Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ແນວລາວສ້າງຊາດເມືອງ ໜອງບົກແຂວງຄຳມ່ວນໄດ້ ໄດ້ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ຄັ້ງທີ 6 ຫວ່າງແລ້ວນີ້ ທີ່ສະໂມສອນໃຫຍ່ເມືອງດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມມີທ່ານ ຈັນ ບຸບຜາລີວັນ ກໍາມະການພັກແຂວງ ປະທານແນວລາວສ້າງ ຊາດແຂວງ, ພະນັກງານອາວຸໂສບໍານານ, ຫົວໜ້າ, ຮອງຫົວ ໜ້າຫ້ອງການຕ່າງໆອ້ອມຂ້າງເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້, ທ່ານ ການິນ ອິນທະລາ ປະ ທານແນວລາວສ້າງຊາດເມືອງ ໜອງບົກ ໄດ້ຜ່ານບົດລາຍງານ ການເມືອງ ຜົນການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ 5 ຜູ້ແທນແນວລາວສ້າງຊາດ ເມືອງໜອງບົກ ເປັນຕົ້ນແມ່ນ ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ໃນໄລຍະ 5 ປີ ຜ່ານ ມາ ໄດ້ປະກອບສ່ວນສຳຄັນເຂົ້າ ໃນການສ້າງພື້ນຖານ ແລະ ທ່ວງທ່າໃໝ່ໃຫ້ແກ່ການສືບຕໍ່ ເຕົ້າໂຮມຄວາມສາມັກຄີປະຊາ ຊົນບັນດາເຜົ່າໃຫ້ເປັນປຶກແຜ່ນ ແໜ້ນໜາກໍຄືການຂະຫຍາຍ ຕົວທາງດ້ານເສດຖະກິດ-ສັງ ຄົມ ພາຍໃນເມືອງຂອງພວກເຮົາໄປຕາມທິດ ແລະ ຈຸດໝາຍທີ່ວາງໄວ້. ກອງປະຊຸມຍັງໄດ້ຮັບ ຟັງການປະກອບຄໍາຄິດຄໍາເຫັນຈາກຕາງໜ້າປະທານແນວລາວສ້າງຊາດເມືອງອ້ອມຂ້າງ ພ້ອມກັນນັ້ນກໍໄດ້ຜ່ານບົດສໍາຫຼວດກ່າວລາໜ້າທີ່ຂອງຄະນະກໍາມະການແນວລາວສ້າງຊາດເມືອງຊຸດເກົ່າ ພ້ອມທັງເປັນເອກະສັນຮັບຮອງເອົາໜ້າ ທີ່ວຽກງານຈຸດສຸມຕົ້ນຕໍແຕ່ປີ 2020- 2024 ໂດຍຈະເພີ່ມທະ ວີວຽກງານເຕົ້າໂຮມຄວາມສາ ມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ -ໄວທົ່ວປວງຊົນພາຍ ໃນເມືອງ ໃຫ້ໜັກແໜ້ນ. ຕັ້ງໜ້າໂຄສະ ນາ, ປຸກລະດົມທົ່ວປວງຊົນປະ ກອບສ່ວນເຂົ້າຮ່ວມຈັດຕັ້ງປະ ຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ ຕິດພັນກັບຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກ ຄີປອງດອງຂອງແນວລາວສ້າງຊາດໃຫ້ເປັນຂະບວນຟົດຟື້ນ. ເອົາໃຈໃສ່ປັບປຸງແບບແຜນວິ ທີເຮັດວຽກຂອງຄະນະກໍາມະ ການແນວລາວສ້າງຊາດເມືອງ ໃຫ້ມີປະສິດທິຜົນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດເມືອງ ໜອງບົກ ຄັ້ງທີ VI ນີ້ ໄດ້ເປັນເອກະ ສັນກັນຢ່າງສົມບູນຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກໍາມະການແນວລາວສ້າງຊາດຊຸດ ໃໝ່ ຈໍານວນ 69 ສະຫາຍ, ຍິງ 5 ສະຫາຍ, ພະສົງ 1 ອົງ, ໃນນັ້ນແຕ່ງຕັ້ງຄະນະປະຈໍາ 5 ທ່ານ, ຍິງ 1 ທ່ານ. ແຕ່ງຕັ້ງປະທານ, ຮອງປະທານແນວລາວສ້າງຊາດເມືອງ 3 ທ່ານ. ໃນນີ້, ທ່ານ ເດດອຸດົມ ລັດຖະຈັກ ເປັນ ປະທານ, ສະຫາຍ ສອນໄຊ ເພັດຊະຣາດ ແລະ ສະຫາຍ ສີພັນດອນ ສານຸວົງ ເປັນຮອງປະທານແນວລາວສ້າງຊາດເມືອງໜອງບົກ.
ຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມຂອງທ່ານ ປະທານແນວລາວສ້າງຊາດແຂວງ ຊຶ່ງທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະກໍາມະການແນວລາວສ້າງ ຊາດເມືອງຊຸດເກົ່າ ຕໍ່ກັບຜົນງານທີ່ຍາດມາໄດ້ ຕະຫຼອດໄລຍະ 5 ປີຜ່ານ ມາ ພ້ອມນັ້ນກໍຍັງຮຽກຮ້ອງມາຍັງ ຜູ້ເຂົ້າຮ່ວມກອງປະຊຸມໃຫ້ພ້ອມກັນເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ພາຍໃນບ້ານຂອງຕົນໃຫ້ມີຄວາມສາມັກຄີປອງດອງກັນ ເປັນປຶກແຜ່ນແໜ້ນໜາ ຄຽງຄູ່ໄປກັບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ.
(ຂ່າວ-ພາບ: ມະນີວອນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com