Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2021 ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນກອງບັນຊາດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ພົຈວ ສີ ທະວີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະພັກ, ຄະນະຫ້ອງ, ຄະນະພະແນກການວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັທ ສົມພັນ ທຳມະວົງ ຮອງຫົວໜ້າຫ້ອງການກອງບັນຊາການແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2021 ຊຶ່ງໄດ້ຍົກໃຫ້ເຫັນສິ່ງທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ຊຶ່ງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃນວຽກງານການເມືອງນຳພາແນວຄິດຂອງພະນັກງານ-ນັກຮົບແຕ່ລະກົມກອງ ເຮັດໃຫ້ທົ່ວກົມກອງມີແນວຄິດຫຼັກໝັ້ນໜັກແໜ້ນ, ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ແນວທາງນະໂຍບາຍຂອງພັກ-ລັດໄດ້ດີ ພ້ອມນີ້, ຍັງໄດ້ເອົາໃຈໃສ່ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງແນວຄິດກັບປະຊາຊົນກຸ່ມບ້ານອ້ອມຂ້າງຢ່າງເປັນປົກກະຕິ, ດ້ານວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ກຳແໜ້ນຕິດຕາມສະພາບຕ່າງໆ ໂດຍສະເພາະສະພາບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຊາຍແດນ. ດັ່ງນັ້ນ, ຄະນະການນຳກອງບັນຊາການທະຫານແຂວງ ຈຶ່ງໄດ້ພ້ອມກັນຮ່ວມມືກັບພາກສ່ວນກ່ຽວຂ້ອງ ແຕ່ງຕັ້ງວິຊາສະເພາະລົງສຶກສາອົບຮົມການເມືອງ-ແນວຄິດກັບຈຳພວກດັ່ງກ່າວ ເຮັດໃຫ້ມາຮອດປັດຈຸບັນນີ້ ແມ່ນມີຄວາມສະຫງົບດີເປັນກ້າວໆ. ໃນ 6 ເດືອນຕົ້ນປີນີ້, ກອງບັນຊາການ ປກຊ ແຂວງ ກໍໄດ້ສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນບັນຫາຢາເສບຕິດ ໃນນີ້ມີ 18 ກໍລະນີ, ກັກຕົວຜູ້ກະທຳຜິດໄດ້ 21 ຄົນ ພ້ອມຂອງກາງປະເພດຢາບ້າ 1.958.188 ເມັດ, ເຮໂລອິນ 43,2 ກິໂລ, ຢາໄອສ 512 ກິໂລ, ກັນຊາອັດແທ່ງ 768 ກິໂລ, ຢຶດລົດໃຫຍ່ 12 ຄັນ, ລົດຈັກ 17 ຄັນ, ເຮືອຈັກ 7 ລຳ, ໂທລະສັບ 3 ໜ່ວຍ, ກັກຢຶດລົດບັນທຸກໄມ້ເຖື່ອນໄດ້ 3 ຄັນ ພ້ອມໄມ້ຂອງກາງໄມ້ຈຳນວນ 10.807 ແມັດກ້ອນ, ໝູ 37 ໂຕ, ຊີ້ນໝູ 2.300 ກິໂລ ແລະ ອາຫານທະເລ 91 ກະສອບ.
ໃນໂອກາດນີ, ທ່ານ ເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍແຕ່ລະກົມກອງ ທີ່ສາມາດເຮັດສຳເລັດໜ້າທີ່ຕາມຂັ້ນເທິງວາງອອກໄດ້ເປັນຢ່າງດີ ພ້ອມທັງໄດ້ແນະນຳໃຫ້ຄະນະການນຳແຕ່ລະກົມກອງ ພ້ອມກັນປະຕິບັດລະບຽບວິໄນຂອງກອງທັບໃຫ້ໜັກແໜ້ນ, ມີຄວາມສາມັກຄີພາຍໃນ, ເຮັດວຽກເປັນໝູ່ຄະນະ ແລະ ໃຫ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ກັບພະນັກງານ-ນັກຮົບພາຍໃນກົມກອງເປັນປະຈຳ ເພື່ອເປັນການຕ້ານແນວຄິດຫຍໍ້ທໍ້ຕ່າງໆ. ຈາກນີ້, ກໍໃຫ້ສືບຕໍ່ປັບປຸງກໍ່ສ້າງກົມກອງຕາມ 4 ແຜນງານໃຫຍ່ 26 ໂຄງການຂອງກອງທັບວາງອອກໃຫ້ເກີດດອກອອກຜົນ.
(ຂ່າວ-ພາບ: ຈາກແຂວງສະຫວັນນະເຂດ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com