Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສ.ເກົາຫຼີ - ຍີ່ປຸ່ນ ມຸ້ງໜ້າລົງທຶນເຂົ້າກຳປູເຈຍ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ ເວ​ລາ: 30/01/2020 09:03:05 ຈຳ​ນວນ​​ຢ້ຽມ​ຊົມ 463 ຄັ້ງ

  ຮຽບຮຽງ​ໂດຍ: ວິໄລ​ພອນ

  ອຸດສາຫະກຳ​ເປັນ​ຊ່ອງ​ທາງ​ສ້າງ​ລາຍ​ໄດ້​ໃຫ້​ກັບ​ປະ ເທດ​ທີ່​ກຳລັງ​ພັດທະນາ ແຕ່​ການ​ກະເສດ ​ກໍເປັນ​ຮາກ​ຖານ​ຄວາມ​ແຂງແຮງ, ກໍາ​ປູ​ເຈຍ  ເປັນ​ອີກ​ປະເທດ​ໜຶ່ງທີ່ພັດທະນາ​ອຸດສາຫະກຳ​ໄປ​ພ້ອມໆກັບ ການ​ກະ​ເສດ.
  ເວັ​ບ​ໄຊ​ພະນົມ​ເປັນໂພສ ລາຍ​ງານ​ວ່າ: ສະມາຄົມ​ທຸລະ ກິດນຳ້​ຍີ່ປຸ່ນ ເປັນ​ໜ່ວຍ​ງານ ​ການ​ຮ່ວມມື​ລະຫວ່າງພາກລັດ ແລະ ເອກະ​ຊົນ ໃນ​ເມືອງ​ຄິ​ຕະ​ກິວ​ຊູ ມີ​ເປົ້າ​ໝາຍ​ສົ່ງເສີມ​ການ​ເຮັດທຸລະ​ກິດ​ນຳ້​ໃນຕ່າງ ປະເທດ​ໄດ້​ນຳພາ​ຕົວແທນ 15 ບໍລິສັດ​ເຂົ້າ​ພົບ​ທ່ານ ຊາມ ປະສິດ ລັດຖະມົນຕີ ກະຊວງ​ອຸດ​ສາຫະ​ກຳ ແລະ ຫັດຖະກຳ ຂອງ​ກຳປູເຈຍ ພ້ອມ​ທັງ​ແຈ້ງ​ ຈຸດປະສົງ​ໃຫ້​ແກ່​ທ່ານລັດຖະ ມົນຕີ​ຮູ້​ວ່າ: ສະມາຊິກ​ທັງ 15 ບໍລິສັດ ລ້ວນ​ແຕ່​ມີ​ປະສົບ​ການ​ທີ່​ດີ​ທາງ​ດ້ານ​ນຳ້​ສະອາດ ແລະ ຕ້ອງການ​ເຂົ້າ​ມາ​ລົງທຶນ​ໃນ    ​ກຳ​ປູ​ເຈຍ.
  ທ່ານ ຊາມ ປະສິດ ກ່າວ​ດ້ວຍ​ຄວາມ​ຍິນດີ ແລະ ຢືນຢັນ​ວ່າ: ລັດ​ຖະ​ບານ​ກໍາ​ປູ​ເຈຍ ຈະ​ອຳນວຍ ຄວາມສະດວກ ແລະ ຈະ​ຍົກເວັ້ນ​ພາສີ ຖ້າ​ຫາກ​ເຂົ້າ​ມາ​ລົງທຶນ ໂດຍ​ກ່າວ​ວ່າ: ທາງ​ດ້ານ​ກະຊວງອຸດສາຫະກຳ ແລະ ຫັດຖະກຳ ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ການ​ຈັດ​ຫາ​ນຳ້​ສະ ອາດ ທັງ​ໃນ​ເມືອງ​ໃຫຍ່ ຊານ ເມືອງ ແລະ ເຂດ​ຊົນນະບົດ ໂດຍ​ສົ່ງເສີມ​ໃຫ້​ພາກ​ເອກະ​ຊົນ​ເຂົ້າ​ມາລົງທຶນ​ຜະລິດ​ນຳ້​ສະ​ອາດ.
