Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ບ້ານຫ້ວຍຊ່າວ ຈັດງານບຸນເກີຣ ຕິດພັນກັບວັນສ້າງຕັ້ງບ້ານ ຄົບຮອບ 100 ປີ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 24/01/2020 09:57:03 ຈຳ​ນວນ​​ຢ້ຽມ​ຊົມ 1205 ຄັ້ງ

  ໂດຍ: ລັດດາ​ວອນ  ແກ້ວ​ໄພທູນ

ບ້ານຫ້ວຍ​ຊ່າວ   ເມືອງໄຊ​ຍະ​ບູ​ລີ  ແຂວງໄຊ​ຍະ​ບູ​ລີ  ໄດ້ຈັດ​ ງານ​ສະເຫຼີມສະຫຼອງບຸນ​ເກີ​ຣ​ຂອງ​ເຜົ່າ​ກຶມ​ມຸ ຕິດ​ພັນ​ກັບວັນ​ສ້າງຕັ້ງ​ບ້ານ​ ຄົບຮອບ 100 ປີ ຫວ່າງ​ແລ້ວນີ້   ທີ​່ເດີ່ນ​ໂຮງຮຽນ ປະຖົມບ້ານ​ຫ້ວຍ​ຊ່າວ   ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ   ຄໍາ​ຜາຍ   ແກ້ວ​ບົວ   ຮອງເລ ຂາ​ພັກ​ເມືອງ    ຜູ້​ຊີ້ນໍາວຽກ​ງານ​ ການເມືອງ​ແນວ​ຄິດ  ແລະ  ວຽກ​ງານວັດ​ທະ​ນະ​ທໍາ-​ສັງ​ຄົມ.
ໃນ​ພິທີ    ທ່ານ   ໂຍ​ນາ    ເຮືອງລິດ  ເລຂາ​ໜ່ວຍ​ພັກນາຍບ້ານ​ຫ້ວຍ​ຊ່າວ ໄດ້​ຂຶ້ນ​ເລົ່າ​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ເຜົ່າກຶມມຸ ພ້ອມ​ທັງ​ຜ່ານ​ບົດ​ສະຫຼຸບ​ແຜນ​ພັດທະນາ​ເສດ​ຖະ​ກິດ-ສັງຄົມ​ຂອງ​ບ້ານ ປີ 2019 ຊຶ່ງ​ທ່ານ​ກ່າວ​ວ່າ: ບ້ານຫ້ວຍ​ຊ່າວ ມີ 85 ຄອບຄົວ, ມີ 8  ໜ່ວຍ​ຜະລິດ, ມີ​ພົນລະເມືອງ 577 ຄົນ, ຍິງ 284 ຄົນ ​ມີ 2 ເຜົ່າ​ຄື: ເຜົ່າ​ລາວ ແລະ ເຜົ່າກຶມມຸ, ໄລຍະ​ຜ່ານມາ ​ອົງການປົກຄອງບ້ານໄດ້​ເອົາ ໃຈໃສ່​ຊີ້​ນຳ​-​ນຳພາ​ພໍ່​ແມ່​ປະຊາ ຊົນ ແລະ ຂະແໜງການ​ຂອງ​ບ້ານ​ນໍາ​ເອົາ​ແຜນ​ນະໂຍບາຍ​ຂອງ​ພັກ, ມະ​ຕິຄໍາ​ສັ່ງ​ຂອງ​ຂັ້ນ​ເທິງ ແລະ ລະບຽບ​ກົດໝາຍ​ຂອງລັດ​ນໍາມາເຜີຍແຜ່​ໃຫ້​ພໍ່​ແມ່​ປະຊາຊົນ​ຢ່າງ​ເປັນ​ລະບົບຕໍ່​ ເນື່ອງ  ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ​ຮັບ​ຮູ້  ແລະ  ເຂົ້າໃຈ​ຕໍ່​ກັບ​ການ​ປ່ຽນແປງ​ໃໝ່​ຂອງ​ພັກ​ນັບ​ມື້​ສູງ​ຂຶ້ນ    ຊຶ່ງ​ສະແດງ​ອອກ​ປະຊາຊົນ​ໄດ້​ມີ​ການ​ຫັນປ່ຽນ​ຈາກ​ການ​ຜະລິດ​ແບບ​ທຳ​ມະ​ຊາດ​ໄປ​ສູ່​ການ​ຜະລິດ​ເປັນ​ສິນຄ້າ,  ເຮັດ​ໃຫ້​ຊີວິດ​ການ​ເປັນຢູ່ດີ​ຂຶ້ນ​ເທື່ອ​ລະ​ກ້າວ.   ທົ່ວ​ບ້ານ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ  5  ຕື້​ກວ່າ​ກີບ, ສະເລ່ຍ​ໃສ່​ຫົວ​ຄົນ​ໜຶ່ງ​ໄດ້ 8,7 ລ້ານ​ກວ່າ​ກີບ ຫຼື ເທົ່າ​ກັບ 1.099 ໂດ​ລາ​ຕໍ່​ຄົນ​ຕໍ່​ປີ. 
