມາ, ເຂົ້າໃຈບັນຫາທີ່ຕັ້ງຂຶ້ນ ແລະ ຕ້ອງເຮັດໃນຊຸມປີຕໍ່ໜ້າຢ່າງຖືກຕ້ອງເລິກເຊິ່ງ ເປັນລະບົບ. ບົນພື້ນຖານນັ້ນ ກໍານົດທິດທາງລວມ, ທາງອອກຕົວຈິງ, ຄາດໝາຍສູ້ຊົນແຕ່ລະດ້ານ ທີ່ສ່ອງແສງຊັດເຈນ ຄວາມອາດສາມາດຕົວຈິງ ແລະ ມີການຊັ່ງຊາຄວາມເປັນໄປໄດ້ໃນທາງປະຕິບັດ ຢ່າງຮອບຄອບຮອບດ້ານ; ສ້າງ ພື້ນຖານອັນໜັກແໜ້ນໃຫ້ ແກ່ການຫັນປ່ຽນທີ່ເປັນລະບົບ ເລິກເຊິ່ງ ແຂງແຮງໃນການ ຈັດຕັ້ງປະຕິບັດ ແລະ ຮັບ ປະກັນ ໃຫ້ເກີດປະສິດທິຜົນຕົວຈິງ ໃນຊຸມປີຕໍ່ໜ້າ.
ຈາກການວາງທິດທາງ, ຄາດໝາຍ, ໜ້າທີ່ວຽກງານ ທີ່ຈະເຮັດໃຫ້ຊຸມປີຕໍ່ໜ້າ, ຕ້ອງໄດ້ຄົ້ນຄວ້າກະກຽມເປົ້າໝາຍບຸກຄະລາກອນທີ່ເໝາະສົມ ເພື່ອສັບຊ້ອນຈັດວາງເຂົ້າຕໍາແໜ່ງງານທີ່ເໝາະສົມ ແນໃສ່ສາ ມາດ ຜັນຂະຫຍາຍປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ໃຫ້ປະກົດຜົນເປັນຈິງ.
- ກ່ຽວກັບວຽກງານໂຄສະ ນາອົບຮົມ:
ຄະນະໂຄສະນາອົບຮົມ ຕ້ອງກໍາໄດ້ເນື້ອໃນຈິດໃຈໃຫຍ່ໆ ຂອງການກະກຽມກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ເພື່ອເຄື່ອນໄຫວໂຄສະນາສ້າງຂະບວນການທາງການ ເມືອງ, ສ້າງການຫັນປ່ຽນດ້ານຈິນຕະນາການ, ດ້ານແນວຄິດຄວາມເຂົ້າໃຈ. ບັນດາເນື້ອໃນຈິດໃຈຕ່າງໆ ທີ່ສູນກາງຊີ້ນໍາ (ທີ່ອອກເປັນມະຕິ, ຄໍາສັ່ງ) ອັນໃດຄວນໄດ້ນໍາມາຜັນຂະຫຍາຍ ໂຄສະນາໃຫ້ສັງຄົມ ມີຄວາມຮັບຮູ້ເຂົ້າໃຈເປັນເອກະພາບ; ເປັນເຈົ້າການເຂົ້າຮ່ວມການກະກຽມເນື້ອໃນກອງປະຊຸມໃຫຍ່ ພ້ອມທັງກະກຽມສ້າງເອກະສານເຊື່ອມຊຶມແຕ່ຫົວທີ, ຫຼັງສໍາເລັດກອງປະຊຸມໃຫຍ່ ໃຫ້ສາມາດຈັດຕັ້ງເຊື່ອມຊຶມໂລດ: ມີຈັກບັນຫາ, ຈະເຮັດຫຍັງແດ່ ໂດຍຮ່ວມກັບເພື່ອນຮ່ວມງານ (ໂຮງຮຽນທິດສະດີ ແລະ ພາກສ່ວນກ່ຽວຂ້ອງ) ປຶກສາຫາລືເປັນເອກະພາບກັນ. ຢູ່ຂັ້ນເມືອງ, ເມືອງທີ່ດໍາເນີນກອງປະຊຸມແລ້ວ ໄດ້ຈັດຕັ້ງເຊື່ອມຊຶມແນວໃດ ກໍຕ້ອງຖອດບົດຮຽນ ແລະ ປັບປຸງວິທີການເຊື່ອມຊຶມ ໃຫ້ມີປະສິດທິຜົນຕົວຈິງ.
ພ້ອມນັ້ນ, ນອກຈາກວຽກງານປົກກະຕິທີ່ໄດ້ເຮັດຜ່ານມາ, ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ປັບປຸງການຄຸ້ມຄອງໂຄສະນາຜ່ານສື່ສັງຄົມອອນລາຍ, ຕໍ່ສູ້-ຕອບຕ້ານ, ແກ້ຂ່າວ ຂໍ້ມູນທີ່ິຜິດພ້ຽນ, ບິດເບືອນ, ໃສ່ຮ້າຍປ້າຍສີ ຂອງພວກຄົນບໍ່ດີ ຫຼື ສັງຄົມທີ່ບໍ່ເຂົ້າໃຈ ຕໍ່ການນໍາພາຂອງພັກ, ການບໍລິຫານຂອງລັດ ໃຫ້ທັນການ; ເປັນພາກສ່ວນໜຶ່ງ ໃນການເຮັດໜ້າທີ່ຕອບແກ້ບັນຫາເລັ່ງທວງ ທີ່ປະຊາຊົນພົບພໍ້, ສະເໜີ ໂດຍສອດຄ່ອງກັບແນວທາງ, ລັດຖະທໍາມະນູນ, ກົດໝາຍ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com