Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນເກີດຂອງທ່ານ ໂຮເຊມາກຕີ 28/1/1853-28/1/2020)
ຮຽບຮຽງ: ລຸ້ງດາວ ບຸນມີ
ທ່ານ ໂຮເຊມາກຕີ ເກີດເມື່ອວັນທີ 28 ມັງກອນ ປີ 1853 ໃນຄອບຄົວສາມັນຊົນ ຢູ່ນະຄອນຫຼວງລາຮາວານ ປະເທດກູບາ. ໃນໄລຍະທີ່ປະຊາຊົນກູບາ ຜູ້ຮັກຫອມສັນຕິພາບ, ຜູ້ຮັກຊາດລຸກຂຶ້ນດຳເນີນສົງຄາມປົດປ່ອຍ 3 ໄລຍະຄື: ສົງຄາມ 10 ປີ (1869-1878), ສົງຄາມນ້ອຍ (1878-1880) ແລະ ສົງຄາມຍາດຊີງເອກະລາດ (1895-1898) ແນໃສ່ໂຄ່ນລົ້ມແອກປົກຄອງອັນປ່າເຖື່ອນທີ່ແກ່ຍາວມາເປັນເວລາ 4 ສະຕະວັດ ຂອງລັດທິລ່າເມືອງຂຶ້ນ. ທ່ານ ໂຮເຊມາກຕີ ກໍໄດ້ເຄື່ອນໄຫວຕໍ່ສູ້ ໂດຍເອົາປາຍປາກກາ ເປັນອາວຸດໂຈມຕີພວກລ່າເມືອງຂຶ້ນ ແລະ ລູກແຫຼ້ງຕີນມືຂອງພວກເຂົາ.
ສະໄໝທີ່ທ່ານ ຍັງເປັນ ນັກຮຽນ, ທ່ານໄດ້ແຕ່ງກາບ ກອນສັນລະເສີນໄຊຊະນະອັນອົງອາດຂອງບັນດານັກຮົບໃນສົງຄາມ 10 ປີ ທີ່ໄດ້ເອກະລາດ ຄັ້ງທຳອິດ. ຍ້ອນການເຄື່ອນ ໄຫວດັ່ງກ່າວ, ທ່ານໄດ້ຖືກອຳ ນາດການປົກຄອງຂອງພວກລ່າເມືອງຂຶ້ນຈັບເຂົ້າຄຸກເປັນເວລາ 6 ປີ. ຫຼັງຈາກນັ້ນ, ທ່ານ ໂຮເຊມາກຕີ ຖືກເນລະເທດໄປຢູ່ປະເທດແອັສ ປາຍ ເປັນເວລາ 4 ປີ. ຢູ່ແອັດສະປາຍ ທ່ານ ໂຮເຊມາກຕີໄດ້ຄົ້ນຄວ້າຮໍ່າຮຽນ ແລະ ເສັງຈົບກົດໝາຍ, ຈົບປັດຊະຍາ ແລະ ພາສາສາດ. ທ້າຍປີ 1874 ທ່ານ ໄດ້ອອກຈາກແອັດສະປາຍຊອກທາງໜີໄປປະເທດແມັກຊີໂກ, ຈາກນັ້ນໄປປະເທດກົວເຕມາລາ, ຮົງດູຣັດ. ທ່ານ ໂຮເຊມາກຕີ ໄດ້ປະກອບສ່ວນເຂົ້າໃນການ ເຄື່ອນໄຫວສຶກສາວັດທະນະທຳທີ່ກ້າວໜ້າ ຢູ່ປະເທດດັ່ງກ່າວ. ປີ 1878 ທ່ານໄດ້ປະ ກອບສ່ວນແບບປິດລັບເຂົ້າໃນສົງຄາມນ້ອຍ, ຍ້ອນແນວນັ້ນ ປີ 1879 ທ່ານ ໄດ້ຖືກຈັບ ແລະ ຖືກເນລະເທດໄປຢູ່ ປະເທດແອັດສະປາຍອີກເທື່ອໜຶ່ງ. ພຽງສາມເດືອນຫຼັງຈາກນັ້ນ, ທ່ານ ໂຮເຊມາກຕີ ກໍລີ້ໄພຢູ່ປາຣີ ປະເທດຝຣັ່ງ. ຈາກປາຣີ ໄປນິວຢອກ ປະເທດອາເມຣິກາ. ຈາກນັ້ນ ທ່ານ ດຳລົງຊີວິດແບບພະເນຈອນ ແລະ ເຄື່ອນໄຫວໃນຂົງເຂດ ອາເມຣິກາ ຕະຫຼອດ 15 ປີ (1880-1895).
