Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫຼຸບຜົນງານການຈັດ ຕັ້ງປະຕິບັດເຄື່ອນໄຫວວຽກງານປະຈຳປີ 2019 ແລະ ຜ່ານແຜນງານປີ 2020 ຂອງໂຮງໝໍມະໂຫສົດໄດ້ຈັດຂຶ້ນໃນວັນທີ 31 ມັງກອນ ຜ່ານມາ ທີ່ໂຮງໝໍດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບການປິ່ນປົວ ພ້ອມດ້ວຍ ພະນັກງານແພດໝໍເຂົ້າຮ່ວມ.
ທ່ານ ພິສິດ ພຸດສະຫວັດ ຜູ້ອຳນວຍການໂຮງໝໍມະໂຫສົດໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ ປະຈຳປີ 2019 ວ່າ: ພະນັກ ງານສ່ວນໃຫຍ່ແມ່ນມີຄວາມອຸ່ນອ່ຽນທຸ່ນທ່ຽງປະຕິບັດຕາມ ລະບຽບມະຕິຄຳສັ່ງ ແລະ ລະບຽບລັດຖະກອນທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ໄດ້ຈັດຕັ້ງປະຕິບັດເຊື່ອມຊຶມເອກະສານທີ່ສຳຄັນຂອງພັກ-ລັດ. ໂຮງໝໍມະໂຫສົດໄດ້ເຄື່ອນໄຫວວຽກງານ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ປະຕິບັດລະບອບຫົວໜ້າດຽວ, ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງພະນັກງານ ລັດຖະກອນທຸກລະດັບ; ເຮັດວຽກມີແຜນ ການ, ແຜນງານ ແລະ ໂຄງການລະອຽດ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີຄາດໝາຍໃນແຕ່ລະໄລຍະ, ປະສານສົມ ທົບຢ່າງແໜ້ນແຟ້ນກັບການ ຈັດຕັ້ງຕ່າງໆ ທັງສູນກາງແລະ ທ້ອງຖິ່ນ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດທີ່ໄດ້ ຮັບການມອບໝາຍການ ເຄື່ອນ ໄຫວວຽກງານແມ່ນປະຕິບັດຕາມລະບຽບກົດໝາຍ, ເປັນ ຕົ້ນແມ່ນລະບອບບໍລິຫານ, ລະບອບວິຊາການ ແລະ ລະ ບອບການເຮັດວຽກ ສະເພາະຂອງບາງຂະແໜງ ການ ໂດຍມີການປະຊຸມແລ້ວ ລາຍງານໃຫ້ຂັ້ນເທິງ ເປັນ ປົກກະຕິ ແລະ ໄດ້ມີການປະສານງານກັບບັນດາພະ ແນກການຕ່າງໆໃນການປັບ ປຸງລະບອບແບບແຜນວິທີເຮັດວຽກຂອງບັນດາທ່ານໝໍແຕ່ລະວິຊາໃນແຕ່ລະພະແນກໂດຍຢຶດຖືເອົາຄົນເຈັບເປັນໃຈ ກາງ ເຊັ່ນ: ເນັ້ນວຽກງານການບໍລິການສຸຂະພາບ(ປິ່ນປົວ)ໂດຍປະຕິບັດຕາມນະໂຍບາຍ 5 ດີ 1 ພໍໃຈ. ໂຮງໝໍມະໂຫ ສົດໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາຮ່ວມມືກັບໂຮງໝໍຫົວໃຈ -ເສັ້ນເລືອດຟູວ້າຍ ຢຸນນານ ສ.ປ ຈີນ ໃນໂຄງການຮ່ວມມືທາງດ້ານວິຊາການປິ່ນປົວ ແລະ ຄົ້ນຄວ້າ ວິທະຍາສາດ ສາທາລະນະສຸກ ແລະ ໄດ້ດໍາເນີນການຮ່ວມມື ມາເປັນປົກກະຕິ ສິ່ງທີ່ພົ້ນເດັ່ນ ແມ່ນເຮັດໃຫ້ສູນການແພດຫົວໃຈ-ເສັ້ນເລືອດ ໂຮງໝໍມະໂຫສົດສາມາດດໍາເນີນການບໍລິການແຍ່ເສັ້ນເລືອດຫົວໃຈ ທັງກໍລະນີສຸກເສີນ ແລະ ຕາມແຜນ ໄດ້ຢ່າງເປັນປົກກະຕິ,ໄດ້ມີການປະສານງານກັບບັນດາພະແນກການຕ່າງໆໃນການປັບປຸງລະບອບແບບແຜນວິທີເຮັດວຽກຂອງບັນດາທ່ານ ໝໍແຕ່ລະວິຊາໃນແຕ່ລະພະ ແນກໂດຍຢຶດຖືເອົາຄົນເຈັບ ເປັນໃຈກາງ .
