Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ສະມາຊິກ ຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງຊາວໜຸ່ມ ປະຕິ ວັດລາວ (ສຊປລ) ຄັ້ງທີ V ໄດ້ຈັດຂຶ້ນເມື່ອວັນທີ 28 ມັງກອນນີ້ ທີ່ ສຊປລ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳ ຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສະ ຫຼຸບຕີລາຄາສະພາບການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສຊປລ ຄັ້ງທີ IV ສົກປີ 2014-2019 ແລະ ວາງທິດທາງແຜນການ ໄລຍະປີ 2020-2024 ສະໜີໂດຍ ສະຫາຍ ສຸລິຍາ ແກ້ວພິ ລາວົງ ເລຂາຄະນະບໍລິຫານ ງານຊາວໜຸ່ມ ສຳນັກສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດ ລາວ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນ ໄລຍະຜ່ານມາໄດ້ຕັ້ງໜ້າສຶກ ສາອົບຮົມ
ການເມືອງ, ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ ຜ່ານການສຶກສາອົບຮົມເຮັດໃຫ້ສະມາ ຊິກຊາວໜຸ່ມພາຍໃນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ, ມີຄວາມເດັດດ່ຽວໜຽວແໜ້ນ ພ້ອມກັນປະກອບສ່ວນເຂົ້າໃນການຈັດ ຕັ້ງປະຕິບັດບົດບາດ, ໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບ ຜິດຊອບ ແລະ ມີຜົນສຳ ເລັດເປັນກ້າວໆ, ປັດຈຸບັນມີສະມາຊິກຊາວໜຸ່ມທັງໝົດ 225 ສະຫາຍ ຍິງ 84 ສະຫາຍ, ສຳ ລັບທິດທາງແຜນການຈະສືບຕໍ່ປັບປຸງແບບແຜນ, ວິທີການ, ຮູບການໃນການໂຄສະນາສຶກ ສາອົບຮົມ ໃຫ້ເໝາະສົມກ່ວາເກົ່າ ດ້ວຍການນໍາໃຊ້ເຕັກນິກວິທະຍາສາດ, ເອົາວຽກງານ ແລະ ສະພາບເຫດການຕົວຈິງຢູ່ພາຍໃນ ແລະ ສາກົນມາຄົ້ນຄວ້າແລກປ່ຽນໃຫ້ແທດເຖິງ ແລະ ເລິກເຊິ່ງກ່ວາເກົ່າ, ປັບ ປຸງການຈັດຕັ້ງບັນດາໜ່ວຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສົມທົບກັບຄະນະພັກ ສຊປລ ໃນການສ້າງແຜນບໍາລຸງສ້າງພະນັກງານທາງດ້ານຄວາມຮູ້, ຄວາມສາມາດທາງດ້ານວິຊາການ, ເຕັກນິກວິທະຍາສາດ, ສະມາຊິກຊາວໜຸ່ມທຸກສະຫາຍຕ້ອງກໍາແໜ້ນກົດໝາຍ, ກົດລະບຽບຂອງຊາວໜຸ່ມ ແລະ ບັນດານິຕິກໍາຕ່າງໆທີ່ຕິດພັນກັບວຽກງານວິຊາສະເພາະຂອງຊາວໜຸ່ມ ປັບປຸງກົງຈັກເສນາ ແລະ ກົນໄກການປະສານງານຂອງບັນດາໜ່ວຍໃຫ້ເປັນລະ ບົບ, ມີການສະຫຼຸບລາຍງານການເຄື່ອນໄຫວວຽກງານໃຫ້ທັນຕາມກໍານົດເວລາ ແລະ ແຜນການທີ່ວາງໄວ້, ສືບຕໍ່ຊຸກຍູ້ຂະບວນການໃຫ້ມີຄວາມຟົດ ຟື້ນແຂງແຮງກ່ວາເກົ່າ ໂດຍຕິດພັນມູນເຊື້ອ ແລະ ວັນສໍາຄັນ ຕ່າງໆຂອງຊາດ, ຂອງພັກ, ຂອງອົງການຈັດຕັ້ງສາກົນ, ຕິດພັນກັບວຽກງານວິຊາສະເພາະຂອງແຕ່ລະໜ່ວຍ ແລະ ເປັນຂະບວນການທີ່ສາມາດແກ້ໄຂບັນຫາຕົວຈິງຂອງສະມາຊິກຊາວໜຸ່ມ ຜ່ານຂະບວນການດັ່ງກ່າວສາມາດ ຊອກໄດ້ຕົວແບບທາງດ້ານວິຊາສະເພາະ, ຕົວແບບການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ, ເສີມຂະ ຫຍາຍກອງອາສາສະໝັກຊາວໜຸ່ມຕະລຸມ ບອນໃຫ້ພົ້ນເດັ່ນຂຶ້ນໃນເວທີສັງຄົມໃຫ້ໄດ້ຫຼາຍຂຶ້ນກ່ວາເກົ່າ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດ ກໍຄືຂອງຄະນະພັກ ສຊປລ ວາງອອກ ພ້ອມທັງຄົ້ນຄວ້າປະກອບຄໍາຄິດເຫັນ ເຂົ້າຮ່ວມເຄື່ອນໄຫວຕາມບົດບາດຄວາມຮັບ ຜິດຊອບ ແລະ ການມອບໝາຍຂອງຂັ້ນເທິງໃນແຕ່ລະໄລຍະໃຫ້ມີປະສິດທິຜົນ, ເອົາໃຈໃສ່ວຽກງານກວດກາການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຢ່າງແຂງແຮງຖືກຕ້ອງ, ຊັດເຈນ ກາຍເປັນການຈັດຕັ້ງເສນາທິການທີ່ໄດ້ຮັບຄວາມເຊື່ອຖືຈາກຄະນະພັກ ສຊປລ, ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມ ໂດຍຕິດພັນກັບແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີຄັ້ງທີ II .
ກອງປະຊຸມໄດ້ມີການຍ້ອງຍໍຄະນະຊາວໜຸ່ມ, ບັນດາໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນ, ໃນນັ້ນຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ອີກດ້ວຍ.
(ຂ່າວ: ສຳນານ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com