Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງການຕ່າງປະເທດໄດ້ຈັດຕັ້ງພິທີປາຖະກະຖາເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ແລະ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີຂຶ້ນໃນວັນທີ 22 ກໍລະກົດ 2021 ທີ່ກະຊວງການຕ່າງປະເທດ ໂດຍໃຫ້ກຽດປາຖະກາຖາຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນກະຊວງການຕ່າງປະເທດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍສະມາຊິກພັກເອົາໃຈໃສ່ດ້ານວຽກງານການເມືອງ-ແນວຄິດ ໂດຍສະເພາະຢູ່ໃນສະພາບຂອງການລະບາດຂອງພະຍາດໂຄວິດ-19 ເພື່ອໃຫ້ສະມາຊິກພັກມີຄວາມໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງຂອງພັກ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງດ້ວຍຫຼາຍຮູບຫຼາຍສີ ແລະ ຫຼາຍວິທີການເພື່ອບຸກທະລຸດ້ານຈິນຕະນາການ, ພ້ອມທັງເອົາໃຈໃສ່ສືບຕໍ່ປັບປຸງການຈັດຕັ້ງພັກ-ລັດໃຫ້ມີຄວາມເຂັ້ມແຂງ, ກໍ່ສ້າງສະມາຊິກພັກຢ່າງມີປະສິດທິພາບ ແລະ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອແນໃສ່ເພີ່ມທະວີບົດບາດ, ຄວາມສາມາດນຳພາຢ່າງຮອບດ້ານຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ເປັນເຈົ້າການໃນການປະຕິບັດກົດລະບຽບຂອງພັກ ໂດຍສະເພາະແມ່ນໄດ້ເນັ້ນຢໍ້າເຖິງຄວາມເປັນເຈົ້າການຂອງບັນດາສະຫາຍຄະນະພັກກະຊວງ, ສະຫາຍຄະນະໜ່ວຍພັກ, ສະມາຊິກພັກໃນການຄົ້ນຄວ້າຢ່າງເລິກເຊິ່ງເນື້ອໃນຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອມາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງກະຊວງ ແລະ ກຳໄດ້ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ເປັນເອກະພາບກັນໃນທົ່ວພັກ.
ສຳລັບການສະເຫຼີມສະຫຼອງຄົບຮອບ 100 ປີ ຂອງພັກກອມມູນິດຈີນ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງພັກກອມມູນິດຈີນ ຊຶ່ງຕະຫຼອດໄລຍະເວລາໜຶ່ງສະຕະວັດທີ່ຜ່ານມາ ພັກກອມມູນິດຈີນໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມຮັບຜິດຊອບການເມືອງຕໍ່ພາລະກຳປະຫັວດສາດຂອງຊາດ, ເດັດດ່ຽວໜຽວ ແໜ້ນໃນການນຳພາການປະຕິວັດຊາດ ປະຊາທິປະຕິໄຕ ແລະ ຢຶດໝັ້ນອຸດົມການສັງຄົມນິຍົມ ຊຶ່ງໄດ້ນຳພາເຮັດສຳເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຢ່າງສະຫງ່າຜ່າເຜີຍ ໃນປີ 1949 ອັນເປັນການໄຂສັງກາດໃໝ່ ແຫ່ງການສ້າງສາພັດທະນາປະເທດຊາດ. ພັກກອມມູນິດຈີນ ໄດ້ສືບຕໍ່ນຳພາປະເທດຊາດກ້າວຂຶ້ນຢ່າງແຂງແຮງ ດ້ວຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງກ້າຫານ, ສ້າງການຫັນປ່ຽນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຢ່າງມະຫັດສະຈັນ ແລະ ກ້າວກະໂດດ ຂອງ ສາທາລະນະລັດ ປະຊາຊົນຈີນ ເຮັດໃຫ້ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ ອັນໄດ້ສ້າງຖ່ວງທ່າໃໝ່ ແລະ ເປັນພື້ນຖານໜັກແໜ້ນ ເຂັ້ມແຂງ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ
19/05/2020 10:11:43
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
23/09/2020 09:29:31
20/12/2020 20:38:27
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com