ໃນ​ພິທີ    ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຟັງ​ຄຳ​ໂອ້​ລົມ​ຂອງ​ທ່ານ  ຄໍາ​ຜາຍ​  ແກ້ວ​ບົວ  ຊຶ່ງ​ກ່ອນ​ອື່ນ​ໝົດ​ທ່ານ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ຂອງ​ບ້ານ​ກໍ​ຄື​ເຜົ່າ​ກຶມ​ມຸ​ຍາດ​ມາ​ໄດ້​ໄລຍະ​ຜ່ານ​ມາ  ພ້ອມ​ທັງຮຽກຮ້ອງໃຫ້​ ອົງການ​ປົກຄອງ​ບ້ານ​ເພີ່ມທະວີ​ຄວາມ​ສາ​ມັກຄີ​ພາຍ​ໃນ, ພາຍ ​ນອກ​ໃຫ້​ດີກ​ວ່າ​ເກົ່າ,  ປະກອບ ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຕ່າງໆ​ຂອງ​ຊາດ​ກໍຄື​ຂອງ​ບ້ານ, ສືບຕໍ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ພໍ່​ແມ່​ປະຊາຊົນ,  ຮັກສາ​ຮີດຄອງ​ອັນ​ດີງາມ​ຂອງ​ຊາດ​ກໍຄື​ຂອງ​ເຜົ່າ​ກຶມ​ມຸ​ໃຫ້​ຍືນ​ຍົງ   ແລະ ຂະຫຍາຍ​ຕໍ່​ໄປ. 
ໃນ​ພິທີ​ຍັງ​ໄດ້​ຮັບ​ຊົມ​ການ ສະແດງ​ສິລະປະ-​ວັນນະຄະດີ​ຂອງ​ເຜົ່າ​ກຶມ​ມຸ ເປັນຕົ້ນ​ແມ່ນ​ບົດ​ຟ້ອນ, ເຈີມ, ເຕັ້ນ​ໄມ້​ຄ໋ອບ​ແຄບ ແລະ  ປີນ​ເສົາ​ໄມ້ໄຜ່ງົບ​ ງັນ​ຕາມ​ຮີດຄອງ​ປະ​ເພ​ນີ    ເພື່ອ​ເປັນ​ການ​ລະ​ນຶກ​ເຖິງ​ບັນ​​ພະບູລຸດ ​ທີ່​ລ່ວງ​ລັບ​ໄປ​ແລ້ວ  ​ໂດຍ​ສະເພາະ ​ແມ່ນທ້າວ  ​ເຈືືອງ,  ທ້າວ​  ຍີ່  ແລະ ທັງ​ເປັນ​ການຜູກ​ແໜ້ນ​ຄວາມ​ສາມັກຄີລະຫວ່າງ​ບ້ານ​ຕໍ່​ບ້ານ ພ້ອມ​ທັງ​ຮັກສາ​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ເຜົ່າ​ກຶມ​ມຸ​ໃຫ້​ຍືນ​ຍົງ​ຕະຫຼອດ​ໄປ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com