Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 14 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງແຂວງຄຳມ່ວນ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ 5 ປີ (2016-2020) ແລະ ປະຈໍາປີ 2020 ແລະ ສະຫຼຸບວຽກງານກວດກາທົ່ວແຂວງຄຳມ່ວນ 5 ປີ ແລະ ປະຈຳປີ 2020 ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ມີບັນດາຮອງເລຂາ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ອົງການອ້ອມຂ້າງ, ປະທານຄະນະກວດກາພັກເມືອງ - ອົງການກວດກາລັດເມືອງ, ບັນດາສະຫາຍຮອງຄະນະກວດກາພັກແຂວງ - ອົງການກວດກາລັດແຂວງ ແລະ ບັນດາສະຫາຍພະນັກງານກວດກາອາຊີບໃນທົ່ວແຂວງເຂົ້າຮ່ວມ.
ພາຍຫຼັງເຈົ້າແຂວງຄຳມ່ວນໄດ້ກ່າວເປີດກອງປະຊຸມ, ສະຫາຍ ສີສຸກ ພິມມະສອນ ຮອງປະທານຄະນະກວດກາພັກແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຕິດຕາມກວດກາ ປະຈຳປີ 2020 ແລະ 5 ປີ (2016 – 2020) ແລະ ທິດທາງແຜນການປີ 2021 ຂອງຄະນະກວດກາພັກແຂວງ, ອົງການກວດກາລັດແຂວງ ຊຶ່ງໃນໄລຍະໜຶ່ງປີ ແລະ 5 ປີທີ່ຜ່ານມາຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ພ້ອມກັນຕັ້ງໜ້າບຸກບືນ ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ, ຖືສຳຄັນ ແລະ ເອົາໃຈໃສ່ຕິດຕາມ - ກວດກາເປົ້າໝາຍຕ່າງໆ, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫຼວງ, ຄົ້ນຄວ້າ, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານກວດກາ, ໄດ້ພະຍາຍາມເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ບຳລຸງກໍ່ສ້າງພະນັກງານກວດກາແຕ່ລະຂັ້ນ ສາມາດປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນດີຂຶ້ນເທື່ອລະກ້າວ. ສະເພາະປີ 2020 ດ້ານການກວດກາລັດ ແລະ ຕິດຕາມການຈັດຕັ້ງປະຕິບັດຜົນການກວດກາ ໄດ້ທັງໝົດ 117 ເປົ້າໝາຍ, ໃນນີ້ກວດກາບໍລິຫານລັດ 1 ເປົ້າໝາຍ, ກວດກາບັນດາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ຂຶ້ນໄປຈຳນວນ 29 ໂຄງການ ແລະ 10 ຕື້ລົງມາ 20 ໂຄງການ, ສືບຕໍ່ຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 13 ໂຄງການ, ສືບຕໍ່ຕິດຕາມຜົນການກວດສອບ 54 ໂຄງການ, ຜ່ານການກວດກາບັນດາເປົ້າໝາຍດັ່ງກ່າວພົບຜົນເສຍຫາຍທັງໝົດ 170,43 ຕື້ກີບ, ໃນນີ້ໄດ້ຫັກລົບມູນຄ່າໂຄງການຈຳນວນ 115,33 ຕື້ກີບ ແລະ ຫັກລົບຈາກມູນຄ່າຂອງສັນຍາຈໍານວນ 54,87 ຕື້ກີບ. ໄດ້ສືບຕໍ່ປະຕິບັດຕາມດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ. ດ້ານວຽກງານຄົ້ນຄວ້າຄຳຮ້ອງ - ຄໍາສະເໜີໄດ້ທັງໝົດ 9 ສະບັບ. ນອກຈາກນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງບົດສະຫຼຸບຫຍໍ້ວຽກງານກວດກາທົ່ວປະເທດປະຈຳປີ 2020 ແລະ 5 ປີ ຂອງຄະນະກວດກາສູນກາງ ພັກ, ອົງການກວດກາລັດຖະບານ, ບົດໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2020 ແລະ 5 ປີ (2016 – 2020) ຊຶ່ງອ່ານຜ່ານໂດຍ ສະຫາຍ ຄຳສອນ ອ້ວນທະວີ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກແຂວງ ປະທານອົງການກວດກາລັດແຂວງ, ພ້ອມນັ້ນຜູ້ແທນກອງປະຊຸມຈາກບັນດາພະແນກການໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ - ຄຳເຫັນປຶກສາຫາລື ຕາມການເຈາະຈີ້ມຂອງປະທານກອງປະຊຸມ ເພື່ອຄວາມເປັນເອກະພາບຕໍ່ທິດທາງແຜນການວຽກງານກວດກາ ປີ 2021 ແລະ ບັນຫາລວມ ໃນ 5 ປີຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ດີຂຶ້ນກວ່າເກົ່າ.
ໂອກາດກ່າວເປີດກອງປະຊຸມ ສະຫາຍ ວັນໄຊ ພອງສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາຂອງຕົນຄົ້ນຄວ້າປະກອບຄຳຄິດ - ຄຳເຫັນຢ່າງກົງໄປກົງມາ, ພາວະວິໄສ, ຖືກຕ້ອງ ແລະ ສ່ອງແສງເຖິງຄວາມເປັນຈິງ. ພ້ອມທັງຄົ້ນຄວ້າ ຊອກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມກັນຄົ້ນຄວ້າໃຫ້ເປັນເອກະພາບກ່ຽວກັບທິດທາງ ແລະ ວິທີການແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າໃຫ້ຖືກຕ້ອງ, ແທດເໝາະກັບຕົວຈິງດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ກອງປະຊຸມໃນຄັ້ງນີ້ດຳເນີນໄປດ້ວຍບັນຍາ ກາດອັນດີ ແລະ ມີຜົນສໍາເລັດຢ່າງຈົບງາມ. ຊຶ່ງກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປ 1 ວັັນເຄິ່ງ, ນັບແຕ່ວັນທີ 14 – 15 ມິຖຸນາ ຈຶ່ງສຳເລັດ. (ຂ່າວ-ພາບ: ມະນີວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com