ອີງ​ຕາມ​ຂໍ້​ມູນ​ຈາກ​ສະພາ​ເພື່ອ​ການ​ພັດທະນາ​ຂອງ​ກຳປູເຈຍ ລະບຸ​ວ່າ: ການ​ລົງທຶນ​ໂດຍກົງ​ຈາກ ຕ່າງປະເທດ (FDI) ຂອງ​ຍີ່ປຸ່ນ ທີ່​ມີ​ຕໍ່​ກຳປູເຈຍ ນັບ​ຕັ້ງແຕ່​ປີ 1994 ເຖິງ​ໄຕ​ມາດ​ທຳອິດ​ຂອງ​ປີ 2019 ບັນລຸ​ມູນ​ຄ່າ 2,5 ພັນ​ລ້ານ​ໂດ​ລາ. ສ່ວນ​ໃຫຍ່​ລົງທຶນ​ຜະລິດ​ເຄື່ອງໃຊ້​ໄຟຟ້າ, ເຄື່ອງ​ເອເລັກ​ໂຕ​ຣນິກ, ຍານ​ພາຫະ​ນະ, ເຄື່ອງມື​ແປ​ຮູບ​ ທາງ​ການ​ກະເສດ ແລະ ໂຮງ ງານ​ແປ​ຮູບ​ອາຫານ ລວມ​ເຖິງ​ການສ້າງ​ໂຮງແຮມ, ໂຮງໝໍ ແລະ ຮ້ານ​ຄ້າ. ຂະນະ​ດຽວ​ກັນ, ສະຫະກອນ​ຊຸມ​ຊົນ​ຊົນນະບົດ​ຂອງ ສ.ເກົາຫຼີ (KRC) ເລີ່ມ ກໍ່ສ້າງ​ສູນ​ຜະລິດ​ພືດ​ຜັກ​ປອດ​ສານພິດ​ຢູ່​ແຂວງ​ສີ​ຣີ​ຂອງ​ກຳປູເຈຍ ເພື່ອ​ສົ່ງເສີມ​ການ​ປູກ​ຜັກ ແລະ ໃຊ້​ເປັນຕົວຢ່າງ​ເຮັດ​ໂຄງການ​ແບບ​ດຽວ​ກັນ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ຊຶ່ງ​ຈະ​ຊ່ວຍ​ຫຼຸດ​ການ​ນຳ​ເຂົ້າ​ພືດ​ຜັກ​ຂອງ ກຳປູເຈຍ ລົງ​ໄດ້.
ໃນ​ເວລາ​ພົບ​ປະ​ກັບ ທ່ານ ເຫວງ ສາຄອນ ລັດຖະມົນຕີ​ກະຊວງ​ການ​ກະ​ສິ​ກໍາ-ປ່າໄມ້ ແລະ ການ​ປະມົງ​ຂອງ​ກໍາ​ປູ​ເຈຍ, ທ່ານ ປັກ ຄິມ​ວຸກ ຜູ້ ອຳນວຍການ KRC ກ່າວ​ວ່າ: ສູນ​ສາທິດ​ຜະລິດ​ພືດ​ຜັກປອດ​ສານພິດ​ຈະ​ສໍາ​ເລັດ​ພາຍ​ໃນ​ປີ​ນີ້ ຊຶ່ງ KRC ຕ້ອງການ​ໃຊ້​ສູນ​ນີ້​ປູກ​ໝາກ​ເລັ່ນ ແລະ ພືດ​ຜັກ​ຊະນິດຕ່າງໆ​ເນື່ອງ​ຈາກ​ອາກາດ ແລະ ດິນ​ຢູ່​ແຂວງ​ສີ​ຣີ​ເໝາະ​ສົມ​ແກ່​ການ​ປູກ​ພືດ​ດັ່ງ​ກ່າວ. ທ່ານ ປັກ ຄິມ​ວຸກ ກ່າວ​ວ່າ: ກໍາ​ປູ​ເຈຍ ມີ​ສັກກະຍະ​ພາບ​ທາງ​ການ​ກະເສດ​ສູງ ແຕ່​ຍັງ​ບໍ່​ສາມາດ​ເຮັດ​ໄດ້​ເຕັມ​ສັກກະຍະ​ພາບ ຊຶ່ງ​ເປັນ​ສາເຫດ​ເຮັດ​ໃຫ້​ຂາດແຄນ​ພືດ​ຜັກ​ຈົນ​ຕ້ອງ​ນຳ​ເຂົ້າ. ໂຄງການ​ນີ້​ຕ້ອງການ​ເພີ່ມ​ການ​ປູກ​ໝາກ​ເລັ່ນ ແລະ ພືດ​ຜັກ​ຊະນິດ​ຕ່າງໆ ເພື່ອ​ສະໜອງ​ໃຫ້​ຜູ້​ບໍລິໂພກ​ພາຍ​ໃນ​ປະເທດ ແລະ ຫຼຸດ​ການ​ນຳ​ເຂົ້າ. ສູນ​ນີ້​ຈະ​ຊ່ວຍ​ສ້າງ​ງານ​ສ້າງ​ລາຍ​ໄດ້​ໃຫ້​ແກ່​ປະຊາຊົນ ໂດຍ KRC ໄດ້​ສຶກສາ​ຄົ້ນຄວ້າ​ຢ່າງ​ລະອຽດ​ວ່າ: ແຂວງ​ສີ​ຣີ ມີ​ສັກ​ກະຍະ​ພາບ​ເປັນ​ສູນ​ກາງ​ການ​ຜະລິດ​ທາງ​ການ​ກະເສດ​ໄດ້ ໂດຍ​ອີງ​ຕາມ​ເປົ້າ​ໝາຍ​ແມ່ນ ສູນ​ດັ່ງກ່າວ ຈະ​ເລີ່ມ​ປູກ​ພືດ​ຜັກ​ໄວ​ທີ່​ສຸດ​ພາຍ​ໃນ​ປີ​ນີ້.
