Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ
ວິກິດສະພາບອາກາດທີ່ຮຸນແຮງຂຶ້ນ ໄດ້ສ້າງຄວາມເສຍຫາຍໃຫ້ກັບສະພາບທໍາມະຊາດທີ່ເປັນອັນຕະລາຍຕໍ່ລວມຍອດຜະລິດຕະພັນພາຍໃນ (GDP) ຂອງໂລກຫຼາຍກວ່າເຄິ່ງໜຶ່ງ.
ເວັບໄຊຊີເອັນບີຊີ ໄດ້ລາຍງານວ່າ: ໃນວາລະກອງປະຊຸມປະຈຳປີຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ນະຄອນດາໂວສ ປະເທດສະວິດໃນທ້າຍເດືອນມັງກອນນີ້. ຕາມບົດລາຍງານ WEF ວ່າດ້ວຍຫົວຂໍ້; “ເສດຖະກິດທຳມະຊາດໃໝ່” ພົບວ່າ: ໃນປີ 2019 ເປັນປີທີ່ມະຫາສະໝຸດໂລກຮ້ອນທີ່ສຸດເປັນປະຫວັດສາດ, ອຸນຫະພູມສະເລ່ຍຂອງໂລກສູງສຸດເປັນປີທີ 2 ແລະ ເກີດໄຟປ່າຫຼາຍພື້ນທີ່ນັບຕັ້ງແຕ່ ອາເມຣິກາ ໄປຈົນເຖິງປ່າອາເມຊອນ ແລະ ອົສຕຣາລີ ສ້າງຄວາມເສຍຫາຍໃຫ້ກັບເສດຖະກິດ ໂລກຫຼາຍກວ່າເຄິ່ງໜຶ່ງ. ເນື່ອງຈາກຜົນຜະລິດເຫຼົ່ານີ້ ຄິດເປັນມູນຄ່າທາງເສດຖະກິດບັນລຸ 44 ລ້ານໆໂດລາ ຕ້ອງອາໄສທຳມະຊາດໃນລະດັບປານກາງ ຫຼື ລະດັບສູງກວ່າ ຈຶ່ງເກີດຄວາມສ່ຽງຖ້າຫາກທຳມະຊາດເສຍຫາຍ.
ບົດລາຍງານລະບຸວ່າ: ການກໍ່ສ້າງຄິດເປັນມູນຄ່າ 4 ລ້ານໆໂດລາ, ການກະເສດ 2,5 ລ້ານໆໂດລາ ແລະ ອາຫານເຄື່ອງດື່ມ 1,4 ລ້ານໆໂດລາ ຊຶ່ງເປັນ 3 ອຸດສາຫະກຳໃຫຍ່ທີ່ອາໄສທຳມະຊາດຫຼາຍທີ່ສຸດ ເມື່ອໂຮມເຂົ້າກັນມູນຄ່າຂອງທຸລະກິດເຫຼົ່ານີ້ໃຫຍ່ກວ່າເສດຖະກິດເຢຍລະມັນ ປະມານ 2 ເທົ່າ. ທັງ 3 ອຸດສາຫະກຳ ເຖິງວ່າບໍ່ໄດ້ອາໄສທຳມະຊາດທາງກົງເຊັ່ນ: ໃຊ້ຊັບພະຍາກອນຈາກປ່າ ແລະ ມະຫາສະໝຸດ ແຕ່ກໍອາໄສທາງອ້ອມຄື: ລະບົບນິເວດຂອງອຸດສາຫະກໍາຕ້ອງໃຊ້ດິນດີ, ນໍ້າສະອາດ, ການຖ່າຍລະອອງເກສອນ ແລະ ສະພາບອາກາດທີ່ແນ່ນອນ. ດັ່ງນັ້ນ, ຖ້າທຳມະຊາດເສຍຫາຍ ຄວາມສາມາດຂອງອຸດ ສາຫະກຳເຫຼົ່ານີ້ ຈະຕ້ອງປ່ຽນແປງ.
