Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ໄດ້ເປີດຂຶ້ນໃນວັນທີ 22 ມັງກອນຜ່ານມາ, ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງບໍລິຄໍາໄຊ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ຈວງຈັນ ລາດສະວົງ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງບໍລິຄໍາໄຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຕາງໜ້າກົມຈັດຕັ້ງພັກ, ກະຊວງປ້ອງກັນປະເທດ, ມີບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ,ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສະຫາຍ ພົນຈັດຕະວາ ຈວງຈັນ ລາດສະວົງ ໄດ້ຕີລາຄາໝາກຜົນ ແຫ່ງການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ, ມະຕິກອງປະ ຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ, ກອງບັນຊາການທະຫານແຂວງບໍລິຄໍາໄຊ ໃນໄລຍະຜ່ານມາຍົກໃຫ້ເຫັນດ້ານດີດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ ໂດຍສະເພາະຜ່ານມາໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານຢູ່ບ້ານ ແລະ ກຸ່ມບ້ານຕາມການມອບໝາຍ ປະຕິບັດຕາມມູນເຊື້ອຂອງກອງທັບ. ກົມກອງຕັ້ງທັບຢູ່ບ່ອນໃດກໍແບ່ງປັນມອບໝາຍໃຫ້ພະ ນັກງານ, ລົງກໍ່ສ້າງຮາກຖານ ການເມືອງ, ຕິດແໜ້ນກັບປະ ຊາຊົນ, ໄດ້ຕັ້ງກອງກໍ່ສ້າງຮາກ ຖານ 215 ປະຈໍາຢູ່ 3 ຈຸດ, ທີ່ມີ ຄວາມຫຼໍ່ແຫຼມ ເພື່ອປຸກລະດົມ ຂົນຂວາຍ, ອົງການປົກຄອງ ບ້ານ, ພໍ່ແມ່ປະຊາຊົນບັນດາ ເຜົ່າ, ເຂົ້າຮ່ວມເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ຢ່າງກວ້າງຂວາງ, ຕິດພັນ ກັບການປຸກລະດົມ, ຊຸກຍູ້ປະ ຕິບັດວຽກງານສາມສ້າງ. ນໍາພາອົບຮົມ-ຫັດແອບສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງໄດ້ 3 ບ້ານທົ່ວແຂວງ, ຕິດຕາມກໍາ ແໜ້ນປະຊາຊົນຍ້າຍຖິ່ນຖານບໍ່ຖືກຕ້ອງ, ເຂົ້າເມືອງຜິດກົດ ໝາຍ ພ້ອມທັງສຶກສາອົບຮົມໃຫ້ເຂົ້າເຈົ້າ. ປະຕິບັດຕາມລະ ບຽບກົດໝາຍຂອງ ສປປ ລາວ ວາງອອກຢ່າງເຂັ້ມງວດ.
(ຂ່າວ-ພາບ: ພູວົງ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com