Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອົງການອະນາໄມໂລກຊົມເຊີຍຈີນ ເດັດຂາດຕ້ານພະຍາດລະບາດ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ ເວ​ລາ: 30/01/2020 09:05:16 ຈຳ​ນວນ​​ຢ້ຽມ​ຊົມ 442 ຄັ້ງ

  ຂ່າວສານ​ຊີ​ອາ​ໄອ​ລາຍ​ງານ​ວ່າ: ວັນ​ທີ 28 ມັງກອນ​ຜ່ານ​ມາ, ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ຈີນ ໄດ້​ພົບ​ປະ​ກັບ​ທ່ານ ເທັດ​ຣົສ ອັດ​ຮະ​ໂນມ ເກ​ເບ​ຣ​ເຢ​ຊຸສ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາໄມ​ໂລກ (WHO) ຢູ່​ນະ ຄອນຫຼວງ​ປັກ​ກິ່ງ.
  ຂ່າວ​ລະບຸ​ວ່າ: ໃນ​ເວລາ​ພົບ​ປະ, ທ່ານ ເທັດ​ຣົສ ກ່າວ​ວ່າ, ພາຍຫຼັງ​ເກີດ​ການ​ລະບາດ​ຂອງ​ພະຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່​ຢູ່​ນະຄອນ​ອູ​ຮັ້ນ ແຂວງ​ຫູ​ເປີ​ຍ​ຂອງ​ຈີນ, ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ຈີນ ແລະ ລັດຖະບານ​ຈີນ ໄດ້​ເອົາໃຈໃສ່​ຢ່າງ​ສູງ​ຕໍ່​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ, ພ້ອມ​ທັງ​ປະຕິບັດ​ມາດ​ຕະການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເພື່ອ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະ​ຍາດ. ຄວາມ​ເຂັ້ມແຂງ​ດ້ານ​ລະບຽບ​ການ ແລະ ການ​ໃຊ້​ມາດ​ຕະການ​ຢ່າງ​ມີ​ປະສິດ​ທິ​ຜົນ​ຂອງ​ຈີນ​ແມ່ນ​ພົບ​ເຫັນ​ໜ້ອຍ​ໃນ​ທົ່ວ​ໂລກ ແລະ ເປັນ​ໜ້າ​ເຄົາລົບ​ນັບ​ຖື. ອົງການ​ອະນາໄມ​ໂລກ ແລະ ປະຊາ​ຄົມ​ໂລກ ຊົມເຊີຍ​ຢ່າງ​ສູງ​ຕໍ່​ລັດຖະບານ​ຈີນ ທີ່​ປະຕິບັດ​ມາດ​ຕະການ​ຢ່າງ​ເຂັ້ມ​ງວດ, ຂອບໃຈ​ຈີນ ທີ່​ພະຍາຍາມ​ຢ່າງ​ຫຼວງຫຼາຍ ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ພະຍາດ​ແຜ່​ລະບາດ​ກວ້າງ​ອອກ. ອົງການ​ອະນາໄມ​ໂລກ ຫວັງ​ວ່າ: ຈະ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ, ຍິນດີ​ສະໜອງ​ການ​ຊ່ວຍເຫຼືອ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳເປັນ​ຕາມ​ຄວາມ​ຕ້ອງການ​ຂອງ​ຈີນ.
ທ່ານ ເທັດ​ຣົສ ກ່າວ​ຕື່ມ​ວ່າ: ພວກ​ຂ້າພະເຈົ້າ​ໄດ້​ເຫັນ​ບາງ​ປະເທດ​ສະແດງ​ວ່າ: ຈະ​ຍົກຍ້າຍ​ພົນ​ລະເມືອງ​ຂອງ​ຕົນ​ອອກ​ຈາກ​ຈີນ, ແຕ່​ອົງການ​ອະ ນາໄມ​ໂລກ​ເຫັນ​ວ່າ; ເລື່ອງ​ນີ້​ແມ່ນ​ບໍ່​ມີ​ຄວາມ​ຈຳ​ເປັນ. ພາຍ​ໃຕ້​ສະພາບ​ການ​ໃນ​ປັດຈຸບັນ​ຄວນ​ຮັກສາ​ຄວາມ​ທຸ່ນ​ທ່ຽງ, ບໍ່​ຄວນ​ມີ​ປະຕິກິລິຍາ​ເກີນ​ຄວນ. ອົງການ​ອະນາໄມ​ໂລກ ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ຄວາມ​ສາມາດ​ຂອງ​ລັດຖະບານ​ຈີນ ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະ​ຍາດ.
  ທ່ານ ຫວາງ​ຢີ້ ກ່າວ​ວ່າ: ຈີນ ຍິນດີ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ ໂດຍ ​ສະເພາະ​ແມ່ນ​ອົງການ​ອະນາ ໄມ​ໂລກ ດ້ວຍ​ຫຼັກການ​ທີ່​ເປີດ ເຜີຍ ແລະ ໂປ່​ງ​ໃສ, ຍິນດີ​ສືບຕໍ່​ ພະຍາຍາມ​ເພື່ອ​ພາລະກິດ​ສາ ທາລະນະ​ສຸກ​ຂອງ​ໂລກ.
ຂະນະ​ດຽວ​ກັນ​ນັ້ນ, ທ່ານ ອັນໂຕ​ນີ​ໂອ ກູ​ເຕີ​ເຣສ ເລຂາ ທິການ​ໃຫຍ່​ອົງການ​ສະຫະ​ປະຊາຊາດ (ສປຊ) ກ່າວ​ວ່າ: ໃນ​ຂະນະ​ທີ່​ສຳຄັນ​ຢ່າງ​ຍິ່ງ​ນີ້, ອົງການ ສປຊ ເດັດດ່ຽວ​ຢືນ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ລັດຖະບານ ແລະ ປະຊາຊົນ​ຈີນ. ອົງການ ສປຊ ຍ້ອງຍໍ​ຊົມເຊີຍ​ຄວາມ​ພະຍາຍາມ​ຂອງ​ຈີນ, ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມທີ່​ຕໍ່​ຄວາມ​ສາມາດ​ຂອງ​ຈີນ ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ, ຍິນດີ​ສະໜອງ​ການ​ສະໜັບສະໜູນ ແລະ ການ​ຊ່ວຍເຫຼືອ​ທຸກ​ສິ່ງ​ທຸກ​ຢ່າງ​ຕາມ​ຄວາມ​ສາມາດ​ຂອງ​ຕົນ.
  ຂ່າວ​ລາຍ​ງານ​ວ່າ: ຄະນະ​ກຳມະການ​ອະນາໄມ ແລະ ສຸຂະພາບ​ແຫ່ງ​ຊາດ​ຈີນ ໄດ້​ຈັດ​ກອງ​ປະຊຸມ​ຖະແຫຼງ​ຂ່າວ. ທ່ານ ນາງ ຈ່ຽວ​ຢາ​ຮຸ່ຍ ຮອງ​ຫົວໜ້າ​ກົມ​ນະໂຍບາຍ ແລະ ຄຸ້ມ​ຄອງ​ການ​ແພດ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ ກ່າວວ່າ: ໜ່ວຍ​ງານ​ປິ່ນປົວ​ແຫ່ງ​ຕ່າງໆ ​ຂອງ​ຈີນ ພວມ​ຊ່ວຍເຫຼືອ ​ແຂວງ​ຫູ​ເປີ​ຍ​ຕໍ່ຕ້ານ​ພະຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່. ວັນ​ທີ 28 ມັງກອນ​, ໜ່ວຍ​ງານ​ປິ່ນປົວ 30 ໜ່ວຍມີ​ພະນັກງານ​ທັງ​ໝົດ 4.130 ຄົນ, ໄດ້​ເດີນທາງ​ຮອດ​ແຂວງ​ຫູ​ເປີຍ, ປັດຈຸບັນ​ພວມ​ເລັ່ງ​ລັດ​ປະຕິບັດ​ໜ້າ​ທີີ່​ຂອງ​ຕົນ ແລະ ຍັງ​ມີ​ໜ່ວຍ​ງານ​ປິ່ນປົວ 13 ໜ່ວຍ​ງານ ຈະ​ເດີນທາງ​ຮອດ​ຫູ​ເປີຍ, ຄາດ​ວ່າ: ຈະ​ມີ​ພະນັກງານ​ການ​ແພດ​ຂອງ​ຈີນ 6 ພັນ​ຄົນ ຊ່ວຍເຫຼືອ​ແຂວງ​ຫູ​ເປີຍ ເພື່ອ​ຕໍ່ຕ້ານ​ພະຍາດ​ອັກເສບ​ປອດ​ສາຍ​ພັນ​ໃໝ່.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com