Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເປັນກຽດໂອ້ລົມໃຫ້ທິດຊີ້ນຳຕໍ່ ກອງປະຊຸມແຮງງານ ແລະ ສະ ຫວັດດີການສັງຄົມທົ່ວປະເທດ ປະຈຳປີ 2019 ເມື່ອວັນທີ 29 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ.
ສະຫາຍ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ ລາຍງານສະຫຼຸບຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຮສສປີ 2019 - ທິດທາງແຜນການປີ 2020 ແລະ ແຜນພັດທະນາ ຮສສ 5 ປີ ຄັ້ງທີ V ໄລຍະປີ 2021-2025 ໃນການໂອ້ລົມ, ກ່ອນອື່ນ ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະ ຫາຍຄະນະນຳ ແລະ ພະນັກ ງານຫຼັກແຫຼ່ງຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມທີ່ໄດ້ພ້ອມພຽງ ກັນເອົາໃຈໃສ່ປະຕິບັດພາລະ ໜ້າທີ່ການເມືອງຂອງຕົນຮັບ ຜິດຊອບຢ່າງຕັ້ງໜ້າ ຊຶ່ງໄດ້ມີ ຜົນສຳເລັດຫຼາຍດ້ານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດ ທະນາແຮງງານ ແລະ ສະຫວັດ ດີການສັງຄົມ, ການແກ້ໄຂວຽກລະເບີດບໍ່ທັນແຕກຕົກຄ້າງ ແລະ ວຽກກາແດງປະຈຳປີ 2019 ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນໄປຄຽງຄູ່ກັບຜົນສຳ ເລັດທີ່ຍາດມາໄດ້, ສັງເກດເຫັນວ່າຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂໃຫ້ມີຜົນສຳເລັດດີກວ່າເກົ່າ ເປັນຕົ້ນແມ່ນຕ້ອງສືບຕໍ່ວາງແຜນການຂອງຕົນໃຫ້ສອດ ຄ່ອງກັບສະພາບຄວາມເປັນຈິງ ແລະ ເປັນປັດໄຈທີ່ສຳຄັນໃນ ການຈັດຕັ້ງປະຕິບັດແຜນພັດ ທະນາແຮງງານ ແລະ ສະຫວັດ ດີການສັງຄົມໃຫ້ມີປະສິດທິ ຜົນດີຂຶ້ນຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາດັ່ງລຸ່ມນີ້:
1. ເພີ່ມຄວາມເອົາໃຈໃສ່ໃນການຄົ້ນຄວ້າສ້າງ, ປັບປຸງກົດໝາຍ, ນິຕິກຳ ແລະ ແຜນຍຸດທະສາດຕ່າງໆກ່ຽວກັບແຮງງານ ແລະ ສະຫວັດດີການສັງ ຄົມໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນລະບົບຄົບຊຸດ ເພື່ອເປັນເຄື່ອງມືສຳຄັນ ໃນການຄຸ້ມຄອງບໍລິຫານວຽກແຮງງານ ແລະ ສະຫວັດດີການສັງຄົມ ຕາມທິດຄຸ້ມຄອງລັດດ້ວຍກົດ ໝາຍ ແລະ ລະບຽບການໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນກວ່າເກົ່າ ລວມທັງຈັດຕັ້ງ ປະຕິບັດບັນດາກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ມີຄວາມສັກສິດກ່ວາເກົ່າ ເປັນຕົ້ນກົດ ໝາຍ ວ່າດ້ວຍແຮງງານ, ກົດ ໝາຍ ວ່າດ້ວຍການປະກັນສັງ ຄົມ, ກົດໝາຍ ວ່າດ້ວຍຄົນພິ ການ, ກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ນິຕິກຳອື່ນໆ;