ບົດລາຍງານໄດ້ແຍກໃຫ້ເຫັນຢ່າງຊັດເຈນວ່າ: ອຸດສາຫະກໍາທີ່ອາໄສທຳມະຊາດສູງ ສ້າງລາຍໄດ້ກວມ 15% ຂອງ GDP ໂລກ, ຄິດເປັນມູນຄ່າບັນລຸ 13 ລ້ານໆໂດລາ. ສ່ວນອຸດສາຫະກຳທີ່ອາໄສທຳມະຊາດປານກາງ ສ້າງລາຍໄດ້ປະມານ 37% ຂອງ GDP ໂລກ, ຄິດເປັນມູນຄ່າບັນລຸ 31 ລ້ານໆໂດລາ.
ທ່ານ ໂຄມິນິກ ວາເກຣ ກຳມະການຜູ້ຈັດການ WEF ກ່າວວ່າ: ພວກເຮົາຈຳເປັນຕ້ອງກຳນົດຄວາມສຳພັນ ລະຫວ່າງ ມະນຸດກັບທຳມະຊາດຄືນໃໝ່, ຈະຕ້ອງບໍ່ເບິ່ງໄປໃນທາງທີ່ວ່າ ທໍາມະຊາດເສຍຫາຍ ແມ່ນເກີດຈາກກິດຈະກຳທາງເສດຖະກິດຈະບໍ່ແມ່ນເລື່ອງພາຍນອກອີກຕໍ່ໄປ. ບົດລາຍງານສະບັບນີ້ ໄດ້ຊີ້ໃຫ້ເຫັນວ່າ: ທໍາມະຊາດເສຍຫາຍ ໄດ້ສົ່ງຜົນກະທົບຕໍ່ທຸລະກິດທຸກພາກສ່ວນ ແລະ ຍັງເປັນຄວາມສ່ຽງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດໃນອະນາຄົດຂອງພວກເຮົາອີກດ້ວຍ.
ອົງການສະຫະປະຊາ ຊາດ (ສປຊ) ຍອມຮັບວ່າ: ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນບັນຫາສຳຄັນໃນຍຸກສະໄໝນີ້, ເມື່ອບໍ່ດົນມານີ້ ສປຊ ໄດ້ເອີ້ນວິກິດສະພາບອາກາດວ່າ; “ຄວາມທ້າທາຍໃຫຍ່ທີ່ສຸດຕໍ່ການພັດທະນາແບບຍືນຍົງ”. ບົດລາຍງານສະບັບກ່ອນຂອງ WEF ໄດ້ເປີດເຜີຍວ່າ: ການປ່ຽນແປງຂອງສະພາບດິນຟ້າອາກາດ ຈະສົ່ງຜົນກະທົບຕໍ່ຊຸມຊົນ, ສັງຄົມ, ບໍລິສັດເອກະຊົນ ຕະຫຼອດຈົນຮອດໜ່ວຍງານລັດຖະບານ, ເປັນການສ້າງບັນຫາໃຫ້ແກ່ບໍລິສັດຂະໜາດໃຫຍ່ທີ່ສຸດຂອງໂລກຈໍານວນຫຼາຍກວ່າ 200 ແຫ່ງ ຊຶ່ງຕ້ອງລົງທຶນເປັນເງິນ 1 ລ້ານໆໂດລາ ໃນໄລຍະ 5 ປີຂ້າງໜ້າ. ຖ້າຫາກບໍ່ມີການດຳເນີນການຢ່າງໃດໜຶ່ງ ເພື່ອແກ້ບັນຫາໂລກຮ້ອນຢ່າງເຫັນຜົນ. ນອກຈາກນີ້, WEF ຍັງລະບຸວ່າ: ສໍາລັບປະເທດທີ່ກຳລັງພັດທະນາ, ໃນແຕ່ລະປີຕ້ອງໃຊ້ງົບປະມານ 300.000 ລ້ານໂດລາ ເພື່ອຮັບມືກັບຜົນກະທົບທີ່ເກີດຈາກສະພາບອາກາດປ່ຽນແປງ. ພາຍໃນທ້າຍສະຕະວັດນີ້, ບັນຫາສະພາບອາກາດທີ່ປ່ຽນແປງ ຈະສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງອາເມຣິກາ ປະມານ 10% ແລະ ສະຫະພາບເອີຣົບ ຕັ້ງເປົ້າໝາຍຫຼຸດກາກບອນໄດອອກໄຊ ໃຫ້ເຫຼືອ 0% ພາຍໃນປີ 2050 ຈຳເປັນຕ້ອງໃຊ້ງົບປະມານ 1 ລ້ານໆໂດລາ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com