Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນອາທິດຜ່ານມາ ກະ ຊວງວິທະຍາສາດ ແລະ ເຕັກໂນ ໂລຊີ (ກວຕ) ໄດ້ຈັດຕັ້ງເຊື່ອມ ຊຶມມະຕິຄົບຄະນະ ຄັ້ງທີ 9 ສະ ໄໝທີ X ຂອງຄະນະບໍລິຫານງານສູນກາງພັກຂຶ້ນ ໂດຍການເຜີຍແຜ່ຂອງສະຫາຍ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ (ກວຕ) ໃນວາລະດັ່ງກ່າວ ສະຫາຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄົບຄະນະຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກສະ ໄໝທີ X ໄດ້ດຳເນີນຢ່າງເປັນ ທາງການແຕ່ວັນທີ 14-23 ຕຸລາ 2019 ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຊຶ່ງກອງປະຊຸມໄດ້ຮັບຟັງການລາຍງານ, ການຄົ້ນຄວ້າພິຈາລະນາ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ບັນຫາສຳຄັນຈຳນວນໜຶ່ງ ໃນຂົງເຂດເສດຖະກິດ-ສັງຄົມ,ຂົງເຂດຄວາມໝັ້ນຄົງ,ວຽກງານແນວໂຮມ ແລະ ມະຫາຊົນຂອງພັກ, ການກະກຽມ ແລະ ດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ການກະກຽມເນື້ອໃນກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ນອກນັ້ນ ຄະນະບໍລິຫານງານ ສູນກາງພັກ ຍັງໄດ້ດຳເນີນຊີວິດການເມືອງ, ສຳຫຼວດລວມໝູ່ ແລະ ຂອງສະຫາຍກຳມະການສູນກາງພັກປະຈຳປີ 2019, ຄະນະບໍລິຫານງານສູນກາງພັກ ມີຄວາມເປັນເອກກະພາບກັນວ່າ ປີ 2020 ເປັນປີທີ່ມີຄວາມໝາຍສຳຄັນສຳລັບປະເທດພວກເຮົາ ຊຶ່ງເປັນປີສຸດທ້າຍໃນການ ຈັດຕັ້ງປະຕິບັດຄາດໝາຍສູ້ຊົນຕ່າງໆໃນສະໄໝທີ X ກໍຄືການປົກປັກຮັກສາ ແລະສ້າງ ສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້, ຮຽກຮ້ອງມາຍັງຄະນະພັກ, ອົງ ການປົກຄອງແຕ່ລະຂັ້ນ, ສະ ມາຊິກພັກ, ພະນັກງານ ແລະປະຊາຊົນລາວບັນດາເຜົ່າຈົ່ງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພ້ອມກັນເຊີດຊູ ນຳ້ໃຈຮັກຊາດ ແລະ ເປັນເຈົ້າການຕັດສິນໃຈພ້ອມກັນບຸກບືນໃນການຍູ້ຂະບວນການສ້າງສາພັດທະນາ, ແກ້ໄຂຄວາມຫຍຸ້ງ ຍາກ, ອຸປະສັກ ແລະ ສິ່ງທ້າທາຍຕ່າງໆ, ສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ ແລະ ເລິກເຊິ່ງ ເພື່ອສ້າງຜົນງານກ້າວເຂົ້າສູ່ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຢ່າງໜັກແໜ້ນ, ຂ່າວແຈ້ງຕື່ມອີກວ່າ: ໃນວັນດຽວກັນ ກວຕ ກໍໄດ້ປະກາດການຈັດຕັ້ງພາຍໃນກະຊວງຂອງຕົນເຊັ່ນ: ຕຳແໜ່ງບໍລິຫານປະເພດ 4 ແລະ ປະເພດ 5 ຂັ້ນຫົວໜ້າພະແນກ, ຫົວໜ້າສູນ ແລະ ຮອງຫົວໜ້າພະແນກ, ຮອງຫົວ ໜ້າສູນຂອງຫ້ອງການ, ກົມ ແລະ ສະຖາບັນຕ່າງໆ
(ຂ່າວ-ພາບ:ພູວຽງຄຳ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com