  ທ່ານ ສະ​ໄຣ ວຸດ​ທີ ໂຄສົກ​ກະຊວງ​ກະ​ສິ​ກໍາ-ປ່າໄມ້ ແລະ ການ​ປະ​ມົ​ງກໍາ​ປູ​ເຈຍ ເປີດເຜີຍ​ວ່າ: ລັດຖະບານ​ກຳປູເຈຍ ໄດ້​ເຮັດ​ໂຄງການ​ລິ​ເລີ່ມ​ສົ່ງເສີມ​ການ​ປູກ​ຜັກ ແລະ ໂຄງການ​ອື່ນໆ​ອີກ​ດ້ວຍ. ໃນ​ນັ້ນ​ເປັນ​ການ​ກະ​ຕຸ້ນ​ໃຫ້​ຊາວ​ກະສິກອນ ປະຕິບັດ​ຕາມ​ລະບົບ​ການ​ຜະ ລິດ​ທີ່​ຖືກຕ້ອງ​ໃນ​ຟາມ (GAP) ທ່ານ ກ່າວ​ຕື່ມ​ວ່າ: ກະຊວງ​ກະ​ສິ​ກໍາ-ປ່າໄມ້ ແລະ ການ​ປະມົງ ກໍາ​ລັງ​ສົ່ງເສີມ​ການ​ປູກ​ຜັັກ​ຢ່າງ​ປອດ​ໄພ, ຝຶກ​ອົບຮົມ​ຊາວ​ກະສິກອນ ໃຫ້​ປະຕິບັດ​ຕາມ GAP ແລະ ກະ​ຕຸ້ນ​ຊາວ​ກະສິກອນ ເຂົ້າ​ສູ່​ໂຄງການ​ກະ​ສິ​ກໍາ ປະຕິບັດ​ສັນຍາ ລວມ​ທັງ​ປະຊາສຳພັນ​ຜະລິດ​ຕະ​ພັນ​ທ້ອງຖິ່ນ ເພື່ອ​ເພີ່ມ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ.
  ອີງ​ຕາມ​ຂໍ້​ມູນ​ຈາກ​ສູນ​ນະໂຍບາຍ​ສຶກສາ​ເປີດເຜີຍ​ວ່າ: ກໍາ​ປູ​ເຈຍ ນຳ​ເຂົ້າ​ຜັກ​, ໝາກ​ໄມ້​ສູງ​ເຖິງ 40% ຄິດ​ເປັນ​ມູນ​ຄ່າ​ປະມານ 200 ລ້ານ​ໂດ​ລາ ​ຕໍ່​ປີ ຊຶ່ງ​ສ່ວນ​ໃຫຍ່​ແມ່ນນຳ​ ເຂົ້າ​ມາ​ຈາກ​ຫວຽດນາມ. ສ່ວນ​ການຜະລິດ​ຢາງພາລາ​ຂອງ​ກຳປູເຈຍ, ກະຊວງ​ກະ​ສິ​ກໍາ-ປ່າໄມ້ ແລະ ການ​ປະມົງ ໄດ້​ອອກ ​ຖະແຫຼງການ ຫຼ້າ​ສຸດ ວ່າ:  ປີ 2019 ກຳປູເຈຍ ອອກ​ຢາງພາລາ​ແຫ້ງ 282.071 ໂຕນ, ເພີ່ມ​ຂຶ້ນ 30%, ຈາກ 217.501 ໂຕນ ເມື່ອ​ປີ 2018. ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ຢາງພາລາ ໃນ​ປີ 2019 ບັນລຸ​ປະມານ 377 ລ້ານ​ໂດ​ລາ ເພີ່ມ​ຂຶ້ນ 31,8%, ຈາກ 286 ລ້ານ​ໂດ​ລາ ໃນ​ປີ 2018.
  ລາຄາ​ຢາງພາລາ​ແຫ້ງ​ໃນ​ປີ 2019 ສະເລ່ຍ 1.336 ໂດ​ລາ​ຕໍ່​ໂຕນ ສູງ​ກວ່າ​ປີ 2018 ປະມານ 19 ໂດ​ລາ. ຢາງພາລາ​ຂອງ​ກໍາ​ປູ​ເຈຍ ສ່ວນ​ໃຫຍ່​ແມ່ນ​ສົ່ງ​ອອກ​ໄປ​ຍັງ ປະເທດ​ມາ​ເລ​ເຊຍ, ຫວຽດນາມ, ສິງກະໂປ ແລະ ຈີນ. ທົ່ວ​ປະເທດ​ມີ​ເນື້ອທີ່​ປູກ​ຢາງພາລາ ປະມານ 2,5 ລ້ານ​ໄລ່, ໃນ​ຈໍາ​ນວນ​ນີ້ 1,5 ລ້ານ​ໄລ່ ຫຼື 61% ຂອງ​ເນື້ອທີ່​ຢາງພາລາ​ທັງ​ໝົດ ແມ່ນ​ສາ ມາດ​ກີດ​ໄດ້​ແລ້ວ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com