Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບ-ຮັບການຄຸ້ມຄອງນາຍ ແລະ ພົນທະຫານນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໄດ້ຈັດຂຶ້ນເມື່ອວັນທີ 24 ມັງກອນທີ່ກະຊວງປ້ອງກັນປະເທດ. ໃນການລົງນາມຄັ້ງນີ້, ໄດ້ແບ່ງອອກເປັນສອງຊຸດຄື: ການເຊັນມອບໂອນ ນາຍ ແລະພົນ ທະຫານ ລະຫວ່າງກະຊວງຮສສ ແລະ ກະຊວງປ້ອງກັນປະ ເທດ, ຕາງໜ້າກະຊວງ ຮສສໂດຍທ່ານ ນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີກະຊວງ ຮສສ ແລະ ຕາງໜ້າກະຊວງປ້ອງກັນປະເທດ ໂດຍທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ເຊັນມອບໂອນນາຍ ແລະ ພົນຕໍາຫຼວດລະ ຫວ່າງກະຊວງ ຮສສ ແລະ ກະ ຊວງ ປກສ, ຕາງໜ້າກະຊວງ ຮສສ ໂດຍທ່ານ ນາງ ໃບຄໍາຂັດທິຍະ ຮອງລັດຖະມົນຕີກະ ຊວງ ຮສສ ແລະ ຕາງໜ້າກະ ຊວງ ປກສ ໂດຍທ່ານ ພົນຕີສົມຫວັງ ທໍາມະສິດ ຮອງລັດ ຖະມົນຕີກະຊວງ ປກສ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກ ຂີພິຍານຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງ ພັກ ລັດຖະມົນຕີກະຊວງປ້ອງ ກັນປະເທດ, ທ່ານ ຄໍາແພງໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ), ມີບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ; ຄະນະກົມ, ຄະ ນະພະແນກອ້ອມຂ້າງກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາປິ່ງແສງຕານນະລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ໄດ້ຜ່ານບົດສະຫຼຸບການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດບໍານານ ແລະ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບທີ່ກະຊວງ ຮສສ ຄຸ້ມຄອງ ແລະ ດູແລ; ຜ່ານມະ ຕິຕົກລົງຂອງຄະນະເລຂາທິ ການສູນກາງພັກ ສະບັບເລກທີ 189/ຄລສພ, ລົງວັນທີ 26 ທັນວາ 2018 ວ່າດ້ວຍການ ມອບໂອນນາຍ ແລະ ພົນທະ ຫານນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ ແລະ ເສຍອົງຄະຍ້ອນສູ້ ຮົບ ແລະ ຮັບໃຊ້ການສູ້ຮົບທີ່ ກະຊວງ ຮສສ ຄຸ້ມຄອງຜ່ານ ມານັ້ນແມ່ນມອບຄວາມຮັບຜິດ ຊອບ ໃນການຄຸ້ມຄອງດູແລນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບ ນະໂຍບາຍດັ່ງກ່າວທີ່ກະຊວງ ຮສສ ຄຸ້ມຄອງຜ່ານມາ ນັ້ນ, ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບສືບຕໍ່ຊີ້ນໍາໆພາຄຸ້ມຄອງດູແລຕາມແນວທາງນະໂຍບາຍຂອງພັກ ແລະ ລັດຕໍ່ໄປ; ຜ່ານຂໍ້ຕົກລົງວ່າດ້ວຍການມອບໂອນການຄຸ້ມຄອງນາຍ ແລະ ພົນທະຫານ ສະບັບເລກທີ 0202/ຮສສ, ລົງວັນທີ 22 ມັງກອນ 2020; ຜ່ານຂໍ້ຕົກລົງວ່າດ້ວຍການມອບໂອນ ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ ແລະ ເສຍອົງຄະຄືນໃຫ້ກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 0201/ຮສສ, ລົງວັນທີ 22 ມັງກອນ 2020.
ກະຊວງ ຮສສ ໄດ້ຮັບການມອບໂອນການຄຸ້ມຄອງນາຍ ແລະ ພົນທະຫານທີ່ຮັບນະໂຍບາຍບໍານານ ແລະ ເສຍອົງຄະ ຍ້ອນການສູ້ຮົບ ແລະຮັບໃຊ້ການສູ້ຮົບຈາກກະຊວງປ້ອງກັນປະເທດ ໃນປີ 1993 ແລະ ໄດ້ຮັບການມອບໂອນນາຍ ແລະ ພົນຕໍາຫຼວດທີ່ໄດ້ ຮັບນະໂຍບາຍອຸດໜູນບໍານານຈາກກະຊວງປ້ອງກັນຄວາມສະ ຫງົບ ໃນປີ 2010 ຊຶ່ງຜ່ານມາ ຄະນະພັກ ຄະນະນໍາກະຊວງຮສສ, ໄດ້ສົມທົບກັບອົງການຈັດຕັ້ງພັກ-ລັດກ່ຽວຂ້ອງ ນັບທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນມີຄວາມພະຍາຍາມສູງ ໃນການເບິ່ງແຍງດູແລ ແລະ ປະຕິບັດນະໂຍບາຍຕ່າງໆ ໃນເວລາທີ່ ພວກເພີ່ນເຈັບເປັນ ຫຼື ເສຍຊີ ວິດຕາມນະໂຍບາຍ ແລະ ຄວາມສາມາດຕົວຈິງຂອງພັກລັດ ແລະ ຂອງຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ.
(ຂ່າວ-ພາບ: ນ. ຍຸພິນທອງ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com