Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂ່າວສານຊີອາໄອລາຍງານວ່າ: ວັນທີ 27 ມັງກອນນີ້ ໂດຍໄດ້ຮັບການມອບໝາຍຈາກທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ທ່ານ ຫຼີເຄີ້ສຽງ ກຳມະການປະຈຳກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີຈີນ, ຫົວໜ້າໜ່ວຍງານຮັບຜິດຊອບວຽກງານຮັບມືກັບການແຜ່ລະບາດຂອງພະ ຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ສູນກາງຈີນ ໄດ້ເດີນທາງເຖິງນະຄອນອູຮັ້ນ ແຂວງຫູເປີຍ ເພື່ອກວດກາ ແລະ ຊີ້ນຳວຽກງານປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດ, ພ້ອມທັງຢື້ຢາມຖາມຂ່າວຜູ້ເປັນພະຍາດ ແລະ ພະ ນັກງານການແພດທີ່ປະຕິບັດໜ້າທີ່ຢູ່ແຖວໜ້າ.
ວັນທີ 26 ມັງກອນຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍເນັ້ນໜັກວ່າ: ພາຍໃຕ້ການນຳພາຂອງຄະນະຮັບຜິດຊອບການຮັບມືກັບການແຜ່ລະບາດພະຍາດຂອງສູນກາງຈີນ, ຈະຖືວຽກງານປ້ອງກັນ ແລະ ຄວບຄຸມພະຍາດເປັນວຽກງານ ສຳຄັນທີ່ສຸດ, ພະຍາຍາມຢ່າງ ສຸດຂີດເພື່ອເຮັດວຽກປ້ອງກັນ ແລະ ຄວບຄຸມພະຍາດໃຫ້ດີ. ຂະນະດຽວກັນ, ຄະນະປະ ຈຳກົມການເມືອງສູນກາງພັກ ກອມມູນິດຈີນ ໄດ້ຈັດກອງປະ ຊຸມ, ຕົກລົງສ້າງຕັ້ງຄະນະຮັບ ຜິດຊອບການຮັບມືກັບການແຜ່ລະບາດພະຍາດ ແລະ ສົ່ງໜ່ວຍຊີ້ນຳໄປແຂວງຫູເປີຍແລະ ເຂດອື່ນໆ ທີ່ມີການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ຢ່າງຮ້າຍແຮງ. ນີ້ເປັນຂີດໝາຍສະເດງໃຫ້ເຫັນວ່າ: ການປ້ອງກັນ ແລະ ຄວບຄຸມພະຍາດໄດ້ຍົກສູງຂຶ້ນຮອດລະດັບສູງສຸດແລ້ວ ຊຶ່ງໄດ້ສະແດງໃຫ້ ເຫັນຄວາມຕັດສິນໃຈເດັດຂາດ ຂອງຈີນ ໃນການປ້ອງກັນ ຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຂອງປະຊາຊົນ, ມີຄວາມຮັບ ຜິດຊອບສູງໃນການປົກປົກຮັກສາຄວາມປອດໄພດ້ານສາ ທາລະນະສຸກຂອງໂລກ, ໄດ້ສະແດງໃຫ້ເຫັນທ່າແຮງດ້ານລະບຽບການຂອງຈີນອີກດ້ວຍ.
ຂ່າວລະບຸວ່າ: ໂດຍປະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດອັກເສບປອດທີ່ເກີດຂຶ້ນຢູ່ນະຄອນອູຮັ້ນ ແຂວງຫູເປີຍ ຢ່າງກະທັນຫັນ, ຈີນ ໄດ້ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມຢ່າງວ່ອງໄວ, ມີປະສິດທິພາບສູງ, ເປີດເຜີຍ ແລະ ໂປ່ງໃສ ຊຶ່ງໄດ້ຮັບການຢືນຢັນຈາກປະຊາຄົມໂລກ. ຫວ່າງມໍ່ໆມານີ້, ສື່ມວນຊົນຕ່າງໆຂອງໂລກໄດ້ສຸມໃສ່ຂ່າວກ່ຽວກັບນະຄອນອູຮັ້ນ ໄດ້ສ້າງສຳເລັດໂຮງໝໍຊົ່ວຄາວໃນເວລາພຽງ 6 ວັນ. ບໍລິສັດວິທະຍຸກະຈາຍສຽງອັງກິດ ຫຼື BBC ໄດ້ພິມບົດຄວາມທີ່ພາດຫົວຂໍ້ວ່າ “ເປັນຫຍັງຈີນສາມາດສ້າງສຳເລັດໂຮງໝໍແຫ່ງໜຶ່ງພາຍໃນເວລາພຽງ 6 ວັນ” ໂດຍໄດ້ກ່າວວ່າ “ຍ້ອນວ່າລັດຖະບານ ຈີນສາມາດຜ່ານຜ່າຄວາມຈຳກັດທີ່ ເກີດຂຶ້ນ ແລະ ສາມາດສຸມກຳ ລັງ ເພື່ອລະດົມຊັບພະຍາກອນສັງຄົມທຸກສິ່ງທຸກຢ່າງ”.
ປັດຈຸບັນ, ທົ່ວປະເທດຈີນ ມີ 30 ແຂວງ ໄດ້ປະກາດປະຕິ ບັດການຕອບສະໜອງຕໍ່ດ້ານ ສາທາລະນະສຸກທີ່ເກີດຂຶ້ນກະທັນຫັນໃນລະດັບສູງສຸດ, ກວມເອົາປະຊາກອນຫຼາຍກວ່າ 1,3 ຕື້ຄົນ. ຫຼາຍແຫ່ງໄດ້ສົ່ງໜ່ວຍງານປິ່ນປົວໄປແຂວງຫູເປີຍ, ປະຊາຊົນຈີນ 1,4 ຕື້ຄົນ ພວມສຸມກຳລັງອັນມະຫາສານເພື່ອຕໍ່ຕ້ານການແຜ່ລະບາດຂອງພະຍາດຢ່າງເດັດຂາດ.
ຂ່າວລະບຸວ່າ: ຄະນະກຳມະການອະນາໄມ ແລະ ສຸຂະພາບແຫ່ງຊາດຈີນ ໄດ້ຮັບການລາຍງານຜູ້ເປັນພະຍາດດັ່ງກ່າວຈາກ 30 ແຂວງ, ເຂດປົກຄອງຕົນເອງ, ນະຄອນ ໃນທົ່ວປະເທດລວມທັງໝົດມີ 2.744 ຄົນ, ຜູ້ມີອາການໜັກ 461 ຄົນ, ມີ 80 ຄົນເສຍຊີວິດ, ຜູ້ທີ່ຫາຍເຊົາ ແລະ ອອກໂຮງໝໍມີ 51 ຄົນ, ຜູ້ທີ່ຖືກສົງໄສຕິດເຊື້ອພະຍາດມີ 5.794 ຄົນ. ປັດຈຸບັນ, ໄດ້ຕິດຕາມຜູ້ທີ່ເຄີຍສຳຜັດກັບຜູ້ເປັນພະຍາດຢ່າງໃກ້ຊິດມີ 32.799 ຄົນ, ໄດ້ຍົກເລີກການຕິດຕາມສັງເກດທາງການແພດ 583 ຄົນ ໃນມື້ດຽວກັນ ແລະ ຍັງມີ 30.453 ຄົນພວມຖືກຕິດຕາມສັງເກດທາງການແພດ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com