Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄົບຄະນະບໍລິ ຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 14 ສະໄໝທີ VI ຈຶ່ງໄດ້ສໍາເລັດລົງໃນວັນທີ 18 ມັງກອນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໂດຍ ການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະ ການສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງ ເຈົ້າ ແຂວງໄຊຍະບູລີ, ມີບັນດາສະ ຫາຍກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ 11 ເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາພະແນກການ, ກົມກອງ, ອົງ ການ, ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວແມ່ນໄດ້ພ້ອມກັນຕີລາຄາຄືນການນໍາພາຂອງຄະນະບໍລິຫານງານພັກແຂວງ ຕໍ່ວຽກງານຮອບດ້ານ 1 ປີຜ່ານມາ ພ້ອມທັງກໍານົດທິດທາງວຽກງານຈຸດສຸມປີ 2020, ລົງເລິກຕີລາຄາກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານ ການຕ່າງປະເທດ, ສະຫຼຸບຕີລາ ຄາການນຳພາວຽກງານແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການນັກຮົບເກົ່າ, ຜົນການດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ 7 ເມືອງຜ່ານມາ ແລະ ແຜນດຳ ເນີນກອງປະຊຸມໃຫຍ່ອົງຄະນະ ພັກເມືອງທີ່ຍັງເຫຼືອ, ການກະກຽມດໍາເນີນກອງປະຊຸມໃຫຍ່ສໍານັກງານ, ອົງການ-ກົມກອງ ອ້ອມຂ້າງແຂວງ ແລະ ການ ດຳເນີນກອງປະຊຸມໃຫຍ່ອົງ ການແນວລາວສ້າງຊາດ, ອົງ ການຈັດຕັ້ງມະຫາຊົນ, ການກະ ກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ພ້ອມດຽວກັນກໍໄດ້ດຳ ເນີນຊີວິດການເມືອງ, ສຳຫຼວດການນຳພາລວມ, ບຸກຄົນພາຍໃນຄະນະບໍລິຫານງານພັກແຂວງ ແລະ ຕອນທ້າຍຂອງກອງປະຊຸມສະຫາຍເລຂາພັກແຂວງໄດ້ເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ຈົ່ງນໍາເອົາເນື້ອໃນ ຈິດໃຈຂອງກອງປະຊຸມຄັ້ງນີ້ ໂດຍສະເພາະແມ່ນເມືອງທີ່ໄດ້ ສໍາເລັດກອງປະຊຸມໃຫຍ່ຂອງຕົນແລ້ວແມ່ນໃຫ້ຮີບຮ້ອນກະ ກຽມ ແລະ ດໍາເນີນກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງຄັ້ງທີ 2 ຂອງຄະນະພັກຕົນ ໂດຍລົງເລິກ ແລະ ຮັບຮອງເອົາໂຄງການດໍາເນີນງານຂອງຄະນະບໍລິຫານງານພັກເມືອງ, ຮັບຮອງເອົາມະຕິແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຄະນະບໍລິຫານງານພັກເມືອງ, ບັນດາສະຫາຍຄະນະປະຈໍາ, ສະຫາຍເລຂາ, ຮອງເລຂາ, ຮອງ ເຈົ້າເມືອງ ແລະ ສະຫຼຸບຕີລາ ຄາວຽກງານຮອບດ້ານປະຈໍາປີ 2019 ສໍາລັບເມືອງທີ່ຍັງບໍ່ ທັນໄດ້ດໍາເນີນກອງປະຊຸມໃຫຍ່, ໄລຍະນີ້ແມ່ນໃຫ້ສຸມໃສ່ກະ ກຽມ, ຍູ້ຂະບວນການຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ຂອງຕົນ. (ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com