Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທ່ານຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ລົງຕິດຕາມຊຸກຍູ້ ຊີ້ນໍາວຽກພັກ-ພະນັກງານ ຢູ່ເມືອງທຸລະຄົມ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 06/09/2021 13:28:14 ຈຳ​ນວນ​​ຢ້ຽມ​ຊົມ 2397 ຄັ້ງ

      ໃນວັນທີ 3 ກັນຍາ ຜ່ານມານີ້ ທີ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປະກາດຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020 ຂຶ້ນ ໂດຍເປັນປະທານ ຂອງ ສະຫາຍ ນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ຜູ້ຊີ້ນໍາວຽກງານຮອບດ້ານປະຈໍາເມືອງທຸລະຄົມ ແລະ ສະຫາຍ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງທຸລະຄົມ, ມີສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ໜ່ວຍພັກຫ້ອງການ, ກົມກອງ, ອົງການ, ໂຮງຮຽນ ແລະ ເລຂາໜ່ວຍພັກບ້ານ ທົ່ວເມືອງເຂົ້າຮ່ວມ.

      ໃນພິທີ ສະຫາຍ ບຸນທັບ ວົງໄຊ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ ໄດ້ຂຶ້ນຜ່ານບົດລາຍງານການຊີ້ນໍາ-ນໍາພາວຽກກໍ່ສ້ງພັກ-ພະນັກງານ ແລະ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢູ່ເມືອງທຸລະຄົມ ຜ່ານມາໂດຍຫຍໍ້. ປັດຈຸບັນທົ່ວເມືອງມີສະມາຊິກພັກທັງໝົດ 1985 ສະຫາຍຍິງ 897 ສະຫາຍ, ມີ 114 ໜ່ວຍພັກ, 6 ຄະນະພັກຮາກຖານ, ມີຄະນະບໍລິຫານງານພັກເມືອງທັງໝົດ 23 ສະຫາຍ ຍິງ 4 ສະຫາຍ, ໃນນັ້ນ ເປັນຄະນະປະຈໍາພັກເມືອງ 7 ສະຫາຍ. ໃນໜຶ່ງປີຜ່ານມາຄະນະປະຈໍາພັກເມືອງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຂົງເຂດດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ຕາມ 5 ຫຼັກການ, 3 ທິດນໍາຂອງພັກ, ຢຶດໝັ້ນລັດທິມາກ-ເລນິນ, ພຶດຕິກໍາ ແລະ ແນວຄິດປະທານ ໄກສອນ ພົມວິຫານ ເປັນບ່ອນອີງ, ເປັນເຂັມຊີ້ທິດເຍືອງທາງ ເພື່ອເຮັດໃຫ້ແຜນການ ແລະ ໂຄງການດໍາເນີນງານຂອງອົງຄະນະພັກເມືອງສະໄໝທີ VII ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ເຂົ້າສູ່ລວງເລິກທັນກັບເວລາ ກາຍເປັນຮູບປະທໍາດ້ວຍປະລິມານ ແລະ ຄຸນນະພາບອັນໜັກແໜ້ນ, ໃນປີ 2021 ສາມາດເລື່ອນສະມາຊິກພັກສໍາຮອງໄດ້ 44 ສະຫາຍ ຍິງ 21 ສະຫາຍ, ສ້າງມະຫາຊົນກ້າວໜ້າສະເໜີເຂົ້າພັກສໍາຮອງໄດ້ 40 ສະຫາຍ ຍິງ 15 ສະຫາຍ, ເຂົ້າຮຽນກົດລະບຽບຂອງພັກ 40 ສະຫາຍ ຍິງ 14 ສະ ຫາຍ, ປີ 2019 ສາມາດຮັບຮອງ ແລະ ປະກາດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ທັງໝົດ 31 ໜ່ວຍ, ປີ 2020 ໄດ້ 67 ໜ່ວຍ, ກຽມສະເໜີຂັ້ນແຂວງຮັບຮອງປີ 2021 ຈໍານວນ 86 ໜ່ວຍ;