2. ສືບຕໍ່ພັດທະນາກຳລັງແຮງງານໃຫ້ມີຄຸນນະພາບ ແລະ ເປັນກຳລັງການຜະລິດຕົ້ນຕໍ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດຫັນ ເປັນອຸດສາຫະກໍາ ແລະ ທັນ ສະໄໝ ໂດຍເພີ່ມທະວີການ ມີສ່ວນຮ່ວມຂອງບັນດາພາກ ສ່ວນເສດຖະກິດໃນການພັດ ທະນາສີມືແຮງງານຕາມສາ ຂາອາຊີບຕ່າງໆໃຫ້ພຽງພໍກັບ ຄວາມຕ້ອງການຂອງຕະຫຼາດ ແຮງງານ, ສົ່ງເສີມການສ້າງ ວຽກເຮັດງານທຳຕາມຂະແໜງ ການເສດຖະກິດໃຫ້ມີຄວາມໝັ້ນຄົງ, ມີຜະລິດຕະພາບແຮງງານສູງຂຶ້ນ ແລະ ມີລາຍໄດ້ທີ່ ເໝາະສົມ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ, ສືບຕໍ່ສ້າງ ແລະ ປັບປຸງໂຄງລ່າງພື້້ນ ຖານ ແລະ ກົນໄກການມີສ່ວນຮ່ວມໃນການພັດທະນາສີມືແຮງງານລະຫວ່າງພາກລັດ, ພາກເອກະຊົນ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆໃຫ້ມີຄວາມກົມກຽວ ແລະ ແຂງແຮງກວ່າເກົ່າໂດຍສຸມ ໃສ່ສ້າງຫຼັກສູດການຝຶກສີມືແຮງງານ, ການສ້າງມາດຕະຖານສີມືແຮງງານຕາມສາຂາອາຊີບຕ່າງໆໃຫ້ຫຼາຍຂຶ້ນ ແລະ ເໝາະສົມກັບເປົ້າໝາຍແຮງງານແຕ່ລະກຸ່ມໃຫ້ພຽງພໍກັບຄວາມຕ້ອງການຂອງຂະແໜງການເສດຖະກິດກໍຄືຕະຫຼາດແຮງງານ, ໃນນັ້ນໃຫ້ສຸມໃສ່ການພັດ ທະນາສີມືແຮງງານ ໃນຊົນ ນະບົດຕາມສາຂາອາຊີບຕ່າງໆ ໃຫ້ມີສີມືມີວິໄນມີຄວາມ ອົດທົນ ເພື່ອໃຫ້ມີການປ່ຽນອາຊີບ, ປະກອບການ ແລະ ສາມາດເຮັດວຽກຕາມກຸ່ມການຜະລິດ, ສະຫະກອນ, ຫົວໜ່ວຍທຸລະກິດຂະໜາດນ້ອຍຂະໜາດກາງ ເພື່ອສ້າງລາຍຮັບໃຫ້ຫຼາຍຂຶ້ນ, ຫຼຸດພົ້ນຈາກຄວາມທຸກຍາກ ແລະ ມີຜົນຕໍ່ການພັດທະນາເສດຖະກິດ ພ້ອມທັງແກ້ໄຂບັນ ຫາແຮງງານເຄື່ອນຍ້າຍຈາກຊົນນະບົດເຂົ້າສູ່ຕົວເມືອງ, ການເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ, ການຂາດແຄນແຮງງານ ໃນທ້ອງຖິ່ນ ຫຼື ການສະໜອງແຮງງານໃຫ້ໂຄງການລົງທຶນຂະໜາດໃຫຍ່ຕ່າງໆໃຫ້ດີຂຶ້ນ;
3. ສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການສາມຝ່າຍໃນ ການສົ່ງເສີມສາຍພົວພັນແຮງ ງານ ເພື່ອປົກປ້ອງສິດຜົນປະ ໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ປັບປຸງລະບົບການແກ້ໄຂຂໍ້ຂັດແຍ່ງແຮງງານ ແລະ ການປົກປ້ອງສິດຜົນປະໂຫຍດຂອງກຸ່ມແຮງງານທີ່ມີຄວາມສ່ຽງ ໃຫ້ມີຄວາມສະເໝີພາບໃນການເຮັດວຽກ ແລະ ບໍ່ຈຳແນກໃນສະຖານທີ່ເຮັດວຽກ, ຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ລາວ ຕາມຄວາມຕ້ອງການຂອງສາ ຂາອາຊີບທີ່ຈຳເປັນ ໂດຍໃຫ້ປະຕິບັດພັນທະຕ່າງໆໃຫ້ລັດ ຢ່າງຖືກຕ້ອງ, ຫຼຸດຜ່ອນການຍາດວຽກເຮັດງານທໍາຂອງແຮງງານລາວ.
4. ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃນການບໍລິການສະຫວັດດີການສັງຄົມ ໂດຍຂະຫຍາຍອັດຕາການເຂົ້້າປະ ກັນສັງຄົມຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຕາມຫົວ ໜ່ວຍແຮງງານຕ່າງໆໃຫ້ຫຼາຍ ຂຶ້ນ ພ້ອມທັງຄຸ້ມຄອງກອງທຶນ ປະກັນສັງຄົມແຫ່ງຊາດໃຫ້ມີ ການບໍລິການ ການອຸດໜູນ ຕ່າງໆໃຫ້ວ່ອງໄວ, ໂປ່ງໃສ, ມີການສະສົມທຶນ ແລະ ມີ ຄວາມຍືນຍົງ; ສືບຕໍ່ປະຕິບັດ ນະໂຍບາຍສະແດງຄວາມກະ ຕັນຍູຮູ້ບຸນຄຸນໃຫ້ພະນັກງານ ປະຕິວັດອາວຸໂສທີ່ມີຜົນງານ ຕາມກຸ່ມເປົ້າໝາຍຕ່າງໆ ໂດຍສະເພາະເປົ້າໝາຍ ປີ 1954 ຄືນຫຼັງໃຫ້ສໍາເລັດໄວຂຶ້ນ; ໃຫ້ ການຊ່ວຍເຫຼືອສົງເຄາະຜູ້ປະ ສົບໄພພິບັດຕ່າງໆ, ຜູ້ດ້ອຍໂອ ກາດ ແລະ ຜູ້ທຸກຍາກໃຫ້ວ່ອງ ໄວກວ່າເກົ່າ; ເອົາໃຈໃສ່ປັບປຸງ ແກ້ໄຂວຽກລະເບີດບໍ່ທັນແຕກ ໂດຍມີການຮ່ວມມືກັບຄູ່ຮ່ວມ ພັດທະນາໃຫ້ມີຄວາມເຂັ້ມແຂງ ກວ່າເກົ່າ, ປັບປຸງວຽກກາແດງ ໃຫ້ມີຄວາມສາມາດໃນການບໍ ລິການຊ່ວຍເຫຼືອໃຫ້ແກ່ສັງຄົມ ຫຼາຍຂຶ້ນ ແລະ ຊ່ວຍເຫຼືອຊຸມຊົນທີ່ປະສົບບັນຫາຕ່າງໆໃຫ້ກວ້າງຂວາງກວ່າເກົ່າ;
5. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍນະໂຍບາຍຕ່າງໆ ຂອງພັກ ແລະ ລັດ ໂດຍຫັນໄປສູ່ການສ້າງແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະຕໍ່ໄປໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ ແລະ ທ່າແຮງບົ່ມຊ້ອນທີ່ມີ ໂດຍໃຫ້ຕິດພັນກັບການສ້າງຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ກໍຄືຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອໃຫ້ສາມາດຈັດຕັ້ງປະ ຕິບັດໃຫ້ມີຜົນສຳເລັດດີກວ່າເກົ່າ.
6. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຂະແໜງການແຮງງານ ແລະ ສະຫວັດດີການ ສັງຄົມຕາມທິດກະທັດຮັດ, ມີຄວາມເຂັ້ມແຂງ ແລະ ສາມາດ ຕອບສະໜອງກັບຄວາມຕ້ອງ ການຂອງໜ້າທີ່ການເມືອງ, ປັບປຸງແບບແຜນນຳພາ ແລະ ການບໍລິຫານໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ເອົາໃຈໃສ່ສຶກສາອົບຮົມວຽກການເມືອງແນວຄິດ ແລະ ຄຸນ ສົມບັດສິນທຳປະຕິວັດ, ຍົກລະ ດັບຄວາມຮູ້ ຄວາມສາມາດ ແລະ ຫົວຄິດປະດິດສ້າງດ້ານວິຊາການຂອງພະນັກງານ-ລັດ ຖະກອນ ເພື່ອສ້າງຂີດຄວາມສາ ມາດ ໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນກວ່າ ເກົ່າ, ຄຸ້ມຄອງການນຳໃຊ້ງົບ ປະມານຂອງລັດ ໃຫ້ມີຄວາມປະຢັດ ໂປ່ງໃສ ແລະ ມີປະສິດ ທິຜົນ, ເພີ່ມການຮ່ວມມືກັບຕ່າງ ປະເທດ ແລະ ສາກົນ ເພື່ອຍາດ ແຍ່ງແຫຼ່ງທຶນ ແລະ ເຕັກນິກວິຊາການເຂົ້າໃນການພັດທະ ນາແຮງງານ ແລະ ສະຫວັດດີການສັງຄົມໃຫ້ເຕີບໃຫຍ່ຂະ ຫຍາຍຕົວເລື້ອຍໆ.
(ຂ່າວ-ພາບ: ຕຸໄລເພັດ ພິມເມືອງ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com