Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ອົງຄະນະພັກເມືອງຄຳເກີດຄັ້ງທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 4 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມອາຄານແກ້ວໄມ ມະນີໂຊກໄຊ ຊຶ່ງເປັນເມືອງທີສອງຂອງແຂວງບໍລິຄຳໄຊ ຖັດຈາກເມືອງປາກຊັນ ພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງ ສະຫາຍ ເພັດສະໄໝ ໄຊຍະທິຈັກ ວ່າການເລຂາພັກເມືອງຄຳເກີດ ເປັນກຽດເຂົ້າຮ່ວມໂດຍສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ບໍລິຄໍາໄຊ, ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດເກືອບ 200 ກວ່າສະຫາຍ ໃນນັ້ນມີຜູ້ແທນສົມບູນ 131 ສະຫາຍ,ຍິງ 15 ສະຫາຍ ຊິຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເກືອບ 2.000 ສະຫາຍ ທີ່ມາຈາກແຕ່ລະຂົງເຂດວຽກງານ ແລະ ຮາກຖານທົ່ວເມືອງ.
ໃນພິທີໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງ 2 ພາກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງສະເໜີໂດຍ ສະຫາຍວ່າການເລຂາພັກເມືອງຄຳເກີດ ທັງນີ້ ເພື່ອເປັນການຕີລາຄາຄືນ ຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງ 5 ປີຜ່ານມາ ແລະ ພ້ອມກັນພິຈາລະນາກຳນົດທິດທາງແຜນການ 5 ປີຕໍ່ໜ້າ, ຕະຫຼອດໄລຍະ 5 ປີຜ່ານມາ ຄະນະບໍລິຫານງານພັກເມືອງໄດ້ພ້ອມກັບປະຊາຊົນບັນດາເຜົ່າໃນທົ່ວເມືອງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີອັນເປັນປຶກແຜ່ນ ບຸກໜ້າບືນຕົວກ້າວຂຶ້ນເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ປະຕິບັດແນວທາງປ່ຽນ ແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ອັນພົ້ນເດັ່ນ ແມ່ນໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານ ພັດທະນາຊົນນະບົດຮອບດ້ານ ຢ່າງເປັນຂະບວນການຕໍ່ເນື່ອງ, ກອງປະຊຸມຄັ້ງນີ້ຈະໄດ້ສັງເກດຕີລາຄາຄືນ ຜົນສຳເລັດແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ແລະ ຮັບຮອງເອົາມະຕິກອງປະ ຊຸມ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ ພ້ອມກັນນັ້ນຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໜ່ ຊຶ່ງມີຜູ້ສະໝັກທັງໝົດ 29 ສະຫາຍ ເລືອກເອົາ 25 ສະຫາຍ, ກອງປະຊຸມຄັ້ງນີ້ ແມ່ນດໍາເນີນໄປເປັນເວລາ 2 ວັນ ຈຶ່ງສໍາເລັດ.
(ຂ່າວ-ພາບ: ຫົງທອງ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com