Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນຊາວໜຸຸ່ມກະຊວງຍຸຕິທຳ ຄັ້ງທີ XI ໄດ້ຈັດຂຶ້ນ ເມື່ອວັນທີ 31 ມັງກອນຜ່ານມານີ້ທີ່ ກະຊວງດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດ ຖະມົນຕີ ກະຊວງຍຸຕິທຳ , ສະ ຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະ ຕິວັດລາວ,ແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສະ ຫຼຸບຕີລາຄາການຈັດຕັ້ງ ປະຕິ ບັດມະຕິກອງປະຊຸມໃຫຍ່ສະ ມາຊິກຊາວໜຸ່ມ ກະຊວງ ຍຸຕິທຳ ຄັ້ງທີ X ແຕ່ປີ (2015-2019) ແລະ ທິດທາງແຜນການໄລຍະຕໍ່ໜ້າ(2019-2024) ສະເໜີໂດຍ ສະຫາຍ ຄຳເສີດ ວະລະພັນ ຮອງເລຂາຊາວໜຸ່ມ ກະ ຊວງຍຸຕິທຳ ຊຶ່ງໄດ້ຍົກໃຫ້ເຫັນວ່າ:ໃນໄລຍະທີ່່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມຢ່າງຕໍ່ເນື່ອງ ແລະ ມີຈຸດສຸມດ້ວຍຫຼາຍຮູບການເປັນຕົ້ນການຍົກລະດັບທິດສະດີການ ເມືອງ,ການເຊື່ອມຊຶມແນວ ທາງ, ນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ,ຂອງລັດ ແລະ ອົງການຈັດຕັ້ງມະຫາຊົນ,ການປະຕິບັດວຽກງານວິຊາສະເພາະ ຄະນະຊາວໜຸ່ມໄດ້ຕັ້ງໜ້າບຸກບືນປະ ຕິບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບສູງສາມາດຍາດໄດ້ຜົນງານເດັ່ນຫຼາຍດ້ານ ເປັນຕົ້ນວຽກງານການສ້າງ ແລະ ປັບປຸງກົດໝາຍໃນໄລຍະຜ່ານມາໄດ້ຄົ້ນຄວ້າ ແລະ ປະກອບສ່ວນໃນການສ້າງ ແລະ ປັບປຸງກົດ ໝາຍໄດ້ 83 ສະບັບ(ກົດໝາຍໃໝ່ 35 ສະບັບ,ກົດໝາຍປັບປຸງ 48 ສະບັບ ລວມທັງກົດໝາຍວ່າດ້ວຍຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ) ໃນນັ້ນ ຄະນະຊາວໜຸ່ມກະຊວງຍຸຕິທໍາ ໄດ້ເປັນເຈົ້າການ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 6 ສະບັບ ທີ່ພົ້ນເດັ່ນ ກໍແມ່ນ ປະ ມວນກົດໝາຍອາຍາ, ປະມວນກົດໝາຍ ແພ່ງ, ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ; ໄດ້ກວດກາຄວາມສອດຄ່ອງ ແລະ ມີຄໍາເຫັນຕໍ່ຮ່າງລັດຖະບັນຍັດໄດ້ 12 ສະ ບັບ, ຕໍ່ຮ່າງດໍາລັດ ໄດ້ 87 ສະ ບັບ, ຕໍ່ຮ່າງສົນທິສັນຍາ, ສັນຍາ ແລະ ນິຕິກໍາອື່ນ 24 ສະບັບ; ຈັດຝຶກອົບຮົມວຽກງານສ້າງ ແລະ ປັບປຸງກົດໝາຍ, ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ຂະແໜງການຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ 33 ຄັ້ງ, ເຂົ້າຮ່ວມກອງປະຊຸມສໍາມະນາ, ຝຶກອົບຮົມກ່ຽວກັບ ກົດໝາຍ ແລະ ວຽກງານຍຸ ຕິທໍາ ຢູ່ພາຍໃນ ແລະ ຕ່າງ ປະເທດ 1.434 ຄັ້ງ. ນອກຈາກນີ້ ສະ ມາຊິກຊາວໜຸ່ມ ຍັງໄດ້ເຂົ້າຮ່ວມໃນຄະນະກໍາມະການຕ່າງໆ ລວມທັງຄະນະສະເພາະກິດ ຂອງລັດຖະບານ, ບັນດາກະຊວງ ຕາມການມອບໝາຍ ຫຼື ສະເໜີຫຼາຍ ກວ່າ 100 ຄະນະ ເປັນຕົ້ນ ຄະນະເຈລະຈາຊາຍແດນລາວ-ກໍາປູເຈຍ, ຄະນະແກ້ໄຂຄະດີຫົງສາລິກໄນ, ຄະ ນະແກ້ໄຂ ຄະດີພີເອັສ,ປັດຈຸ ບັນມີຄະນະບໍລິຫານງານຊາວໜຸ່ມທັງໝົດ 9 ສະຫາຍ ຍິງ 1 ສະຫາຍ ມີສະມາຊິກຊາວໜຸ່ມທັງໝົດ 1.822 ສະຫາຍ ຍິງ 777 ສະຫາຍ.
ກອງປະຊຸມຄັ້ງນີ້ ຍັງໄດ້ມີການມອບໃບຍ້ອງຍໍໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງຊຸດເກົ່າ ແລະ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳຊຸດໃໝ່ອີກດ້ວຍ. (ຂ່າວ: ສຳນານ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com