Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນອາທິດທີ່ຜ່ານມານີ້ ສະພາປະຊາຊົນແຂວງສາລະວັນໄດ້ສຳເລັດກອງປະຊຸມສະໃໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດທີ I ພາຍຫຼັງໄດ້ດຳເນີນມາເປັນເວລາ 3 ວັນ (ວັນທີ 22-24 ມັງກອນ) ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ຄຳເຫຼັກ ອິນດາວົງ ກຳມະການພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ສີສຸວັນ ວົງຈອມສີ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ, ມີບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 14, ສະມາຊິກສະພາປະຊາຊົນແຂວງ, ບັນດາທ່ານຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ ແລະ ອົງການຈັດຕັ້ງຕ່າງໆເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ກໍໄດ້ຮັບຟັງການລາຍງານຂອງທ່ານເຈົ້າແຂວງໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນປະຈຳປີ 2019 ແລະທິດທາງແຜນການປະຈຳປີ 2020 ຂອງແຂວງ ແລະໄດ້ຮັບຟັງການຊີ້ແຈ້ງຈາກພະແນກການ, ອົງການຈຳນວນໜຶ່ງຊຶ່ງກອງປະຊຸມກໍໄດ້ສຸມທຸກສະຕິປັນຍາຢ່າງລວມສູນ, ຄົ້ນຄວ້າຖີຖ້ວນດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມຈຳນວນ 9 ສະບັບຄື: ໄດ້ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ຂອງແຂວງ, ໄດ້ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2019 ແລະທິດທາງແຜນການປະຈຳປີ 2020 ຂອງແຂວງ, ໄດ້ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈຳປີ 2019 ແລະທິດທາງປີ 2020, ຜົນການກວດສອບສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງປະຈຳປີ 2018 ຂອງອົງການກວດສອບປະຈຳພາກໃຕ້ ແລະ ຜົນຂອງການແກ້ໄຂຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງປະຈຳປີ 2017 ຂອງພະແນກກວດກາລັດແຂວງ, ໄດ້ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2019 ແລະແຜນການເຄື່ອນໄຫວວຽກງານປະຈຳປີ 2020 ຂອງອົງການໄອຍະການປະຊາຊົນແຂວງ ແລະສານປະຊາຊົນແຂວງ, ໄດ້ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2020 ຂອງສະພາປະຊາຊົນແຂວງ, ໄດ້ຮັບຮອງເອົາບົດລາຍງານຕິດຕາມກວດກາຂອງຄະນະປະຈຳສະພາປະຊາຊົນແຂວງກ່ຽວກັບການຈັດຕັ້ງປະຕິບັດນິຕິກຳລຸ່ມກົດໝາຍທີ່ຮັບຮອງຈາກສະພາປະຊາຊົນແຂວງ ແລະໄດ້ຮັບຮອງເອົາການປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນດຳລົງຕຳແໜ່ງທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະ ໄດ້ຮັບຮອງເອົາການແຕ່ງຕັ້ງຈຳນວນ 29 ທ່ານ, ພ້ອມທັງໄດ້ຮັບຮອງເອົາການສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພະແນກການຕາມການສະເໜີຂອງເຈົ້າແຂວງຈຳນວນ 3 ທ່ານ, ນອກຈາກນັ້ນກໍຍັງໄດ້ຮັບຮອງເອົານິຕິກໍາ, ຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ 8 ຕົວເມືອງຂອງແຂວງສາລະວັນຕື່ມອີກ.
(ພາບ-ຂ່າວ: ສິດຕາ ເພັດວົງສາ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com