      ສະຫາຍ ນາງ ວົງເດືອນ ວັດຕະໂສ ໄດ້ມີຄໍາເຫັນເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມປະກອບຄໍາເຫັນໃສ່ບົດລາຍງານໃຫ້ມີເນື້ອໃນຄົບຖ້ວນຖືກຕ້ອງ ເປັນສິ່ງຢັ້ງຢືນ ແລະ ເປັນພື້ນຖານໃນການຊີ້ນໍາ-ນໍາພາວຽກງານກໍ່ສ້າງພັກ-ພະນັກງານໃນຕໍ່ໜ້າ, ເພື່ອຍົກສູງບົດບາດການນໍາພາຂອງອົງຄະນະພັກເມືອງ ໃຫ້ສອດຄ່ອງຕາມການຂະຫຍາຍຕົວເສດຖະກິດ-ສັງຄົມ, ສ້າງໃຫ້ໄດ້ພະນັກງານຄຸ້ມຄອງນໍາພາ, ພະນັກງານສືບທອດປ່ຽນແທນໃຫ້ໄດ້ທັງ 3 ຮຸ່ນ ປະກອບມີພະນັກງານຊົນເຜົ່າ, ເພດຍິງ ທີ່ສົມສ່ວນ, ສ້າງໃຫ້ໄດ້ໜ່ວຍພັກທີ່ມີການເຄື່ອນໄຫວທີ່ເປັນແບບເປັນຢ່າງ ຍູ້ແຮງຂະບວນການດ້ານອື່ນໆໄປພ້ອມກັນຈາກນັ້ນແມ່ນພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ. ຄະນະປະທານໄດ້ຜັດປ່ຽນກັນມອບໃບຢັ້ງຢືນຕາມວາລະ ແລະ ຂັ້ນຕອນທີ່ກໍານົດໄວ້;

ຕອນທ້າຍກອງປະຊຸມ ສະຫາຍ ນາງ ຈັນທະບູນ ໂພສາລາດ ໄດ້ມີຄໍາເຫັນຊີ້ນໍາທີ່ໜັກແໜ້ນເລິກເຊິ່ງ, ມີການກ່າວຍ້ອງຍໍຊົມເຊີຍ, ໃຫ້ທິດຊີ້ນໍາເພີ່ມເຕີມ ເພື່ອປັບປຸງຈຸດຄົງຄ້າງບາງຈຸດໃຫ້ສອດຄ່ອງຂຶ້ນກວ່າເກົ່າ, ຖືເອົາຄໍາສັ່ງສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018, ບົດແນະນໍາສະບັບເລກທີ 291/ຄຈສພ ລົງວັນທີ 26 ເມສາ 2018  ແລະ ກົດລະບຽບຂອງພັກ ສະໄໝທີ XI ເປັນບ່ອນອີງໃນການຊີ້ນໍາ, ການປະເມີນ ແລະ ການກໍ່ສ້າງພັກ ພ້ອມກັບການສ້າງຂະບວນການຮອບດ້ານຍູ້ແຮງວຽກງານດັ່ງກ່າວໃຫ້ເກີດຮູບປະທໍາຕົວຈິງ ແລະ ຖອດຖອນບົດຮຽນໄປພ້ອມ ສາມາດເຮັດສໍາເລັດໜ້າທີ່ການເມືອງ, ໜ້າທີ່ວິຊາສະເພາະ ແລະ ວຽກງານທີ່ການຈັດຕັ້ງມອບໝາຍ ພ້ອມກັບການສ້າງຂະບວນການໃນທຸກຂົງເຂດວຽກງານ ແລະ ການເຝົ້າລະວັງ, ຕອບໂຕ້ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ຢຸດຕິລົງໂດຍໄວ.  (ຂ່າວ-ພາບ: ຫ້ອງການ ຖວທ ເມືອງທຸລະຄົມ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com