Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ໄດ້ດຳເນີນມາເປັນເວລາ 5 ວັນມາເຖິງວັນທີ 24 ມັງກອນ ໄດ້ປິດລົງດ້ວຍຜົນສຳເລັດຈົບ ງາມທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.
ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວປິດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ໄດ້ຮັບຮອງ ເອົາບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງກ່ຽວກັບຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຜນງົບປະມານ ປີ 2019 ແລະ ທິດທາງແຜນການ ປີ 2020 ຂອງນະຄອນຫຼວງ ຊຶ່ງໄດ້ຕີລາ ຄາສູງຕໍ່ຄວາມພະຍາຍາມຂອງ ອົງການປົກຄອງ ໃນການຊີ້ນໍາ-ນໍາພາບັນດາພະແນກການ, ອົງ ການ ໃນການສູ້ຊົນຈັດຕັ້ງປະ ຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະ ມານ ປີ 2019 ໄດ້ຮັບຜົນສໍາເລັດຫຼາຍດ້ານເຮັດໃຫ້ນະຄອນຫຼວງວຽງຈັນສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ໂດຍພື້ນຖານ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ ຄຽງຄູ່ກັນນັ້ນ ກອງປະຊຸມຍັງໄດ້ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ບັນຫາຂໍ້ຄົງ ຄ້າງສິ່ງທ້າທາຍ ແລະ ອຸດຕັນ ໃນການຄຸ້ມຄອງບໍລິຫານລັດ ທາງດ້ານເສດຖະກິດ-ສັງຄົມ ພ້ອມທັງສະເໜີຫຼາຍມາດຕະ ການ ແລະ ວິທີແກ້ໄຂຕົວຈິງ ເພື່ອສູ້ຊົນຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປີ 2020 ຂອງນະຄອນຫຼວງໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້; ຮັບ ຮອງເອົາບົດລາຍງານຜົນການ ເຄື່ອນໄຫວວຽກງານ ປີ 2019 ແລະ ທິດທາງແຜນການ ປີ 2020 ຂອງອົງການກວດສອບປະຈໍາພາກກາງ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປີ 2018 ຂອງນະ ຄອນຫຼວງ. ກອງປະຊຸມສະແດງຄວາມຍ້ອງຍໍຊົມເຊີຍອົງການດັ່ງກ່າວທີ່ມີຄວາມພະຍາຍາມກວດສອບ ແລະ ສາມາດລາຍງານຜົນຂອງການກວດສອບຕໍ່ກອງປະຊຸມ, ກອງປະຊຸມສະ ເໜີຕໍ່ອົງການປົກຄອງ ໂດຍ ສະເພາະແມ່ນພະແນກການ ຈົ່ງໄດ້ເອົາໃຈໃສ່ຊີ້ນໍາ ແລະ ຊຸກຍູ້ແກ້ໄຂຜົນການກວດສອບຕາມມະຕິກອງປະຊຸມສະພາ ໃນຄັ້ງນີ້ໃຫ້ເປັນຮູບປະທໍາ ເພື່ອແນໃສ່ການສະກັດກັ້ນປະກົດການຫຍໍ້ທໍ້ ໃນການລະເມີດວິໄນແຜນການ-ວິໄນການເງິນ ແລະ ກົດໝາຍໃຫ້ຫຼຸດລົງ; ໄດ້ ຮັບຮອງເອົາບົດລາຍງານຜົນ ຂອງການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານປີ 2020 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນນະຄອນຫຼວງ. ກອງປະຊຸມສະເໜີໃຫ້ສອງອົງການສຸມໃສ່ສຶກສາອົບຮົມການເມືອງແນວຄິດ ປັບປຸງບູ ລະນະການຈັດຕັ້ງພາຍໃນອົງ ການໃຫ້ເຂັ້ມແຂງ ສູ້ຊົນປະຕິ ບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ເລິກເຊິ່ງ ຮອບດ້ານພາ ວະວິໄສ ຮັບປະກັນຄວາມຍຸຕິທຳໃນສັງຄົມ; ຮັບຮອງເອົາບົດ ລາຍງານຜົນການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ ປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປີ 2020 ຂອງສະພາປະຊາຊົນນະຄອນຫຼວງກອງປະຊຸມຕີລາ ຄາວ່າ ການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງສະພາປະຊາ ຊົນ ນັບມື້ນັບດີຂຶ້ນ ແລະ ມີຜົນ ສໍາເລັດຫຼາຍໆດ້ານ ໂດຍສະ ເພາະແມ່ນການປະຕິບັດ 3 ພາ ລະບົດບາດຄື: ດ້ານນິຕິກຳ, ດ້ານການຕົກລົງບັນຫາສຳຄັນຂອງນະຄອນຫຼວງ ແລະ ດ້ານການຕິດຕາມກວດກາ ເຮັດໃຫ້ບົດບາດຂອງສະພາປະຊາຊົນ ນັບມື້ນັບສູງ ແລະ ພົ້ນເດັ່ນຂຶ້ນ; ຮັບຮອງເອົາຜົນປະເມີນການປະຕິບັດໜ້າທີ່ຂອງບຸກຄະລາກອນດໍາລົງຕໍາແໜ່ງທີ່ສະພາປະຊາຊົນນະຄອນຫຼວງເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງ ຕັ້ງຈໍານວນ 38 ທ່ານ ຊຶ່ງເປັນຄັ້ງທຳອິດທີ່ມີການປະເມີນຜົນ ດັ່ງກ່າວ; ຮັບຮອງເອົາຂໍ້ຕົກລົງ ຂອງທ່ານເຈົ້າຄອງນະຄອນ ຫຼວງວຽງຈັນຈໍານວນ 4 ສະບັບ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການ ປະເມີນຫົວໜ່ວຍລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ; ຮ່າງ ຂໍ້ຕົກລົງ ວ່າດ້ວຍການພັດທະ ນານະຄອນຫຼວງວຽງຈັນໃຫ້ ເປັນຕົວເມືອງສີຂຽວ (ສ.ສີ ຂຽວ); ຮ່າງຂໍ້ຕົກລົງ ວ່າດ້ວຍ ໂຄງ ການສ້າງນະຄອນຫຼວງວຽງ ຈັນສະຫວ່າງ (ສ.ສະຫວ່າງ); ຮ່າງຂໍ້ຕົກລົງ ວ່າດ້ວຍການຄວບ ຄຸມສຽງເນື່ອງນັນຢູ່ນະຄອນ ຫຼວງວຽງຈັນ.
ໃນວາລະກອງປະຊຸມຄັ້ງ ນີ້ຍັງໄດ້ຮັບຮອງເອົາການສະ ເໜີແຕ່ງຕັ້ງສະມາຊິກອົງການປົກຄອງນະຄອນຫຼວງວຽງຈັນບາງຕໍາແໜ່ງຄື: ຮັບຮອງເອົາທ່ານ ສິລິລາດທົງສິນ ທອງເພັງ ເປັນຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ; ຮັບຮອງເອົາທ່ານ ສຸລິວັນ ພົມມະຫາໄຊ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ; ຮັບຮອງເອົາທ່ານ ນາງ ວັນມະນີ ພິມມະສານ ເປັນຫົວ ໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ.
(ຂ່າວ-ພາບ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com