Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປີໃໝ່ ດານັງ ຕ້ອນຮັບແຂກທ່ອງທ່ຽວສາກົນ 1.250 ຄົນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ ເວ​ລາ: 28/01/2020 09:02:53 ຈຳ​ນວນ​​ຢ້ຽມ​ຊົມ 574 ຄັ້ງ

  ວິທະຍຸ​ກະຈາຍສຽງ​ຫວຽດ ນາມ​ລາຍ​ງານ​ວ່າ: ວັນ​ທີ 26 ມັງກອນ​ຜ່ານ​ມາ (ກົງກັບ​ມື້​ທີ 2 ຂອງບຸນປີໃໝ່​ປະ​ຈໍາ​ຊາດ 2020), ຢູ່​ທ່າ​ກຳປັ່ນ​ຕຽນ​ຊາ,  ພະ​ແນ​ກ​ທ່ອງ​ທ່ຽວ​ນະຄອນ​ ດາ​ນັງ ທາງ​ພາກ​ກາງ​ຫວຽດນາມ ສົມທົບ​ກັບ​ສາຂາ​ບໍລິສັດ Destination Asia - ດາ​ນັງ ໄດ້​ຈັດ​ພິທີ​ຕ້ອນ​ຮັບ​ກຳປັ່ນ Westerdam ບັນທຸກ​ນັກ​ທ່ອງ​ທ່ຽວ​ສາກົນ 1.250 ຄົນ. ມາ​ຢ້ຽມຢາມ​ນະຄອນ​ດາ​ນັງ.
ຂ່າວ​ລະບຸ​ວ່າ: ນີ້​ແມ່ນ​ກຳປັ່ນ​ທ່ອງ​ທ່ຽວ​ສາກົນ​ຖ້ຽວ​ທຳອິດ​ທີ່​ເຂົ້າ​ທຽບ​ທ່າ​ດາ​ນັງ ໃນ​ໂອກາດ​ລະດູບານໃໝ່ ປີ 2020. ທ່ານ ຫ​ງວຽນ​ຊັ​ວນ​ບິນ ຮອງ​ຫົວໜ້າ​ພະ​ແນ​ກ​ທ່ອງ​ທ່ຽວ​ດາ​ນັງ ໃຫ້​ຮູ້​ວ່າ: ພິທີ​ຕ້ອນຮັບ​ບັນດາ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາດາ​ນັງ ໃນ​ໂອກາດ​ຕົ້ນ​ປີ​ໃໝ່​ປະ​ຈໍາ​ຊາດ​ຫວຽ​ດ​ນາມ ເພື່ອ​ແນໃສ່​ສ້າງ​ຄວາມ​ປະທັບ​ໃຈ​ອັນ​ດີງາມ, ໂຄສະນາ​ພາບ​ພົດ​ນະຄອນ​ດາ​ນັງ ທີ່​ຮັກແພງ​ແຂກ​ຄົນ. ໃນ​ປີ 2020, ຂະແໜງ​ທ່ອງ​ທ່ຽວ​ນະຄອນ​ດາ​ນັງ ຈະ​ເພີ່ມ​ທະວີ​ວຽກ​ງານ​ສົ່ງເສີມ, ໂຄສະນາ, ສົມທົບ​ກັບ​ບັນດາ​ບໍລິສັດ​ກຳປັ່ນ ແລະ ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ເພື່ອ​ໂຄສະນາ​ຈຸດ​ນັດ​ພົບ​ແມ່ນ​ນະຄອນ​ດາ​ນັງ, ປະກອບສ່ວນ​ຊຸກຍູ້​ຂະແໜງ​ທ່ອງ​ທ່ຽວ​ນະຄອນ​ດາ​ນັງ​ໃຫ້​ພັດ​ທະ​ນາ. ປີ 2020, ດາ​ນັງ ໄດ້​ວາງ​ຄາດໝາຍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ໃຫ້​ບັນລຸ 9,8 ລ້ານ​ເທື່ອ​ຄົນ ແລະ ນຳ​ຂະແໜງ​ທ່ອງ​ທ່ຽວ​ກາຍເປັນ​ຂະແໜງ​ປາຍ​ແຫຼມ​ຂອງ​ທ້ອງ​ຖິ່ນ.
  ຂະນະ​ດຽວ​ກັນ​ນັ້ນ, ໃນ​ມື້​ທໍາ​ອິດ​ປີ​ໃໝ່​ປະ​ຈໍາ​ຊາດ​ຫວຽດນາມ 2020, ຢູ່​ທ່າ​ກໍາ​ປັ່ນ​ຮັບແຂກ​ສາກົນ ຕ່ວນ​ເຈົາ ນະຄອນ​ຮາ​ລອງ ແຂວງ​ກວ້າງ​ນິງ, ມີ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຝຣັ່ງ, ຍີ່ປຸ່ນ ແລະ ໄຕ້​ຫວັນ (ຈີນ) ຈຳນວນ 60 ຄົນ ໄດ້​ມາ​ທ່ອງ​ທ່ຽວ​ແຂວງ​ກວາງ​ນິງ ໃນ​ໂອກາດ​ປີ​ໃໝ່ 2020, ລວມ​ແລ້ວ​ມີ​ນັກ​ທ່ອງ​ທ່ຽວ 10.000 ຄົນ​ແວ່​ທ່າ​ກໍາ​ປັ່ນ​ດັ່ງ​ກ່າວ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com