Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂ່າວສານຊີອາໄອລາຍງານວ່າ: ທ່ານ ຫຼີເຄີ້ສຽງ ນາ ຍົກລັດຖະມົນຕີຈີນ ໄດ້ເປັນປະທານ ຈັດກອງປະຊຸມຮັບມືກັບສະຖານະການການແຜ່ລະບາດຂອງເຊື້ອໄວຣັດຈຸລະໂຣກສາຍພັນໃໝ່ ໃນວັນທີ 29 ມັງກອນຜ່ານມາ. ກອງປະຊຸມໄດ້ລະບຸວ່າ: ປັດຈຸບັນ ຈີນ ໄດ້ເພີ່ມກໍາລັງປ້ອງກັນທີ່ດີ ແຕ່ສະ ຖານະການຍັງແຜ່ລະບາດເພີ່ມຫຼາຍຂຶ້ນ, ລັດຖະບານຈີນ ຕ້ອງໃຊ້ມາດຕະການຢ່າງລະອຽດຮອບຄອບເພື່ອຄວບຄຸມການແຜ່ລະບາດຂອງພະຍາດ.
ກອງປະຊຸມເນັ້ນວ່າ: ຕ້ອງສົ່ງເສີມວຽກງານປ້ອງກັນການຕິດເຊື້ອຢູ່ນະຄອນອູຮັ້ນ ແຂວງຫູເປີຍ, ຮັກສາຜູ້ປ່ວຍຢ່າງສຸດຄວາມສາມາດ, ພະຍາຍາມຫຼຸດອັດຕາການເສຍຊີວິດ, ເປີດ ເຜີຍຂໍ້ມູນການເຮັດວຽກ ຢ່າງໂປ່ງໃສ ແລະ ທັນການ, ເລັ່ງລັດການວິໄຈວັກຊິນ, ພະຍາຍາມຮັບປະກັນວັດຖຸ ແລະ ອຸປະ ກອນ ປ້ອງ ກັນທາງການແພດ, ລວມເຖິງວັດຖຸທີ່ຈໍາເປັນ ໃນຊີວິດປະຈໍາວັນ ໂດຍໃຊ້ມາດຕະການຕ່າງໆ ເຮັດໃຫ້ລາຄາສິນຄ້າມີສະຖຽນລະພາບ.
ກອງປະຊຸມຊີ້ອອກວ່າ: ຕ້ອງຮັບປະກັນການຈຳກັດການແຜ່ລະບາດຂອງເຊື້ອໄວຣັດຈຸລະໂຣກສາຍພັນໃໝ່ ຫຼັງຈາກປະຊາຊົນກັບເຂົ້າສູ່ການເຮັດວຽກ ແລະ ແກ້ໄຂບັນຫານັກທ່ອງທ່ຽວຈີນ ທີ່ຕິດຄ້າງຢູ່ຕ່າງປະເທດ.
ແຫຼ່ງຂ່າວຂອງຄະນະກຳ ມະການສາທາລະນະສຸກແຫ່ງຊາດຈີນ ປະຈຳວັນທີ 1/2/2020 ໃຫ້ຮູ້ວ່າ: ຜ່ານການເກັບກຳຂໍ້ມູນ ຮອດເວລາ 24: 00 ໂມງ ຂອງ ວັນທີ 1/2/2020 ຈາກ 31 ແຂວງ (ເຂດປົກຄອງຕົນເອງ, ນະຄອນຫຼວງ) ແລະ ກອງພັນທະຫານສ້າງສາກໍ່ສ້າງທິເບດລາຍງານກໍລະນີຢືນຢັນມີຜູ້ ຕິດເຊື້ອເພີ່ມ 2.590 ກໍລະນີ, ໃນນັ້ນ ຢູ່ແຂວງຫູເປີຍ ມີ 1.921 ກໍລະນີປ່ວຍໜັກໃໝ່ 315 ກໍລະນີ (ແຂວງຫູເປີຍ 268 ກໍລະນີ) ຜູ້ເສຍຊີວິດເພີ່ມ 45 ກໍລະນີ (ແຂວງຫູເປີຍ 45 ກໍລະນີ) ກໍລະນີປິ່ນປົວດີມີເພີ່ມ 85 ກໍລະນີ, ແຂວງຫູເປີຍ 49 ກໍລະນີ. ກໍລະນີສົງໃສເພີ່ມ 4.562 ກໍລະນີ (ແຂວງຫູເປີຍ 2.602 ກໍລະນີ). ສັງລວມຮອດເວລາ 24:00 ໂມງ ຂອງວັນທີ 1/2/2020 ຈາກ ທົ່ວປະເທດຈີນ ມີດັ່ງນີ້: ຜູ້ຕິດເຊື້ອ ມີ 14.380 ກໍລະນີ, ອາການ ໜັກ 2.110 ກໍລະນີ, ເສຍຊີວິດ 304 ກໍລະນີ, ປິ່ນປົວດີແລ້ວ 328 ກໍລະນີ. ຄົນເຈັບທີ່ ສົງໃສວ່າເປັນພະຍາດດັ່ງກ່າວ ມີ 19.544 ກໍລະນີ. ຜູ້ທີ່ມີປະ ຫວັດຢູ່ໃກ້ຊິດກັບຜູ້ປ່ວຍມີ 163.844 ກໍລະນີ ແລະ ຈຳນວນ 8.044 ຄົນ ໄດ້ປ່ອຍຕົວແລ້ວ. ໃນນີ້ 137.594 ກໍລະນີ ຍັງຢູ່ໃນໄລຍະເຝົ້າຕິດຕາມພະຍາດຈາກແພດຢູ່. ສຳລັບຜູ້ຕິດ ເຊື້ອຢູ່ໃນເຂດປົກຄອງພິເສດຂອງ ສປ ຈີນ ມີດັ່ງນີ້: ຮົງກົງ ມີ 14 ກໍລະນີ, ມາກາວ 7 ກໍລະນີ ແລະ ໄຕ້ຫວັນ 10 ກໍລະນີ.
ລັດຖະບານ ແລະ ອຳນາດການປົກຄອງຂັ້ນຕ່າງໆຂອງຈີນ ໄດ້ໃຊ້ງົບປະມານ 27,3 ຕື້ຢວນ ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ.
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com