ທ່ານກ່າວຕື່ມວ່າ: ຕະ ຫຼອດໄລຍະທີ່ຜ່ານມາໂຮງ ໝໍແມ່ນມີການພັດທະນາຂີດຄວາມສາມາດ ທາງດ້ານເຕັກນິກ ແລະ ເຕັກໂນໂລຊີດ້ານການແພດໃຫ້ມີຄວາມທັນສະໄໝ ແລະ ທຽບທັນກັບພູມີພາກ ຊຶ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຄົນເຈັບທີ່ເຂົ້າມາໃຊ້ບໍລິການຢ່າງຫຼວງ ຫຼາຍດັ່ງນີ້: ໄດ້ນໍາໃຊ້ການຜ່າ ຕັດຜ່ານທໍ່ ເຂົ້າໃນການຜ່າຕັດສຸກເສີນເຖິງ 80%;. ໄດ້ມີການພັດທະນາການສະຫຼາຍໜິ້ວຜ່ານກ້ອງ ເຊັ່ນ: ໜິ້ວພົກຍ່ຽວ, ໜິ້ວທໍ່ສົ່ງໄຂ່ຫຼັງ ແລະ ໜິ້ວໄຂ່ຫຼັງ; ສາມາດທໍາການຜ່າຕັດຫົວໃຈຜູ້ໃຫຍ່ແບບເປີດ; ຜ່າຕັດໃສ່ຖ່ານກະຕຸ້ນການເຕັ້ນຜິດປົກກະຕິຂອງຫົວໃຈ, ເຮັດເອໂກຫຼອດເລືອດເພື່ອບົ່ງມະຕິຈຸດຕີບຕັນສາມາດທໍາການສີດສີເສັ້ນເລືອດຫົວໃຈເພື່ອບົ່ງມະຕິຈຸດຕີບຕັນ ແລະ ທໍາການແຍ່ຍະເສັ້ນເລືອດຫົວໃຈ ໂດຍໃຊ້ບານລູນ ແລະ ສະເຕັ້ນ. ດ້ານກຸມມານແພດ ສາມາດຊ່ວຍຟື້ນຟູຊີບເດັກທີ່ມີນ້ໍາໜັກຕ່ໍາ >_ 800 g; ສາມາດຊ່ວຍຟື້ນຟູຊີບເດັກທີ່ມີນ້ໍາໜັກຕ່ໍາ >_ 29 ອາທິດ; ສາມາດປິ່ນປົວ ແລະ ຊ່ວຍຟື້ນຟູຊີບຄົນເຈັບເດັກ ທີ່ເປັນໄຂ້ເລືອດອອກທີ່ມີອາການສົນຮ້າຍແຮງ; ໄດ້ມີການກວດຫູ, ຕາ ແລະ ພັດທະນາການຂອງເດັກ ເພື່ອຊອກຫາຄວາມຜິດປົກກະຕິໃນເດັກ;ແຜນງານປີ 2020 ສືບຕໍ່ຢຶດໝັ້ນການປະຕິບັດນະໂຍບາຍສາທາ ລະນະສຸກທົ່ວປວງຊົນຕາມທິດ ຖືເອົາການອະນາໄມກັນ ພະຍາດ ແລະ ສົ່ງເສີມສຸຂະ ພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບ ເປັນສໍາຄັນ; ປະຕິຮູບສາທາລະນະສຸກຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບທີ່ດີ ທີ່ຖືເອົາຄົນເຈັບເປັນໃຈກາງໂດຍການໃຫ້ການບໍລິການທີ່ມີຄຸນນະພາບ, ມີຈັນຍາທໍາ, ເອົາໃຈໃສ່ດູແລນັບທັງຮ່າງກາຍ, ຈິດໃຈ ແລະ ສິ່ງແວດລ້ອມ; ສ້າງລະບົບການປົກປ້ອງສັງຄົມ ດ້ານສຸຂະພາບທີ່ທົ່ວເຖິງ ເພື່ອເຮັດໃຫ້ສັງຄົມເຂັ້ມແຂງ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ດ້ວຍຮັກປະກັນສຸຂະພາບທົ່ວປວງຊົນທີ່ປົກປ້ອງທຸກຄົນ ທັງໃນການກັນພະຍາດ, ສົ່ງເສີມສຸຂະພາບ ແລະ ດ້ານການປິ່ນປົວ; ເຮັດໃຫ້ປະຊາຊົນມີສຸຂະພາບດີນັບແຕ່ຢູ່ໃນທ້ອງຈົນເຖິງຜູ້ອາຍຸສູງ ໂດຍເນັ້ນໃສ່ການສ້າງຮາກຖານທີ່ເຂັ້ມແຂງຈາກເເບບແຜນການດໍາລົງຊີວິດ ທີ່ປາສະຈາກປັດໄຈສ່ຽງຕໍ່ສຸຂະພາບ ແລະ ສ້າງຈິດສໍານຶກເປັນເຈົ້າການໃນການຮັກສາສຸຂະພາບຂອງຕົນເອງ, ຂອງຄອບຄົວ ແລະ ຊຸມຊົນ ສ້າງ, ປັບປຸງ, ບູລະນະ, ພັດທະນາ ພູມມີທັດ ແລະ ສິ່ງແວດລ້ອມ ຂອງໂຮງໝໍໃຫ້ມີສະເໜ່ ທາງດ້ານວົງການແພດລາວ; ສ້າງຄວາມເຂັ້ມແຂງດ້ານການບໍລິການສຸຂະພາບ ໃຫ້ເປັນສູນກາງການແພດ ປິ່ນປົວທົ່ວໄປ; ສ້າງໃຫ້ເປັນໂຮງໝໍສິດສອນ, ໂຮງໝໍມະຫາວິທະຍາໄລ, ສະຖາບັນວິໄຈຄົ້ນຄ້ວາ, ເປັນແຫຼ່ງຂໍ້ມູນຂ່າວສານດ້ານການແພດ ແລະ ຮ່ວມມືດ້ານເຕັກໂນໂລຊີດ້ານການແພດກັບຕ່າງປະເທດ; ສ້າງໃຫ້ເປັນໂຮງໝໍຮອງຮັບການສົ່ງຕໍ່ປິ່ນປົວ ແລະ ຊ່ວຍສ້າງຄວາມເຂັ້ມແຂງ ດ້ານເຕັກນິກ, ເຕັກໂນໂລຊີດ້ານການແພດ ໃຫ້ແກ່ໂຮງໝໍຂັ້ນລຸ່ມ; ສ້າງຄວາມປະທັບໃຈ ໃຫ້ປະຊາຊົນບັນດາເຜົ່າ ໂດຍການຈັດຕັ້ງປະຕິບັດນະໂຍບາຍຮັບຮອງຄຸນນະພາບການບໍລິການ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ.
(ພາບ,ຂ່າວ:ບຸນອູ້ມ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com