Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ອົງການໄອຍະການ ປະ ຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນ ແລະ ວຽກງານອະໄພຍະໂທດ ປະຈຳປີ 2019 ແລະ ປະດັບຫຼຽນໄຊໃຫ້ແກ່ກົມກອງ-ບຸກຄົນ ເມື່ອວັນທີ 5 ກຸມພານີ້ ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ
ທ່ານ ຄຳສານ ສຸວົງ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈຳປີ 2019 ແລະ ທິດທາງວຽກງານຈຸດສຸມ ປີ 2020 ວ່າ: ໂດຍປະຕິບັດຕາມມາດຕາ 67 ຂໍ້ 12 ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ເຫັນວ່າວຽກງານອະໄພຍະໂທດ ປະຈຳປີ 2019 ແມ່ນເຮັດໄດ້ດີ ເຊັ່ນ: ຮັບປະກັນຄວາມຖືກຕ້ອງ ສອດຄ່ອງຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍອະໄພຍະໂທດສະແດງອອກຄື: ນັກໂທດທີ່ໄດ້ຮັບການອະໄພຍະໂທດຕາມ ລັດຖະດຳລັດ ຂອງປະທານປະເທດ ໃນປີ 2019 ທັງໝົດມີ 2.146 ຄົນ ຍິງ 347 ຄົນ, ຕ່າງປະເທດ 39 ຄົນ ຍິງ 2 ຄົນ, ນັກໂທດຕະຫຼອດຊີວິດ 45 ຄົນ ຍິງ 3 ຄົນ ຊຶ່ງໄດ້ແຍກອອກເປັນສອງປະເພດຄື: ອະໄພຍະໂທດຫຼຸດຜ່ອນໂທດມີທັງໝົດ 1.824 ຄົນ ຍິງ 291 ຄົນ, ຕ່າງປະເທດ 34 ຄົນ ຍິງ 2 ຄົນ ໃນນີ້ມີ ນັກໂທດຄະດີຢາເສບຕິດ 1.736 ຄົນ ຍິງ 276 ຄົນ, ຕ່າງປະເທດ 21 ຄົນ ຍິງ 1 ຄົນ, ນັກໂທດຕະຫຼອດຊີວິດ 45 ຄົນ ຍິງ 3 ຄົນ, ຕ່າງປະເທດ 2 ຄົນ, ນັກໂທດ ຄະດີທົ່ວໄປ 87 ຄົນ ຍິງ 15 ຄົນ, ຕ່າງປະເທດ 13 ຄົນ ຍິງ 1 ຄົນ ແລະ ນັກໂທດຄະດີກະທຳຜິດຕໍ່ຄວາມສະຫງົບຂອງຊາດ 1 ຄົນ. ອະໄພຍະໂທດປ່ອຍຕົວທັງໝົດມີ 322 ຄົນ, ຕ່າງປະເທດ 5 ຄົນ ໃນນີ້ມີນັກໂທດຄະດີຢາເສບຕິດ 310 ຄົນ ຍິງ 56 ຄົນ ຕ່າງປະເທດ 5 ຄົນ ແລະ ນັກໂທດຄະດີ ທົ່ວໄປ 12 ຄົນ.
ຈາກນັ້ນກໍໄດ້ມີການປະດັບຫຼຽນໃຫ້ແກ່ບຸກຄົນ ແລະ ກົມກອງ ທີ່ມີຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນວຽກງານໄອຍະການປະຊາຊົນ ຕະຫຼອດໄລຍະ 30 ປີຜ່ານມາ ມີດັ່ງລຸ່ມນີ້: ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ 6 ທ່ານ; ປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ 3 ກົມກອງ ແລະ ບຸກຄົນ12 ທ່ານ; ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ 9 ກົມກອງ ແລະ ບຸກຄົນ 65 ທ່ານ; ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 2 ກົມກອງ ແລະ ບຸກຄົນ 214 ທ່ານ; ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 19 ກົມກອງ; ໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ 648 ທ່ານ ;ໃບຍ້ອງຍໍຫົວໜ້າ ອອປສ ໃຫ້ 4 ກົມກອງ ແລະ ບຸກຄົນ 460 ທ່ານ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມໃຫ້ທິດຊີ້ນຳຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍໂດຍສະເພາະໃນ 1 ປີຜ່ານມາ ສານທັງສາມຂັ້ນ ໄດ້ພິຈາລະນາຕັດສິນ ແລະ ພິພາກສາ ເອົາຕາມການຖະແຫຼງຂອງຫົວໜ້າອົງການໄອຍະການປະຊາຊົນ ໂດຍສະເລ່ຍຄະດີອາຍາ 97,03% ແລະ ຄະດີແພ່ງ 95,03% ທຽບໃສ່ຄາດໝາຍທີ່ໄດ້ວາງໄວ້ 95% ເຫັນວ່າລື່ນຄາດໝາຍ ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນແຕ່ຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂບາງຈຸດເພື່ອບັນລຸທິດທາງຄາດໝາຍສູ້ຊົນທີ່ໄດ້ວາງໄວ້ດັ່ງນີ້: ດ້ານວຽກງານໄອຍະການ ໜຶ່ງ: ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ”, ໃຫ້ເອົາໃຈໃສ່ຕື່ມ ໃນການສຶກສາອົບຮົມວຽກງານການເມືອງ-ແນວຄິດ, ຄຸນທາດການເມືອງເພື່ອໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເພື່ອເຮັດ ວຽກງານໄອຍະການມີການຫັນປ່ຽນ ແລະ ພັດທະນາ ສູ່ຄຸນນະພາບໃໝ່. ສອງ: ສືບຕໍ່ເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍຢູ່ໃນກົງຈັກລັດແຕ່ລະຂັ້ນໃຫ້ແຂງແຮງຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ ຕິດຕາມກວດກາການປະຕິບັດ ກົດໝາຍ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ ໃນການນໍາໃຊ້ 7 ມາດຕະການສະກັດກັ້ນ ໃຫ້ຖືກຕ້ອງ ແລະ ຊອກຫາວິທີປັບປຸງ ແລະ ຍົກສູງຄຸນນະພາບ ຂອງການດໍາເນີນຄະດີ ແລະ ການສັ່ງຟ້ອງ ໃຫ້ກ້າວຂຶ້ນສູ່ຄຸນນະພາບໃໝ່ ໃຫ້ປະກົດຜົນສໍາເລັດ ແລະ ເປັນຮູບປະທໍາ ແລະ ສາມ: ເພີ່ມທະວີການຕິດຕາມກວດກາ ການປະຕິບັດໜ້າທີ່ຂອງພະນັກງານລັດ ຕາມທີ່ກົດໝາຍໄດ້ກໍານົດໄວ້ ຊຶ່ງຜ່ານມາເຫັນວ່າຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ. ໂດຍສະເພາະ ແມ່ນ ການກັກຕົວ ທີ່ບໍ່ຖືກຕ້ອງ, ການກັກຕົວ ເກີນກໍານົດ ແລະ ອື່ນໆ ດ້ານວຽກງານອະໄພຍະໂທດໃຫ້ສືບຕໍ່ດັ່ງນີ້:
1. ໃຫ້ຄະນະກໍາມະການ ອະໄພຍະໂທດ ລະດັບຊາດ ເປັນເຈົ້າການສືບຕໍ່ຈັດຕັ້ງເຊື່ອມຊຶມ ລັດຖະບັນຍັດ ແລະ ຄໍາແນະນໍາ ຂອງຄະນະກໍາມະການອະໄພຍະໂທດລະດັບຊາດ ໃຫ້ຄະນະກໍາມະການ ຂັ້ນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ພ້ອມທັງຈັດຕັ້ງການເຜີຍແຜ່ ໃຫ້ຊັ້ນຄົນ ແລະ ສັງຄົມ ຢ່າງກວ້າງຂວາງ;
2. ຍົກສູງຄວາມຮັບຜິດ ຊອບ ແລະ ເປັນເຈົ້າການ ຂອງຄະນະກໍາມະການ ລະດັບຕ່າງໆ ໃນການຄົ້ນຄວ້າ ຈໍານວນນັກ ໂທດ ທີ່ຈະໃຫ້ການອະໄພຍະໂທດ ຕ້ອງຮັບປະກັນຄວາມຖືກຕ້ອງ, ຄວາມໂປ່ງໃສ, ຍຸຕິທໍາ ແລະ ທັນຕາມກໍານົດເວລາ.
3 ເພີ່ມທະວີການຊີ້ນຳນຳພາ ຂອງຄະນະພັກ ຄະນະ ນໍາກະຊວງ, ຄະນະພັກ, ອົງ ການ ການປົກຄອງແຂວງ- ນະຄອນຫຼວງ ໃຫ້ຫຼາຍຂຶ້ນກວ່າເກົ່າ, ໃນນີ້ ໃຫ້ຈັດສັນງົບ ປະມານຂອງກະຊວງ ແລະ ແຂວງ- ນະຄອນຫຼວງ ໃຫ້ແກ່ວຽກງານອະໄພຍະໂທດຢູ່ຂັ້ນຂອງຕົນ ຕາມໜ້າວຽກງານຕົວຈິງ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ.
4. ມອບໃຫ້ຄະນະກໍາມະການອະໄພຍະໂທດ ລະດັບຕ່າງໆ ນໍາເອົາເນື້ອໃນຂອງກອງປະຊຸມຄັ້ງ ນີ້ ໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ທັນກໍານົດເວລາ.
(ຂ່າວ+ພາບ: ຕຸໄລເພັດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com