Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ປະທານຄະນະກຳມະການ ປກຊ-ປກສ ແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ-ຮອງພະແນກ ແລະ ຄະນະພັກ-ຄະນະກອງບັນຊາການ ປກຊ-ປກສ ແຂວງເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ໂດຍພື້ນຖານແລ້ວແຂວງແມ່ນມີຄວາມສະຫງົບດີ, ຄະນະພັກ-ອົງການປົກຄອງທ້ອງຖິ່ນໄດ້ເຄື່ອນໄຫວນໍາພາ-ຊີ້ນໍາຕາມແນວທາງຂອງພັກ ຊຶ່ງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດຂັ້ນທ້ອງຖິ່ນ, ຮູ້ການພັດທະນາຕົນເອງດ້ວຍການຜະລິດ ແລະ ບໍລິການດີຂຶ້ນເທື່ອລະກ້າວ; ພ້ອມນັ້ນ ກໍໄດ້ປັບປຸງການຈັດຕັ້ງກໍາລັງ ປກຊ-ປກສ ບ້ານສໍາເລັດທຸກບ້ານ, ໄດ້ຈັດຕັ້ງອົບຮົມສໍາເລັດ 40% ຂອງແຜນການປີ 2021, ໄດ້ສ້າງບ້ານ-ກຸ່ມບ້ານປ້ອມໝັ້ນ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປອດຄະດີ ແລະ ບ້ານປອດຢາເສບຕິດຈໍານວນໜຶ່ງ. ສາມາດມ້າງຄະດີຢາເສບຕິດໄດ້ 22 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 22 ຄົນ, ຢຶດຂອງກາງຢາບ້າໄດ້ເກືອບ 2 ພັນເມັດ, ພ້ອມເງິນກີບ, ອາວຸດເສິກ ແລະ ອຸປະກອນອື່ນໆ ຈຳນວນໜຶ່ງ, ຢຶດລົດເຄື່ອນໄຫວໄມ້ເຖື່ອນໄດ້ 8 ຄັນ, ຢຶດໄມ້ເຖື່ອນ 900 ກວ່າຕັບເທົ່າກັບ 10 ກວ່າແມັດກ້ອນ.
ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ກ່າວຕື່ມອີກວ່າ: ທິດທາງແຜນການໃນທ້າຍປີນີ້ຈະສູ້ຊົນຮັບປະກັນໃຫ້ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອບ, ຕັ້ງໜ້າຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບການພັດທະນາຊົນນະບົດຕາມທິດ 3 ສ້າງ ດ້ວຍການເຜີຍແຜ່ກົດໝາຍໃຫ້ກວ້າງຂວາງທົ່ວເຖິງ, ເປັນເຈົ້າການຕ້ານທຸກການແຊກຊ້ອນ ໂດຍສົງຄາມຫັນປ່ຽນໂດຍສັນຕິທຸກຮູບແບບຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີໃຫ້ທັນການ, ເອົາໃຈໃສ່ຄຸ້ມຄອງພົນລະເມືອງຄົນຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃຫ້ເຂົ້າສູ່ລະບຽບກົດໝາຍ, ຕ້ານ ແລະ ສະກັດກັ້ນບັນດາສື່ອອນລາຍ ທີ່ກຸ່ມຄົນບໍ່ດີສວຍໃຊ້ໂຄສະນາທີ່ຜິດກົດໝາຍໃຫ້ເຂັ້ມງວດ.
(ຂ່າວ-ພາບ: ພຸດທະສອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com