ເດືອນ 4 ປີ 1892, ຢູ່ອາເມຣິກາ, ທ່ານ ໂຮເຊມາກຕີ ໄດ້ສ້າງຕັ້ງພັກກອມມູນິດກູບາ, ເຕົ້າໂຮມບັນດາກຳລັງຮັກຊາດ ແລະ ກ້າວໜ້າ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມອົງການເອກະພາບ ອັນໜຶ່ງອັນດຽວ, ແນໃສ່ປຸກລະດົມການລຸກຮື້ຂຶ້ນ ດ້ວຍກຳລັງປະກອບອາວຸດ ເພື່ອປົດປ່ອຍປະເທດຊາດ. ວັນທີ 27 ກຸມພາ ປີ 1895 ສົງຄາມກູ້ເອົາເອກະລາດ ຄັ້ງທີ II ຂອງປະຊາຊົນກູບາ ໄດ້ເກີດຂຶ້ນໜຶ່ງເດືອນກ່ວາ ຫຼັງຈາກ ທ່ານ ໂຮເຊມາກຕີ ພ້ອມກັບ ທ່ານ ມາກຊີໂກມັດ ໄດ້ເຊັນບົດຖະແຫຼງການ, ມົງເຕຮີສຕີ, ຮຽກຮ້ອງໃຫ້ປະຊາຊົນກູບາ ລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ມາໃຫ້ປະເທດຊາດ. ແປວໄຟແຫ່ງສົງຄາມປົດປ່ອຍຊາດ ພາຍໃຕ້ການນຳພາຂອງ ທ່ານ ໂຮເຊມາກຕີ ຂຶ້ນສູ່ລະດັບສູງ. ວັນທີ 19 ພຶດສະພາ ປີ 1895 ທ່ານ ໄດ້ເສຍຊີວິດ ຢ່າງພິລາອາດຫານ ໃນບັ້ນຮົບຕໍ່ສູ້ກັບທະຫານແອັສປາຍ ຢູ່ ກົດຮີອົດ.
ການຈາກໄປຂອງທ່ານ ໂຮເຊມາກຕີ ໄດ້ສ້າງຄວາມເສົ້າສະຫຼົດໃຈ ແລະ ອາໄລຮັກ ຢູ່ໃນຖັນແຖວບັນດານັກຮົບ ກໍຄືໃນທົ່ວປວງຊົນກູບາ. ຜົນ ງານ ແລະ ຊື່ສຽງຂອງທ່ານ ໂຮເຊມາກຕີ ໄດ້ເປັນແວ່ນແຍງທີ່ເສຍສະຫຼະເພື່ອຊາດ ແລະ ການປະຕິວັດອັນຮຸ່ງແຈ້ງ, ໄດ້ກາຍເປັນກຳລັງດັນສືບຕໍ່ ຕໍ່ສູ້ ແລະ ໄດ້ຮັບໄຊຊະນະ. ປະຊາຊົນກູບາບັນດາເຜົ່າທຸກຮຸ່ນ ຈຶ່ງໄດ້ເອີ້ນ ທ່ານ ໂຮເຊມາກຕີ ວ່າ: ເປັນເທວະດາຜູ້ສ້າງພື້ນຖານສູ່ຄວາມເປັນເອກະ ລາດຂອງກູບາ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com