Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 3-4 ກຸມພາ ຜ່ານມາ ຄະນະຈັດຕັ້ງແຂວງສາລະວັນໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ,ກໍ່ສ້າງພັກ-ພະນັກງານທົ່ວແຂວງປະຈຳປີ 2019 ແລະ ວາງທິດທາງປີ 2020 ຂຶ້ນ ທີ່ສະໂມສອນແຂວງໂດຍການເປັນປະທານຂອງສະຫາຍ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ ຮອງຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ, ຮອງເຈົ້າແຂວງ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ, ຄະນະຈັດຕັ້ງເມືອງໃນ 8 ເມືອງເຂົ້າຮ່ວມ.
ທ່ານ ເພັດສະໝອນ ພາສີ ຮອງຄະນະຈັດຕັ້ງແຂວງກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວແຂວງປະຈຳປີ 2019 ແລະ ວາງທິດທາງປີ 2020, ໃນໄລຍະຜ່ານມາຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນແມ່ນໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະ ເທດຄັ້ງທີ X, ພ້ອມດ້ວຍມະຕິຄໍາສັ່ງຕ່າງໆເປັນຕົ້ນກໍແມ່ນຄຳສັ່ງເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມະຕິຂອງກົມການເມືອງສູນກາງພັກເລກທີ 030,031 ແລະ 032 ກ່ຽວກັບວຽກງານພະນັກງານ, ພ້ອມດ້ວຍຄຳສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕ່າງໆໃນຂອບເຂດທົ່ວປະເທດ, ປັດຈຸບັນທົ່ວແຂວງມີຄະນະພັກຮາກຖານທັງໝົດ 44 ຮາກຖານ, ມີ 946 ໜ່ວຍພັກ, ໃນນັ້ນໜ່ວຍພັກຮາກຖານມີ 695 ໜ່ວຍທຽບໃສ່ປີ 2018 ເພີ່ມຂຶ້ນ 435 ໜ່ວຍ ແລະໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 251 ໜ່ວຍ ແລະໃນປີ 2019 ສາມາດຮັບຮອງແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ທັງໝົດ 825 ໜວ່ຍ, ປັດຈຸບັນ ກຳລັງດຳເນີນການປະເມີນເພື່ອສະເໜີຂັ້ນເທິງຢັ້ງຢືນມີ 453 ໜ່ວຍເທົ່າກັບ 54,90%, ນອກຈາກນັ້ນກໍຍັງໄດ້ເອົາໃຈໃສ່ໃນການກໍ່ສ້າງ-ບຳລຸງພະນັກງານທິດສະດີການເມືອງທັງໄລຍະສັນ ແລະ ໄລຍະຍາວຢູ່ພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 107 ສະຫາຍ, ຍິງ 22 ສະຫາຍ, ພ້ອມນັ້ນກໍໄດ້ເອົາໃຈໃສ່ໃນການບັນຈຸຊັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍຕ່າງໆໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງໃນໄລຍະຜ່ານມາ
ທິດທາງຕໍ່ໜ້າເພີ່ມທະວີສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນປະກອບສ່ວນເຂົ້າໃນການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕ່າງໆ, ເອົາໃຈໃສ່ປັບປຸງການຈັດຕັ້ງຮາກຖານພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນສາມາດເປັນແກນນຳໃນລະບົບການເມືອງຢູ່ຂັ້ນຮາກຖານ ແລະ ເອົາໃຈໃສ່ວຽກງານຂະຫຍາຍພັກໃຫ້ມີຄຸນນະພາບໂດຍເລີ່ມແຕ່ການຄົ້ນຄວ້າ, ເລືອກເຟັ້ນເປົ້າໝາຍ, ການສຶກສາອົບຮົມ, ການກໍ່ສ້າງເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກໃນຂະບວນການວຽກງານຕົວຈິງ ແລະ ປະຕິບັດຕາມບາດກ້າວ, ຂັ້ນຕອນຂອງການຂະຫຍາຍເຂົ້າພັກຢ່າງເຂັ້ມງວດ, ນຳພາການຈັດຕັ້ງກວດກາປະເມີນຜົນຄືນແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນຊຸມປີຜ່ານມາ, ສືບຕໍ່ຄົ້ນຄ້ວາຈັດວາງພະນັກງານການນຳແຕ່ລະຂັ້ນບົນພື້ນຖານມາດຕະຖານເງື່ອນໄຂທີ່ໄດ້ກຳນົດໄວ້ ແລະ ໃຫ້ສອດຄ່ອງກັບຄຳສັ່ງແນະນຳເລກທີ 11 ຂອງຄະນະເລຂາທິການສູນກາງພັກ, ນອກຈາກນັ້ນກໍແມ່ນເອົາໃຈໃສ່ຊີ້ນຳການກະກຽມລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າໃຫ້ເລິກເຊິ່ງ, ມີຈຸດສຸມສອດຄ່ອງກັບຄວາມເປັນຈິງ,, ພ້ອມທັງບຸກຄະລາກອນຕ່າງໆທີ່ຈະປະກອບເຂົ້າໃນຄະນະພັກແຕ່ລະຂັ້ນຕ້ອງຮັບປະກັນຫຼັກການລວມສູນປະຊາທິປະໄຕຢ່າງເຄັ່ງຄັດ ແລະ ໃຫ້ອີງໃສ່ມາດຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ໃນມະຕິຂອງກົມການເມືອງສູນກາງພັກ, ພ້ອມດຽວກັນນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການຜ່ານມະຕິ ເລກທີ 072 ແລະ 073/ກມສພ ລົງວັນທີ 14 ພຶດສະພາ ປີ 2019 ວ່າດ້ວຍ ລະບອບການຮໍ່າຮຽນທິດສະດີການເມືອງ, ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານນຳພາຄຸ້ມຄອງ ແລະ ຄຳສັ່ງເລກທີ 064/ກມສພ ລົງວັນທີ 9 ເມສາ ປີ 2019 ວ່າດ້ວຍວຽກງານຂະຫຍາຍພັກ ແລະ ຂໍ້ກຳນົດເລກທີ 01/ກມສພ ລົງວັນທີ 15 ພຶດສາພາ ປີ 2019ວ່າດ້ວຍການຢັ້ງຢືນລະດັບທິດສະດີການເມືອງ.
(ພາບ-ຂ່າວ: ສິດຕາ ເພັດວົງສາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com