Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງເຊກອງໄດ້ຈັດກອງປະຊຸມທາບທາມຮ່າງບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ແລະ ທາບທາມບຸກຄະລາກອນຮອບທີ II ກ່ອນການດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຮາກຖານສານປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ສົມຈິດ ວໍລະວົງ ກຳມະການພັກແຂວງ ເລຂາໜ່ວຍພັກ ປະທານສານປະຊາຊົນແຂວງ; ມີຮອງເລຂາ-ຄະນະໜ່ວຍພັກ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມທ່ານ ສົມຈິດ ວໍລະວົງ ໄດ້ຜ່ານຮ່າງລາຍງານໂດຍຫຍໍ້ກ່ຽວກັບການກະກຽມເນື້ອໃນບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກສານປະຊາຊົນແຂວງ ຊຸດທີ III ໂດຍສະເພາະແມ່ນເນື້ອໃນທີ່ໄດ້ປັບປຸງຕາມການປະກອບຄຳເຫັນຂອງຜູ້ແທນໃນການທາບທາມຮອບທີ I ໃຫ້ມີຄວາມຮັດກຸມ, ຄົບຖ້ວນ, ຖືກຕ້ອງຕາມຄວາມເປັນຈິງ, ປັບປຸງບາງເນື້ອໃນຮ່າງລາຍງານການເມືອງທີ່ສຳຄັນ. ທັງນີ້, ກໍເພື່ອສ່ອງແສງເຖິງວິໃສທັດ, ຍຸດທະສາດ, ທິດທາງ ແລະ ຮັບໃຊ້ໜ້າທີ່ໃນການພັດທະນາເສດຖະກິດ-ສັງຄົມ ຊຶ່ງບົດລາຍງານດັ່ງກ່າວ ຈະໄດ້ຕີລາຄາຜົນສຳເລັດແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກຮາກຖານສານປະຊາຊົນແຂວງໃນໄລຍະ 5 ປີ (2016-2020) ແລະ ກຳນົດທິດທາງແຜນການນຳພາ-ຊີ້ນຳໃນ 5 ປີຕໍ່ໜ້າ. ຈາກນັ້ນ, ກໍໄດ້ມີການຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຄັ້ງທີ III ຕື່ມອີກ.
ໃນຕອນທ້າຍທ່ານ ເພັດສະຫວັນ ເຍືອນບຸນ ຮອງຫົວໜ້າຂະແໜງປ້ອງກັນພັກ-ພະນັກງານ ແລະ ກົດລະບຽບພັກ ຄະນະຈັດຕັ້ງແຂວງ ໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເຂົ້າໃນໂຄງປະກອບຄະນະໜ່ວຍພັກສານປະຊາຊົນແຂວງຄັ້ງທີ IV ເພື່ອຄັດເລືອກໃຫ້ໄດ້ບຸກຄະລາກອນທີ່ມີເງື່ອນໄຂ, ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ສາມາດນຳພາ-ຊີ້ນຳ ກໍຄືການພັດທະນາວຽກງານສານປະຊາຊົນໃຫ້ນັບມື້ດີຂຶ້ນເປັນກ້າວໆ ແລະ ກໍໄດ້ດຳເນີນການປ່ອນບັດທາບທາມບຸກຄະລາກອນຮອບທີ II ເພື່ອກຽມເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຮາກຖານສານປະຊາຊົນແຂວງທີ່ຈະເປີດຂຶ້ນໃນມໍ່ໆນີ້.
(ຂ່າວ: ແກ້ວໄຊຍະວົງ; ພາບ: ບູ້ສຸວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com